ລັດແຈ້ງ! ຫົວໜ່ວຍທຸລະກິດຕ້ອງຈ່າຍເງິນໃຫ້ພະນັກງານເຕັມຕາມປົກກະຕິໃນໄລຍະພັກບຸນປີໃໝ່

174

ເນື່ອງຈາກສະພາບການແຜ່ລະບາດຂອງເຊື້ອພະຍາດ ໂຄວິດ-19 ໄດ້ຂະຫຍາຍເປັນວົງກວ້າງໃນທົ່ວ ໂລກ, ຈໍານວນຜູ້ຕິດເຊື້ອ ແລະ ເສຍຊີວິດຍັງສືບຕໍ່ເພີ່ມຂຶ້ນໃນແຕ່ລະວັນ ສປປ ລາວ ກໍຍັງມີການກວດພົບຜູ້ ຕິດເຊື້ອເພີ່ມຂຶ້ນ, ບັນຫານີ້ໄດ້ເຮັດໃຫ້ເກີດຜົນກະທົບບໍ່ຫນ້ອຍຕໍ່ການພັດທະນາເສດຖະກິດ-ສັງຄົມຂອງປະເທດ ຜູ້ອອກແຮງງານ ແລະ ຜູ້ດໍາເນີນທຸລະກິດຢູ່ ສປປ ລາວ ກໍໄດ້ຮັບຜົນກະທົບເຊັ່ນກັນ ກະຊວງແຮງງານຈຶ່ງໄດ້ອອກແຈ້ງການ ໃຫ້ເຈົ້າໜ້າທີ່ກວດກາແຮງງານເອົາໃສ່ໃສ່ຕິດຕາມກວດກາແຮງງານຢ່າງເຂັ້ມງວດ ແລະ ໃຫ້ຫົວຫນ່ວຍທຸລະກິດ, ການຜະລິດ ແລະ ການບໍລິການ ຕ້ອງຈ່າຍຄ່າແຮງງານໃຫ້ຜູ້ອອກແຮງງານເຕັມຕາມປົກກະຕິ ໃນຊ່ວງໄລຍະພັກບຸນປີໃຫມ່ລາວປີນີ້ ແຕ່ວັນທີ 13-19 ເມສາ 2020.

ພາບປະກອບ

ກະຊວງແຮງງານ ແລະ ສະຫວັດດີການສັງຄົມໄດ້ອອກແຈ້ງການສະບັບ ເລກທີ 1114/ຮສສ ລົງວັນທີ 11 ເມສາ 2020 ເຖິງ ພະແນກແຮງງານ ແລະ ສະຫວັດດີການສັງຄົມ ແຂວງ ແລະ ນະຄອນຫຼວງວຽງຈັນ ກ່ຽວກັບ ການປະຕິບັດມາດຕະການດ້ານແຮງງານ ເພື່ອປ້ອງກັນ, ຄວບຄຸມ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດ ໂຄວິດ-19ໄວ້ດັ່ນນີ້:

1 ໃຫ້ຊີ້ນໍາເຈົ້າຫນ້າທີ່ກວດກາແຮງງານ ເອົາໃຈໃສ່ຕິດຕາມໃຫ້ຜູ້ອອກແຮງງານໄດ້ພັກບຸນປີໃຫມ່ລາວ ຂອງບັນດາຫົວຫນ່ວຍແຮງງານພາຍໃນຂອບເຂດຄວາມຮັບຜິດຊອບຂອງຕົນ ຖ້າມີຂໍ້ມູນ ຫຼື ພົບເຫັນວ່າຍັງ ມີຫົວຫນ່ວຍແຮງງານໃດຫນຶ່ງດໍາເນີນກິດຈະການຢູ່ ກໍໃຫ້ສະເຫນີຕໍ່ຄະນະສະເພາະກິດ ເພື່ອຮູ້ວ່າຫົວ ຫນ່ວຍແຮງງານນັ້ນໄດ້ຮັບອະນຸຍາດສະເພາະໃຫ້ດໍາເນີນການໄດ້ໃນໄລຍະພັກບຸນປີໃຫມ່ລາວ ຖ້າບໍ່ໄດ້ຮັບອະນຸຍາດກໍໃຫ້ສັ່ງໃຫ້ຢຸດຕິທັນທີ ຖ້າຍັງລະເມີດກໍໃຫ້ ມີການໃຊ້ມາດຕະການຕາມກົດຫມາຍ ແລະ ລະບຽບການທີ່ມີຢູ່ຢ່າງເຂັ້ມງວດ.

ພາບປະກອບ

2 ໃນຊ່ວງໄລຍະພັກບຸນປີໃຫມ່ລາວປີນີ້ ແຕ່ວັນທີ 13-19 ເມສາ 2020, ຫົວຫນ່ວຍທຸລະກິດ, ການຜະລິດ ແລະ ການບໍລິການ ຕ້ອງຈ່າຍຄ່າແຮງງານໃຫ້ຜູ້ອອກແຮງງານເຕັມຕາມປົກກະຕິ, ຖ້າຫົວ ຫນ່ວຍແຮງງານໃດມີຜູ້ອອກແຮງງານພັກເຊົາຢູ່ໃນຫໍພັກ ກໍໃຫ້ມີການຄຸ້ມຄອງຢ່າງເອົາໃຈໃສ່ ໂດຍໃຫ້ ມີການແຕ່ງຕັ້ງຜູ້ຮັບຜິດຊອບຕິດຕາມດູແລ ຜູ້ອອກແຮງງານດັ່ງກ່າວ ເພື່ອໃຫ້ປະຕິບັດຕາມລະບຽບການຂອງຂັ້ນເທິງຢ່າງເຂັ້ມງວດ.

3 ສໍາລັບຫົວຫນ່ວຍແຮງງານ ໃດທີ່ຈໍາເປັນໂດຍໄດ້ຮັບອະນຸຍາດຈາກຄະນະສະເພາະກິດໃຫ້ດໍາເນີນການຜະລິດ ແລະ ບໍລິການໄດ້ ຕ້ອງຮັບປະກັນການເບີກຈ່າຍຄ່າແຮງງານໃຫ້ຜູ້ອອກແຮງງານສໍາລັບວັນພັກລັດຖະການຕາມທີ່ໄດ້ກໍານົດໄວ້ໃນກົດຫມາຍວ່າດ້ວຍແຮງງານ (ສະບັບປັບປຸງ) ມາດຕາ 115.

ພາບປະກອບ

4 ຕ້ອງຮັບປະກັນວ່າຜູ້ໃຊ້ແຮງງານໄດ້ເອົາໃຈໃສ່ໃນການຈັດຕັ້ງປະຕິບັດຕາມຄໍາສັ່ງຂອງລັດຖະບານເລກ06/ນຍ ວ່າດ້ວຍການເພີ່ມທະວີມາດຕະການ ສະກັດກັ້ນ, ກັນການລະບາດ, ຄວບຄຸມ ແລະ ກຽມ ຄວາມພ້ອມຮອບດ້ານ ເພື່ອຕ້ານພະຍາດ CoVID-19 ແລະ ລະບຽບການຂອງຂະແຫນງການທີ່ກ່ຽວຂ້ອງຢ່າງເຂັ້ມງວດ ພ້ອມທັງເຜີຍແຜ່ໃຫ້ຜູ້ອອກແຮງງານຮັບຮູ້ຢ່າງທົ່ວເຖິງ.