ວິຊາພະລະສຶກສາຫຼັກສູດໃໝ່ ປ 3 ຈະເສີມສ້າງການຮຽນຮູ້ຂອງນັກຮຽນໃຫ້ດີຂຶ້ນ

129

ຫຼັກສູດຊັ້ນປະຖົມສຶກສາສະບັບປັບປຸງໃໝ່ ໄດ້ນຳເອົາການຫຼິ້ນໂຢຄະເຂົ້າສອນໃນວິຊາພະລະສຶກສາ ຊັ້ນ ປ 3  ເພື່ອເປັນການເສີມສ້າງພັດທະນາການຂອງເດັກນ້ອຍ, ຊ່ວຍພັດທະນາກາຍະພາບ ແລະ ສົ່ງຜົນດີຕໍ່ການຮຽນ ໂດຍຈະເລີ່ມນຳໃຊ້ພ້ອມກັນທົ່ວປະເທດໃນສົກຮຽນປີ 2021.

ໂດຍນັກຂຽນຫຼັກສູດຊັ້ນປະຖົມຈາກສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ໄດ້ພົບປະໂອ້ລົມກັບຜູ້ໄດ້ຮັບໃບຢັ້ງຢືນສະເພາະດ້ານກີລາໂຢຄະ ເພື່ອປຶກສາກ່ຽວກັບຄຸນປະໂຫຍດຂອງການຫຼິ້ນໂຢຄະ ພ້ອມທັງໄດ້ຮັບການຝຶກທ່າພື້ນຖານເລີ່ມຕົ້ນການຫຼິ້ນກີລາປະເພດນີ້, ການຝຶກປະຕິບັດຕົວຈິງແມ່ນຈະຊ່ວຍໃຫ້ນັກຂຽນສາມາດນຳໃຊ້ເຂົ້າໃນການຂຽນ ຄຳແນະນຳໃນຄູ່ມືຄູໃຫ້ແກ່ຄູສອນວິຊາພະລະສຶກສາຊັ້ນປະຖົມ ຊັ້ນ ປ 3.

ຈາກການຄົ້ນຄວ້າສະແດງໃຫ້ເຫັນວ່າ: ການຝຶກໂຢຄະຈະຊ່ວຍໃຫ້ນັກຮຽນຊັ້ນປະຖົມສຶກສາ ເສີມສ້າງສະມາທິ, ພັດທະນາຄວາມຈື່ຈຳ, ຊ່ວຍເພີ່ມ ຄວາມໝັ້ນໃຈ, ສົ່ງຜົນດີຕໍ່ການຮຽນ ແລະ ພຶດຕິກຳໃນຫ້ອງຮຽນ. ນອກນີ້, ການຫຼິ້ນໂຢຄະຍັງຊ່ວຍໃຫ້ມີຮ່າງກາຍແຂງແຮງ, ສ້າງຄວາມສົມດຸນ ແລະ ຍັງຊ່ວຍໃນເລື່ອງຄວາມຢືດຢຸ່ນຂອງຮ່າງກາຍ, ນັກກີລາອາຊີບໃນທົ່ວໂລກຝຶກຝົນໂຢຄະເພື່ອຊ່ວຍພັດທະນາສະມາທິ ແລະ ຫຼີກລຽງອາການບາດເຈັບຂອງກ້າມຊີ້ນເວລາເຮັດກິດຈະກຳກາງແຈ້ງ, ໃຊ້ສຳລັບກຽມພ້ອມຮ່າງກາຍ ແລະ ຢືດກ້າມຊີ້ນຫຼັງຈາກການແຂ່ງຂັນກີລາ. ຫຼັກສູດການຮຽນໂຢຄະສຳລັບນັກຮຽນ ຊັ້ນ ປ 3 ນີ້ ຊ່ວຍເສີມສ້າງການເຄື່ອນໄຫວແບບພື້ນຖານໃຫ້ຄ່ອງແຄ້ວ ແລະ ວ່ອງໄວຂຶ້ນ.

ການພັດທະນາຫຼັກສູດ ຊັ້ນ ປ 3 ນີ້ ແມ່ນວຽກງານສ່ວນໜຶ່ງໃນການພັດທະນາຫຼັກສູດຂັ້ນປະຖົມແຫ່ງຊາດ ໂດຍການນຳພາຂອງກະຊວງສຶກສາທິການ ແລະ ກີລາ ໂດຍການສະໜັບສະໜູນທຶນຈາກລັດຖະບານອົສຕາລີ ແລະ ສະຫະພາບເອີຣົບ. ໃນຫຼັກສູດສະບັບປັບປຸງໃໝ່ນີ້ ແມ່ນເນັ້ນໜັກໃສ່ການພັດທະນາທັກສະການຄິດວິເຄາະຢ່າງມີເຫດມີຜົນເຊິ່ງເປັນທັກສະທີ່ຈຳເປັນຫຼາຍໃນຍຸກສະຕະວັດທີ 21 ນີ້. ພ້ອມກັນ  ນີ້, ຍັງເປັນການກະຕຸກຊຸກຍູ້ໃຫ້ນັກຮຽນຢາກມີສ່ວນຮ່ວມຢ່າງແຂ່ງຂັນເຂົ້າໃນການເຮັດກິດຈະກຳໃນຫົວຂໍ້ຕ່າງໆ, ຮຽນຮູ້ເຮັດວຽກຮ່ວມກັນເພື່ອແລກປ່ຽນຄວາມຄິດເຫັນ, ການສົນທະນາກ່ຽວກັບຫົວຂໍ້ການຮຽນ, ຮຽນວິເຄາະບັນຫາ ແລະ ຊອກຫາແນວທາງແກ້ໄຂ.

ຂ່າວ: ແກ້ວ; ຂໍ້ມູນຈາກ: Edu-Sport TV online