ການຄ້າ ຢືນຢັນ ຕອນນີ້ສິນຄ້າຍັງພຽງພໍ ແລະ ຮັບປະກັນໄດ້ຢ່າງໜ້ອຍ 2 ເດືອນ

181

ສັງຄົມເປັນຫ່ວງ ທ່າມກາງທີ່ມີການລະບາດຂອງເຊື້ອໂຄວິດ-19 ສິນຄ້າອຸປະໂພກ-ບໍລິໂພກ ຈະຂາດຕະຫຼາດ ຫຼື ມີແມ່ຄ້າສວຍໂອກາດຂຶ້ນລາຄາ, ດັ່ງນັ້ນໃນວັນທີ 10 ເມສາ 2020 ໃນໂອກາດເຂົ້າຮ່ວມພິທີຖະແຫຼງຂ່າວລາຍງານສະພາບການແຜ່ລະບາດຂອງເຊື້ອໂຄວິດ ທີ່ກະຊວງສາທາລະນະສຸກ ທ່ານ ສົມຈິດ ອິນທະມິດ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ກຢັ້ງຢືນວ່າ ຈະເອົາໃຈໃສ່ຄວບຄຸມລາຄາສິນຄ້າ ພ້ອມດຳເນີນມາດຕະການປັບໃໝແມ່ຄ້າທີ່ສວຍໂອກາດ ແລະ ຮັບປະກັນວ່າ ສິນຄ້າຍັງພຽງພໍ ແລະ ສາມາດຮັບປະກັນໄດ້ອີກຢ່າງໜ້ອຍ 2 ເດືອນ.

ທ່ານ ສົມຈິດ ອິນທະມິດ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ກ່າວວ່າ: ຜ່ານການຈັດຕັ້ງປະຕິບັດວຽກງານການຄຸ້ມຄອງລາຄາສິນຄ້າ ແລະ ສົ່ງເສີມການຜະລິດພາຍໃນ ແລະ ໜ່ວຍງານສົ່ງເສີມການຜະລິດບໍລິການການ ແລະ ຈໍລະຈອນສິນຄ້າ ໃນໄລຍະຜ່ານມາສາມາດສັງເກດຕີລາຄາໄດ້ວ່າ ເຈົ້າໜ້າທີ່ກວດກາຂອງພວກເຮົາ ແລະ ເຈົ້າໜ້າທີ່ຕຳຫຼວດໄດ້ລົງຕິດຕາມກວດກາຕາມຕະຫຼາດ ແລະ ຮ້ານຄ້າຕ່າງໆ ໂດຍທົ່ວໄປແລ້ວສິນຄ້າຍັງມີພຽງພໍ, ຍັງຂ້ອນຂ້າງປົກກະຕິ, ມີການເໜັງຕິງພຽງ 2-3 ລາຍການທີ່ມີລາຄາສູງຂຶ້ນໜ້ອຍໜຶ່ງ.

ແນວໃດກໍ່ຕາມທາງເຈົ້າໜ້າທີ່ການຄ້າກໍ່ໄດ້ມີການກວດກາບັນທຶກ ເຊິ່ງສ່ວນຫຼາຍແມ່ນລາຄາຊີ້ນໝູ ທີ່ນອນຢູ່ໃນລາຄາຄວບຄຸມໃຫ້ຂາຍກິໂລລະ 40 ພັນກີບຢູ່ໃນນະຄອນຫຼວງວຽງຈັນຜ່ານການກວດກໍ່ເຫັນວ່າບາງຕະຫຼາດກໍ່ຂາຍຮອດ 48-45 ພັນກີບຕໍ່ກິໂລ ໃນ 8 ຕະຫຼາດ ມີ 6 ຕະຫຼາດຍັງມີການລະເມີດພວກເຮົາກໍ່ໄດ້ມີການປັບໃໝແມ່ຄ້າທີ່ຂຶ້ນລາຄາສິນຄ້າເກີນລາຄາທີ່ກຳນົດ.

ທ່ານກ່າວຕື່ມວ່າ: ດ້ານຄຳສັ່ງຂອງນາຍົກລັດຖະມົນຕີ ເລກທີ 06/ນຍ, ແລະ ແຈ້ງການ 461/ຫສນຍ ຈະໄດ້ຮັບການປະຕິບັດຢ່າງເຂັ້ມງວດ ແຕ່ໃນເບື້ອງການຂົນສົ່ງສິນຄ້າຍັງ ອະນຸຍາດຄືເກົ່າພຽງແຕ່ມີບາງທີ່ຄວາມເຂົ້າໃຈຂອງເຈົ້າໜ້າທີ່ກ່ຽວຂ້ອງທີ່ບໍ່ໄດ້ຮັບຜິດຊອບໂດຍກົງດ້ານຄວາມໝັ້ນຄົງ ຢ້ານພະຍາດແຜ່ລະບາດ ບາງເທື່ອກໍ່ມີການສະກັດກັ້ນກາຍຂອບເຂດເຮັດໃຫ້ມີຄວາມຫຍຸ້ງຍາກໃນການຈໍລະຈອນສິນຄ້າ.

ແຕ່ຂະນະດຽວກັນນັ້ນຍັງເຫັນວ່າ ຍອດຈຳໜ່າຍສິນຄ້າໃນທ້ອງຕະຫຼາດຫຼຸດລົງອາດເປັນຍ້ອນກ່ອນໜ້ານີ້ມີການກັກຕຸນສິນຄ້າໄວ້ ເຮັດການສະໜອງໝູ ແລະ ງົວ-ຄວາຍໃນຕະຫຼາດມີຈຳນວນຫຼຸດລົງ ແຕ່ບັນຫານີ້ທ່ານຮອງລັດຖະມົນຕີກ່າວວ່າ ຜ່ານການກວດກາຂອງພະແນກກະສິກຳ ແລະ ພະແນກອຸດສາຫະກຳ ແລະ ການຄ້ານະຄອນຫຼວງ ຂໍຢັ້ງຢືນວ່າ ສິນຄ້າສະບຽງປະເພດກະສິກຳສາມາດກຸ້ມໄດ້ເຖິງ 2 ຮັບປະກັນບໍ່ມີບັນຫາຫຍັງ, ສຳລັບສິນຄ້າອຸປະໂພກ-ບໍລິໂພກ ກໍ່ໄດ້ເຮັດບົດບັນທຶກກັບຜູ້ນໍາເຂົ້າລາຍໃຫຍ່ປະຈຸບັນສາມາດກຸ້ມໄດ້ເຖິງ 6 ອາທິດ ຖ້າເອົາເຂົ້າມາຫຼາຍສິນຄ້າກໍ່ຈະຄ້າງ ແລະ ແຕ່ການຈໍລະຈອນສິນຄ້າ ແລະ ຂົນສົ່ງສິນຄ້າຈະຢູ່ໃນພາວະປົກກະຕິ.