ບໍລິສັດເຄເບິ້ນ TV ອຸດົມໄຊ ມອບເຄື່ອງປ້ອງກັນພະຍາດໂຄວິດ – 19 ແລະ ນ້ຳດື່ມ ໃຫ້ພະແນກ ຖວທ

232

ບໍລິສັດເຄເບິ້ນ TV ອຸດົມໄຊ ໄດ້ນຳເອົາເຄື່ອງປ້ອງກັນພະຍາດໂຄວິດ – 19 ແລະ ນ້ຳດື່ມ ມາມອບໃຫ້ພະແນກ ຖວທ ແຂວງອຸດົມໄຊ ເຊິ່ງພິທີມອບ – ຮັບໄດ້ຈັດຂຶ້ນໃນຕອນແລງວັນທີ 7 ເມສາ 2020 ທີ່ຫ້ອງປະຊຸມພະແນກ ຖວທ.

ທ່ານ ເຮີຢີຫົງ ປະທານ ບໍລິສັດເຄເບິ້ນ TV ອຸດົມໄຊ ກ່າວວ່າ: ການນຳເອົາເຄື່ອງປ້ອງພະຍາດໂຄວິດ – 19 ມາມອບໃຫ້ກັບ ຖວທ ແຂວງອຸດົມໄຊໃນຄັ້ງນີ້ ກໍເພື່ອປະກອບສ່ວນເຂົ້າໃນວຽກງານປ້ອງກັນ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດດັ່ງກ່າວ ເນື່ອງຈາກພະແນກ ຖວທ ແຂວງ ເປັນພະແນກໜຶ່ງທີ່ມີຄວາມສ່ຽງ ແລະ ໄດ້ເຄື່ອນໄຫວຈັດຕັ້ງປະຕິບັດວຽກງານແບບປະເຊີນໜ້າ ໂດຍສະເພາະແມ່ນພະນັກງານສື່ມວນຊົນ. ດັ່ງນັ້ນ, ຈຶ່ງຈຳເປັນຕ້ອງມີເຄື່ອງມື, ອຸປະກອນໃນການປ້ອງກັນ ແລະ ສະກັດກັ້ນ ພ້ອມທັງນ້ຳຢາຂ້າເຊື້ອພະຍາດ.

ເຄື່ອງທີ່ນຳມາມອບໃນຄັ້ງນີ້ ປະກອບມີ: ຜ້າອັດປາກ – ດັງ 1.200 ແຜ່ນ, ນ້ຳຢາຂ້າເຊື້ອ 7 ຕຸກ ລວມ 175 ລິດ, ເຫຼົ້າ 90 ຈຳນວນ 10 ຕຸກ ລວມ 29 ລິດ, ເຄື່ອງແທກອຸນຫະພູມ 1 ອັນ ແລະ ນ້ຳດື່ມຕຸກນ້ອຍ ຈໍານວນ 20 ແກັດ ລວມເປັນມູນຄ່າທັງໝົດ 26 ລ້ານກີບ.

ໃຫ້ກຽດມອບໂດຍ ທ່ານ ເຮີຢີຫົງ ປະທານ ບໍລິສັດເຄເບິ້ນ TV ອຸດົມໄຊ ແລະ ຮັບໂດຍ ທ່ານ ນາງ ວັນສີ ພວງມະໄລ ຮອງຫົວໜ້າພະແນກຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ( ຖວທ ) ແຂວງອຸດົມໄຊ ໂດຍມີພະນັກງານວິຊາການທັງສອງຝ່າຍເຂົ້າຮ່ວມນຳ.

ຂ່າວ: ຄານມະນີ ຮຽນດໍຈັນ