ເດືອນນີ້ ຈະມີການນໍາເຂົ້າຜ້າອັດປາກ-ດັງມາອີກ 2ລ້ານອັນ ພ້ອມກໍານົດລາຄາທຸກພາກຂອງລາວ

274

ໃນສະພາບທີ່ປະເທດກໍາລັງພົບວິກິດໂຄວິດ-19 ລະບາດ ເຮັດໃຫ້ຄວາມຕ້ອງການນໍາໃຊ້ອຸປະກອນການແພດຕ່າງໆເພີ່ມສູູງຂຶ້ນ ໂດຍສະເພາະແມ່ນຜ້າອັດປາກ-ດັງ ທີ່ປັດຈຸບັນໃນທົ່ວໂລກສິນຄ້າດັ່ງກ່າວເລີ່ມຂາດຕະຫຼາດ, ສະເພາະລາວເຮົາເອງ ຍິ່ງມີຄວາມຕ້ອງການຫຼາຍ ເນື່ອງຈາກຕ້ອງອາໄສການນໍາເຂົ້າ ບໍ່ສາມາດຜະລິດພາຍໃນປະເທດໄດ້, ຫຼ້າສຸດທ່ານຮອງລັດຖະມົນຕີເຜີຍ ໃນເດືອນເມສານີ້ຈະມີການນໍາເຂົ້າຜ້າປິດປາກ-ດັງຈໍານວນ 2.000.000ຊິ້ນ ເພື່ອແຈກຢາຍຈໍາໜ່າຍໃຫ້ທົ່ວເຖິງ ໂດຍແບ່ງລາຄາຂາຍຕາມແຕ່ລະພາກ.

ໃນວັນທີ 10 ເມສາ 2020 ທ່ານ ສົມຈິດ ອິນທະມິດ ຮອງລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ເຂົ້າຮ່ວມພິທີຖະແຫຼງຂ່າວກ່ຽວກັບສະພາບການລະບາດຂອງພະຍາດໂຄວິດ-19 ພ້ອມຕອບຄໍາຊັກຖາມຂອງນັກຂ່າວກ່ຽວກັບຜ້າປິດປາກ-ດັງໃນລາວວ່າ: ໃນເດືອນເມສານີ້ ບໍລິສັດ ຊີພີເອຟ ຟາຣມາຈະມີການນໍາເຂົ້າຜ້າປິດປາກຈໍານວນ 2.000.000ຊິ້ນ ແລະ ຫາກສາມາດປະຕິບັດໄດ້ຍົກເວັ້ນພາສີອາກອນຕ່າງໆ ຈະສາມາດນໍາມາວາງຂາຍຍົກຢູ່ນະຄອນຫຼວງວຽງຈັນໄດ້ 115.000 ກີບຕໍ່ກັບ, ຢູ່ພາກກາງຈະຂາຍໄດ້ໃນລາຄາ 128.000 ຕໍ່ກັບ ແລະ ພາກເໜືອ 129.000 ກີບຕໍ່ກັບ.

ແນວໃດກໍ່ຕາມ ບົດບັນທຶກ ແຜນການນໍາເຂົ້າ ແລະ ຈໍາໜ່າຍຜ້າອັດປາກ-ດັງ ຂອງບໍລິສັດ ຊີບີເອຟ ຟາຮມາ ຈໍາກັດ ສະບັບເລກທີ 0284/ກຄພນ, ລົງວັນທີ 8 ເມສາ 2020 ໃຫ້ຮູ້ວ່າ:

1 ໃນລະຫວ່າງວັນທີ 22-24 ເມສາ 2020 ບໍລິສັດມີແຜນຈະນໍາເຂົ້າຜ້າອັດປາກ-ດັງ(ລຸ້່ນແຜ່ນຕອງ 3ຊັ້ນ) ຊະນິດສາຍຢາງຢືດ ຈໍານວນທັງໝົດ 40.000ກັບ, ກັບໜຶ່ງມີ 50ອັນ ເທົ່າກັບ 2.000.000 ອັນ ຜ່ານດ່ານສາກົນພູເກືອ-ເບີອີ(ລາວ-ຫວຽດ)

2 ສະຖານທີ່ ຫຼື ຈຸດຈໍາໜ່າຍ ແມ່ນຈະຕ້ອງຈໍາໜ່າຍໃຫ້ແກ່ບັນດາຮ້ານຂາຍຢາ ແລະ ຮ້ານຄ້າທົ່ວໄປ ທີ່ເປັນສາຂາ ຫຼື ຕົວແທນຈໍາໜ່າຍຂອງຕົນເທົ່ານັ້ນ.

3 ສໍາລັບລາຄາຂາຍຍົກ ແລະ ຂາຍຍ່ອຍ ແມ່ນປະຕິບັດຕາມລາຄາທີ່ລັດໄດ້ກໍານົດອອກໃນແຕ່ລະໄລຍະ.