ດ່ວນ!!! ປະກາດແຕ່ງຕັ້ງ ທ່ານ ວິໄລວົງ ບຸດດາຄໍາ ເປັນເລຂາພັກແຂວງ, ຮັກສາການເຈົ້າແຂວງໆຈຳປາສັກ

468

ໃນວັນທີ 3ເມສາ 2020, ແຂວງຈຳປາສັກ ໄດ້ຈັດພິທີປະກາດພະນັກງານການນຳແຂວງ 6 ສະຫາຍ ອອກພັກການ-ຮັບອຸດໜູນບໍານານຂຶ້ນຢູ່ສະໂມສອນແຂວງ ໂດຍການເຂົ້າຮ່ວມຂອງ ສະຫາຍ ພັນຄໍາ ວິພາວັນ ກໍາມະການກົມການເມືອງສູນກາງພັກ ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດແຫ່ງສປປລາວ;​ ມີຮອງລັດຖະມົນຕີ,​ ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ,​ ມີບັນດາສະຫາຍການນໍາແຂວງ,​ ການນຳພະແນກການກົມກອງອ້ອມຂ້າງແຂວງ,​ ການນໍາ 9 ເມືອງ,​ 1 ນະຄອນ ແລະ ການນໍາພາກຈາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ໃນພິທີປະກາດພະນັກງານການນຳແຂວງ 6 ສະຫາຍ ອອກພັກການ-ຮັບອຸດໜູນບໍານານຄື:1.ສະຫາຍ ບຸນຖອງ ດີວິໄຊ ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງໆຈຳປາສັກ;2.ສະຫາຍ​ ສົມສະໜິດ​ ບຸດຕິວົງ ຮອງເລຂາພັກແຂວງ ຮອງເຈົ້າແຂວງໆຈຳປາສັກ.3.ສະຫາຍ ນິພອນ ວຽງປະເສີດ ຮອງເລຂາພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ​;

4.ສະຫາຍ​ ບົວສອນ ວົງສອງຄອນ ຄະນະປະຈຳພັກແຂວງ ຮອງເຈົ້າແຂວງໆຈຳປາສັກ; 5.ສະຫາຍ ສຸລິວັນ ສະຫວັດທະສິນ ຄະນະປະຈຳພັກແຂວງ.
6.ສະຫາຍ ບຸນມາກ ວິລະວົງ ຄະນະປະຈຳພັກແຂວງ.

ພ້ອມນີ້ ຍັງໄດ້ປະກາດແຕ່ງຕັ້ງພະນັກງານນຳພາຂັ້ນສູງຂອງແຂວງ ຄື: ແຕ່ງຕັ້ງ ສະຫາຍ ວິໄລວົງ ບຸດດາຄໍາ ກຳມະການ​ສູນກາງ​ພັກ​ ກຳມະການ​ປະຈຳສະພາແຫ່ງຊາດ ປະທານກໍາມາທິການແຜນການ-ການເງິນ ແລະ ກວດສອບ ສະພາແຫ່ງຊາດ ເປັນເລຂາພັກແຂວງ ຮັກສາການເຈົ້າແຂວງໆຈຳປາສັກ.


ແຕ່ງຕັ້ງ ສະຫາຍ ມະໄລທອງ ກົມມະສິດ ຮອງລັດຖະມົນຕີ ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ເປັນກຳມະການປະຈຳພັກແຂວງ ຈຳປາສັກ.​

ຕອນທ້າຍ ພິທີ ສະຫາຍ ພັນຄໍາ ວິພາວັນ  ກໍໄດ້ມີຄໍາເຫັນໂອ້ລົມ ຊີ້ທິດເຍືອງທາງ ເພື່ອເປັນບ່ອນອີງໃຫ້ຄະນະພັກ-ອົງການປົກຄອງແຂວງ ໃນການນໍາພາ-ຊີ້ນໍາວຽກງານໃນຕໍ່ໜ້າ.

CR: