ປະຫວັດການເດີນທາງຂອງ ຜູ້ຕິດເຊື້ອກໍລະນີ ທີ 13 ແລະ 14

226

ວັນທີ7 ເມສາ 2020 ສປປລາວ ພົບກໍລະນີຕິດໂຄວິດ-19 ເພີ່ມອີກ2 ຄົນ ລວມເປັນ14ຄົນ. ດ້ານຄະນະສະເພາະກິດໄດ້ຮຽກຮ້ອງໃຫ້ນັກສຶກສາລາວ ທີ່ເດີນມາຈາກປະເທດອັງກິດໃນເດືອນມີນາ ໂດຍສະເພາະຜູ້ທີ່ເດີນທາງໃນຖ້ຽວບິນ TG 574 ໃນວັນທີ22 ແລະ 23 ມີນາໃຫ້ປະສານມາຍັງກະຊວງສາທາລະນະສຸກດ່ວນ. ສ່ວນຜູ້ທີ່ເດີນທາງຈາກແຄັມພູຄຳ ມານະຄອນຫຼວງວຽງຈັນ ກັບຜູ້ຕິດເຊື້ອກໍລະນີ13 ກໍໃຫ້ຮີບຮ້ອນໂທຫາເຈົ້າຫນ້າທີ່ສາທາລະນສຸກເຊັ່ນກັນ.

ປະຫວັດການເດີນທາງຜູ້ຕິດເຊື້ອຄົນທີ13: ເພດຊາຍ ອາຍຸ 40 ປີ ພະນັກງານບໍລິສັດພູເບຍມາຍນິງປະຈຸບັນຢູບ້ານດອນກອຍ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ                                                                                                                                                        ວັນ30-31 ມີນາ ຜູ້ກ່ຽວແມ່ນໄດ້ພົວພັນວຽກກັບຜູ້ຕິດເຊື້ອທີ 11 (ພະນັກງານພູເບັ້ຍມາຍນິງ);
ວັນທີ 1 ເມສາ ຜູ້ກ່ຽວເລີ່ມມີອາການໄຂ້, ເຈັບຫົວ, ຫາຍໃຈຍາກ ແຕ່ບໍ່ໄດ້ປິ່ນປົວ;
ວັນທີ 2 ເມສາ, ເດີນທາງຈາກແຄມພູຄຳ ແຂວງ ໄຊສົມບູນ ມາພັກທີ່ບ້ານ (ເມຍ ແລະ 2 ຄົນໄປຮັບ);
ວັນທີ 3-4 ເມສາ, ເຮັດວຽກຢູ່ບ້ານ ໄດ້ພົບກັບແມ່, ນ້ອງສາວ, ນ້ອງເຂີຍ ແລະ ເພື່ອນບ້ານອີກ 2 ຄົນ;


ວັນທີ 5 ເມສາ ໄດ້ຮັບຂ່າວວ່າກໍນະນີ 11 ຕິດເຊື້ອ ຈຶ່ງໄດ້ມາກວດທີ່ໂຮງໝໍ ມິດຕະພາບ ເກັບຕົວຢ່າງວິເຄາະ ແລະ ຢັ້ງຢືນວ່າຕິດເຊື້ອ;            ລວມຜູ້ສຳຜັດທັງໝົດ 18 ຄົນ(ເພື່ອນຮ່ວມງານທີ່ຂີ່ລົດຄັນດຽວກັບນະຄອນຫຼວງວຽງຈັນ ຈໍານວນ 07 ຄົນ; ຄອບຄົວ: ລູກ, ແມ່, ນ້ອງສາວ ແລະ ນ້ອງເຄີຍ ຈໍານວນ 05 ຄົນ; ເພື່ອນກິນເບຍຢູ່ບ້ານດອນກອຍ ເມືອງສີສັດຕະນາກ ຈໍານວນ 02 ຄົນ; ເພື່ອນຮ່ວມງານທີ່ຢູ່ຫ້ອງດຽວກັນ ແຄັມພູຄໍາ ແຂວງໄຊສົມບູນ 01 ຄົນ ແລະ  ທີມງານປະຊຸມແຕ່ລະເຊົ້າຢູ່ແຄມພູຄໍາ ແຂວງໄຊສົມບູນ 03 ຄົນ)

ປະຫວັດການເດີນທາງຜູ້ຕິດເຊື້ອຄົນທີ14: ເພດຍິງ ອາຍຸ 19 ປີ ນັກສຶກສາລາວ ຮຽນຢູ່ ລອນດອນ ປະເທດອັງກິດ, ປະຈຸບັນຢູ່ບ້ານ ຊ້າງຄູ້ ເມືອງໄຊທານີ ນະຄອນຫຼວງວຽງຈັນ
ວັນທີ 21/3/2020 ເດີນທາງຈາກປະເທດອັງກິດ;
ວັນທີ 22/3/2020 ເດີນທາງຈາກບາງກອກ ສະໜາມບິນສຸວັນນະພູມ ດ້ວຍຖ້ຽວບິນ TG 574 ຮອດສະໜາມບິນວັດໄຕ;
23 ມີນາ ຫາ ວັນທີ 5 ເມສາ ຜູ້ກ່ຽວໄດ້ຈໍາກັດບໍລິເວນຕົນເອງຢູ່ເຮືອນຂອງ ຕົນໂດຍມີພໍ່ແມ່ ອ້າຍນ້ອງຢູ່ນຳກັນແຕ່ໄດ້ແຍກ ບ່ອນກິນ ແລະ ເຄື່ອງໃຊ້ຕ່າງໆ;


ວັນທີ 5/4/2020 ຜູ້ກ່ຽວໄດ້ຮັບຂ່າວວ່າໝູ່ທີ່ຮຽນຢູ່ອັງກິດກັບມາລາວຕິດເຊື້ອພະຍາດ (ຜູ້ທີ 12);
ວັນທີ 6 ເມສາ 2020 ຈຶ່ງໄດ້ມາກວດຢູ່ໂຮງໝໍມິດຕະພາບ (ບໍ່ມີອາການ ສະແດງ), ເກັບຕົວຢ່າງມາກວດ ແລະ ພົບວ່າຕິດເຊື້ອໂຄວິດ -19;    ລວມກໍລະນີສຳພັດໃກ້ຊິດ ທັງໝົດ 10 ຄົນ(ໜູ່ເພື່ອນເດີນທາງຮ່ວມກັນມາຈໍານວນ 05 ຄົນ;ພໍ່- ແມ່ , ອ້າຍ 02 ຄົນ, ນ້ອງສາວ ລວມທັງໝົດ ຈໍານວນ 05 ຄົນ)