ບໍລິສັດທີ່ປຶກສາການລົງທຶນ ແລະ ກໍ່ສ້າງເຂື່ອນຊ່ວຍອຸປະກອນການແພດໃຫ້ລັດຖະບານ

166

ບໍລິສັດທີ່ປຶກສາການລົງທຶນ ແລະ ກໍ່ສ້າງເຂື່ອນ ໄດ້ນຳເອົາອຸປະກອນການແພດ ມາມອບໃຫ້ລັດຖະບານລາວ ມູນຄ່າ 80 ພັນໂດລາ ເພື່ອຊ່ວຍຕ້ານໂຄວິດ-19.

ໃນວັນທີ 6 ເມສາ 2020 ບໍລິສັດທີ່ປຶກສາການລົງທຶນ ແລະ ກໍ່ສ້າງເຂື່ອນ ໄດ້ນຳອຸປະກອນການແພດ ແລະ ຢາລວມມູນຄ່າ 80 ພັນໂດລາສະຫະລັດ ມາມອບໃຫ້ໃຫ້ລັດຖະບານລາວ ເພື່ອຕ້ານການແຜ່ລະບາດຂອງເຊື້ອໄວຣັດໂຄວິດ-19 ຖືເປັນການອີກແຮງໜຶ່ງໃນການແບ່ງເບົາຊ່ວຍພາກລັດທ່າມກາງການລະບາດຂອງພະຍາດໂຄວິດ-19.

ຕາງໜ້າມອບໂດຍທ່ານ ປີຊາໄຊ ແກ້ວໄຊຍະຈັກ ປະທານບໍລິສັດທີ່ປຶກສາການລົງທຶນ ແລະ ກໍ່ສ້າງເຂື່ອນ ແລະ ຮັບໂດຍທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ.