ມາຮູ້ຈັກ ໄດມ່ອນ ດາວດວງໃໝ່ຂອງວົງການເທັນນິສລາວ ຜົນງານເດັ່ນໄປເຖິງ ຍີ່ປຸ່ນ

113

ເປັນທີ່ໜ້າຕິດຕາມຕໍ່ໄປສໍາລັບ ທ້າວ ໄດມ່ອນ ບຸນທະລາ ນັກກີລາເທັນນິສໍຊາຍມື 1 ເຍົາວະຊົນລາວ ຮຸ່ນອາຍຸ 10 ປີ ຫຼັງຈາກທີ່ປີ 2019 ແຈ້ງເກີດຢ່າງເຕັມຕົວດ້ວຍການຄວ້າແຊັມ ໃນຮຸ່ນອາຍຸ 10 ປີ ແລະ ຄວ້າອັນດັບທີ 3 ຮຸ່ນອາຍຸ 12 ປີ ໃນລາຍການ Greta Tennis Kids Cup 2019 ເມື່ອເດືອນຕຸລາ ທີ່ແຂວງພັດທະຍາ ປະເທດໄທ ແລະ ລາຍການ ເທັນນິສ ພີທີທີ-ລອນເທັນນິສ ພັດທະນາສີມື ຮອບມາສເຕີ ປະຈຳປີ 2019 ສົ່ງທ້າຍປີ.

ລະຫວ່າງວັນທີ 12-13 ຕຸລາ 2019 ໄດມ່ອນ ໄດ້ເຂົ້າຮ່ວມລາຍການ Greta Tennis Kids Cup 2019 ຈັດຂຶ້ນລະຫວ່າງວັນທີ 12-13 ຕຸລາ ຜ່ານມາ ທີ່ແຂວງພັດທະຍາ ປະເທດໄທ ລາຍການດັ່ງກ່າວ ໄດມ່ອນ ລົງແຂ່ງຂັນຊີງໄຊ 2 ຮຸ່ນຄື: ຮຸ່ນ ອາຍຸ 10 ປີ ມີນັກກີລາເຂົ້າຮ່ວມ 16 ຄົນສາມາດຍາດໄດ້ແຊັມ, ສ່ວນຮຸ່ນອາຍຸ 12 ປີ ມີ 32 ຄົນສາມາດຍາດໄດ້ອັນດັບ 2 ແລະ ໃນເດືອນທັນວາ 2019 ສາມາດຄວ້າແຊັມລາຍການ ເທັນນິສ ພີທີທີ – ລອນເທັນນິສ ພັດທະນາສີມື ຮອບມາສເຕີ ໃນຮຸ່ນອາຍຸ 10 ປີ ເຊິ່ງເປັນປີທີ່ຊາວລາວຮູ້ຈັກ ໄດມ່ອນ ຫຼາຍທີ່ສຸດ. ດັ່ງນັ້ນ, ມື້ນີ້ທີມງານພວກເຮົາຈິ່ງພາຜູ້ອ່ານມາຮູ້ຈັກກັບ ໄດມ່ອນ ນໍາກັນເລີຍ.

ທ້າວ ໄດມ່ອນ ເລົ່າວ່າ: ການທີ່ກ້າວສູ່ການເປັນນັກກີລາເທັນນິສ ແມ່ນຍ້ອນພໍ່ເປັນຜູ້ຜັກດັນ ແລະ ໃຫ້ການສະໜັບສະໜູນມາໂດຍຕະຫຼອດ ຕັ້ງແຕ່ຕອນຍັງນ້ອຍໆ ບອກກັບຄວາມຮັກມັກຂອງຕົວເອງ ແລະ 2 ປີທີ່ຜ່ານມາແມ່ນໄດ້ຊ້ອມຢ່າງເຕັມທີ່ ຈົນຫຼ້າສຸດສາມາດຍາດໄດ້ແຊັມລາຍການທີ່ປະເທດໄທ ໄດ້ເຖິງ 2 ລາຍການໃນຮຸ່ນອາຍຸ 10 ປີປະກອບດ້ວຍ ລາຍການ Greta Tennis Kids Cup 2019 ໃນເດືອນຕຸລາ ແລະ ພີທີທີ – ລອນເທັນນິສ ພັດທະນາສີມື ຮອບມາສເຕີ ໃນເດືອນທັນວາ ທີ່ຜ່ານມາ ຈາກຜົນງານດັ່ງກ່າວເຮັດໃຫ້ນ້ອງຮູ້ສຶກຕື່ນເຕັ້ນ ແລະ ພາກພູມໃຈຫຼາຍ ໃນທຸກຄັ້ງທີ່ລົງແຂ່ງຂັນ ແລະ ສາມາດຊະນະນັກກີລາທີ່ແຂ່ງແກ່ນກວ່າຕົວເອງໄດ້ ໂດຍເປົ້າໝາຍຂອງນ້ອງຕໍ່ໄປຄື ຈະພະຍາຍາມກ້າວສູ່ນັກກີອາຊີບ.

ຂະນະດຽວກັນ ທ່ານ ຕຸ້ຍ ບຸນທະລາ ປະທານສະຫະພັນເທັນນິສ ນະຄອນຫຼວງວຽງຈັນ ທັງເປັນຜູ້ປົກຄອງຂອງ ໄດມ່ອນ ເລົ່າວ່າ: ໃນເບື້ອງຕົ້ນແມ່ນຂ້າພະເຈົ້າໄດ້ ໄດມ່ອນ ໄປຫຼິ້ນກ໊ອຟນໍາ ເພື່ອສອນໃຫ້ ໄດມ່ອນ ມັກກີລາກ໊ອຟ, ແຕ່ ໄດມ່ອນ ກັບຮັກມັກການຫຼິ້ນກີລາເທັນນິສ ໂດຍໃນເບື້ອງຕົ້ນໄດ້ສົ່ງໄປຝຶກຊ້ອມກັບຄູຝຶກໃນເດີ່ນເຈົ້າອານຸວົງ ໃນຕອນອາຍຸ 8 ປີ, ແຕ່ເມື່ອເຫັນລູກມັກແລ້ວ ຂ້າພະເຈົ້າຈິ່ງໄດ້ເສຍສະຫຼະເວລາ ຈາກການໄປຕີກ໊ອຟ ປ່ຽນມາໃຫ້ເວລາ ເພື່ອໃຫ້ລູກຊາຍໄດ້ຝຶກຊ້ອມກີລາເທັນນິສ ແລະ ໄດ້ສົ່ງໄປຝຶກຊ້ອມກັບຄູ່ຝຶກທີ່ມີຊື່ສຽງທັງພາຍໃນ ແລະ ຕ່າງປະເທດ ເພື່ອໃຫ້ນ້ອງໄດ້ຮຽນຮູ້ທັກສະໃໝ່ໆ ຈາກຫຼາຍໆທ່ານ ຈົນມາຮອດໄລຍະໜຶ່ງໄດ້ມີການພັດທະນາຂຶ້ນເລື້ອຍໆ, ແຕ່ອຸປະສັກຂອງນ້ອງຄືສະໜາມໃນການຝຶກຊ້ອມ ແລະ ແຂ່ງຂັນ ຈິ່ງໄດ້ຕັດສິນໃຈສ້າງສະໜາມເທັນນິສທີ່ບ້ານປາກທ້າງ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ເພື່ອໃຫ້ລາວໄດ້ຝຶກຊ້ອມ ແລະ ທົດສອບໄດ້ຢ່າງເຕັມທີ່.

/

“ ຈົນມາຮອດທ້າຍປີ 2019 ໄດມ່ອນ ສາມາດສ້າງຜົນງານໂດດເດັ່ນດ້ວຍການຄວ້າແຊັມ 2 ລາຍການໃຫຍ່ ແລະ ລາຍການທີ່ໃຫຍ່ໆແມ່ນລາຍການລະດັບໂລກຈັດທີ່ ຍີ່ປຸ່ນ ໄດມ່ອນ ສາມາດຍາດໄດ້ອັນດັບ 6 ຈາກ 23 ປະເທດເຂົ້າຮ່ວມ ແນ່ນອນຜູ້ເປັນພໍ່ຮູ້ສຶກພາກພູມໃຈຫຼາຍ ທີ່ວ່າລູກມີຄວາມຕັ້ງໃຈໃນສິ່ງທີ່ຕົວເອງມັກ ແລະ ມີວິໄນໃນການຝຶກຊ້ອມ ເພື່ອຄວາມສໍາເລັດໃນອະນາຄົດ ແລະ ກ້າວສູ່ອາຊີບຕາມຄວາມຫວັງຂອງລາວ ລວມເຖິງຈະໃຫ້ການສະໜັບສະໜູນ ໄດມອນ ຢ່າງເຕັມທີ່, ສ່ວນກ່ຽວກັບຫຼິ້ນເທັນນິສ ພວກເຮົາກໍຈະວາງແຜນໃຫ້ກັບ ໄດມ່ອນ ຫຼິ້ນກີລາໄປຄຽງຄູ່ກັບການສຶກສາບໍ່ຫ້ຂາດ, ສ່ວນແຜນໃນປີ 2020 ແມ່ນຍັງບໍ່ໄດ້ມີແນ່ນອນ. ຢ່າງໃດກໍຕາມ ນ້ອງໄດມ່ອນ ແມ່ນຝຶກຊ້ອມທຸກມື້ ເຊົ້າ-ແລງ ຕອນລະ 2 ຊົ່ວໂມງຢ່າງໜ້ອຍ ເພື່ອກຽມພ້ອມໃນທຸກລາຍການ ” ຜູ້ເປັນພໍ່ກ່າວ.

ສໍາລັບ ໄດມ່ອນ ປັດຈຸບັນອາຍຸ 10 ປີຢູ່ບ້ານນາຄໍາ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ແຈ້ງເກີດຢ່າງເຕັມຕົວໃນປີ 2019 ເຂົ້າຮ່ວມການແຂ່ງຂັນລາຍການຕ່າງປະເທດຫຼາຍກວ່າ 10 ລາຍການ ໂດຍສະເພາະເຄີຍເຂົ້າຮ່ວມແຂ່ງຂັນລາຍການ World junior tennis tour ທີ່ປະເທດຍີ່ປຸ່ນ ໂດຍມີ 23 ປະເທດເຂົ້າຮ່ວມແຂ່ງຂັນ ສາມາດຍາດໄດ້ອັນດັບທີ 6 ດ້ວຍການຊະນະນັກກີລາຈາກຍີ່ປຸ່ນ ກ່ອນໄປເສຍໃຫ້ກັບ ຮົງກົງ ໃນຮອບ 8 ຄົນສຸດທ້າຍ.
(ຂ່າວ: ຄໍາສອນ)