ຊົມເຊີຍ! ສະມາຄົມມິດຕະພາບ ລາວ-ເຢຍລະມັນ ມອບເງິນໃຫ້ໂຮງໝໍມິດຕະພາບ 25 ລ້ານກີບ

135

ໃນວັນທີ 10 ເມສາ 2020 ທີ່ໂຮງໝໍມິດຕະພາບ ນະຄອນຫຼວງວຽງຈັນ ສະມາຄົມມິດຕະພາບ ລາວ-ເຢຍລະມັນ ໄດ້ມີພິທີ ມອບ-ຮັບ ເງິນຊ່ວຍເຫຼືອຊື້ອຸປະກອນການແພດເພື່ອຮັບໃຊ້ການປິ່ນປົວຄົນເຈັບ ທີ່ຕິດເຊື້ອພະຍາດອັກເສບປອດຈາກເຊື້ອຈຸນລະໂລກ ສາຍພັນໃໝ່ (COVID 19) ໃຫ້ແກ່ ໂຮງໝໍມິດຕະພາບ ຈຳນວນ 25.000.000 ກີບ. ເງິນດັ່ງກ່າວ ແມ່ນໄດ້ຮັບການຊ່ວຍເຫຼືອ ຈາກ ສະມາຄົມມິດຕະພາບ ລາວ-ເຢຍລະມັນ ແລະ ສະມາຄົມມິດຕະພາບ ເຢຍລະມັນ-ລາວ.

ໃຫ້ກຽດຕາງໜ້າມອບໂດຍ ທ່ານ ຮສ.ດຣ ສົມອົກ ກິ່ງສະດາ, ຮອງປະທານສູນກາງແນວລາວສ້າງຊາດ, ປະທານສະມາຄົມມິດຕະພາບ ລາວ-ເຢຍລະມັນ ແລະ ຕາງໜ້າຮັບໂດຍ ທ່ານ ດຣ ສະໜອງ ທອງຊະນະ,  ຜູ້ອຳນວຍການໂຮງໝໍມິດຕະພາບ. ນອກຈາກນັ້ນ, ຍັງມີຮອງປະທານ, ກຳມະການສະມາຄົມ, ຕາງໜ້າຫ້ອງການສະມາຄົມ ແລະ ຄະນະອຳນວຍການໂຮງໝໍມິດຕະພາບ ພ້ອມດ້ວຍພະນັກງານແພດໝໍ ເຂົ້າຮ່ວມ.

ໃນໂອກາດນີ້, ທ່ານ ດຣ ສະໜອງ ທອງຊະນະ ໄດ້ຕາງໜ້າໃຫ້ພະນັກງານແພດໝໍ   ແລະ   ຄົນເຈັບ ທີ່ຕິດເຊື້ອພະຍາດຈາກພະຍາດ COVID 19 ຂໍສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນ ມາຍັງ ຄະນະສະມາຄົມມິດຕະພາບ ລາວ-ເຢຍລະມັນ ແລະ ສະມາຄົມມິດຕະພາບ ເຢຍລະມັນ-ລາວ  ທີ່ໄດ້ມອບເງິນຊ່ວຍເຫຼືອເພື່ອຊື້ອຸປະກອນການແພດອັນຈຳເປັນໃຊ້ເຂົ້າໃນການປິ່ນປົວຄົນເຈັບຄັ້ງນີ້. ພ້ອມທັງໃຫ້ຄຳໝັ້ນສັນຍາວ່າ ຈະນຳເອົາເງິນດັ່ງກ່າວ ນຳໃຊ້ໃຫ້ຖືກເປົາໝາຍ, ມີປະສິດທິຜົນສູງສຸດ ແລະ ທົ່ວເຖິງ. ທັງໝົດນີ້ ເປັນການປະກອບສ່ວນອັນສຳຄັນເຂົ້າໃນການ​ເສີມ​ຂະ​ຫຍາຍສາຍພົວພັນອັນດີງາມ ຂອງ ສອງປະເທດ ລາວ ແລະ ເຢຍລະມັນ.