ສຶກສາ ເພີ່ມທະວີມາດຕະການ ສະກັດກັ້ນ ກຽມພ້ອມຮອບດ້ານເພື່ອຮັບມືໂຄວິດ-19

98

ກະຊວງສຶກສາທິການ ແລະ ກີລາ (ສສກ) ອອກແຈ້ງການ 9 ຂໍ້ເພີ່ມທະວີມາດຕະການສະກັດກັ້ນ, ກັນການລະບາດ, ຄວບຄຸມ ແລະ ກຽມພ້ອມຮອບດ້ານເພື່ອຕ້ານພະຍາດໂຄວິດ-19 ໃນນັ້ນ, ໄດ້ກຳນົດໃຫ້ມີການຮຽນການສອນຜ່ານທາງວິທະຍຸ ແລະ ໂທລະພາບ ພ້ອມທັງຫ້າມເຄື່ອນໄຫວທຸລະກິດກິລາ-ກາຍຍະກຳທຸກຮູບແບບ.

ໂດຍອີງຕາມ ແຈ້ງການ ຂອງກະຊວງສຶກສາທິການ ແລະ ກິລາ ເລກທີ 400/ສສກ ລົງວັນທີ 30 ມີນາ 2020 ວ່າດ້ວຍເລື່ອງຜັນຂະຫຍາຍຄຳສັ່ງເລກທີ 06/ນຍ ໃນການເພີ່ມທະວີມາດຕະການສະກັດກັ້ນ, ກັນການລະບາດ, ຄວບຄຸມ ແລະ ກຽມພ້ອມຮອບດ້ານເພື່ອຕ້ານພະຍາດໂຄວິດ-19 ໃນຂະແໜງສຶກສາທິການ ແລະກິລາມີ ດັ່ງນີ້:

1     ໃຫ້ພະນັກງານ, ບຸກຄະລາກອນທາງການສຶກສາ – ກິລາ ແລະ ຄູ-ອາຈານ ສືບຕໍ່ເພີ່ມທະວີໂຄສະນາເຜີຍແຜ່, ສຶກສາອົບຮົມຢ່າງກວ້າງຂວາງ ແລະ ເລິກເຊິ່ງດ້ວຍຫຼາຍຮູບການ ແລະ ວິທີການເພື່ອເຮັດໃຫ້ຄູ-ອາຈານ, ນັກຮຽນ-ນັກສຶກສາ ເຫັນໄດ້ໄພອັນຕະລາຍຂອງພະຍາດດັ່ງກ່າວ, ຮູ້ຈັກວິທີສະກັດກັ້ນ, ກັນ ແລະ ຕ້ານພະຍາດນີ້ດ້ວຍຕົນເອງ, ພ້ອມທັງເຫັນໄດ້ຄວາມຈຳເປັນຂອງລັດຖະບານໃນການປະກາດໃຊ້ມາດຕະການຕ່າງໆ.

ພາບປະກອບຂ່າວ

2     ໃຫ້ບັນດາສຳນັກງານສຶກສາທິການ ແລະກິລາ, ໂຮງຮຽນທັງພາກລັດ ແລະ ເອກະຊົນ ທົ່ວປະເທດ ຈັດເຮັດວຽກ ຫຼື ການຮຽນ-ການສອນ ຜ່ານລະບົບອອນລາຍ, ການປະຊຸມທາງໄກ ແລະ ອື່ນໆໃຫ້ເໝາະສົມ ນັບແຕ່ວັນທີ 1 -19 ເມສາ 2020.

3     ໃຫ້ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ, ກົມສາມັນສຶກສາ ແລະ ສູນເຕັກໂນໂລຊີຂ່າວສານ ແລະ ການສື່ສານ ເຜີຍແຜ່ການຮຽນ-ການສອນຊັ້ນສາມັນສຶກສາຜ່ານທາງໂທລະພາບແຫ່ງຊາດ ແລະ ສະຖານີວິທະຍຸ.

4     ຫ້າມບໍ່ໃຫ້ພະນັກງານ, ບຸກຄະລາກອນທາງການສຶກສາ ແລະ ກິລາ ລວມເຖິງພໍ່ແມ່ປະຊາຊົນ ແລະ ນັກຮຽນ, ນັກສຶກສາ ອອກຈາກບ້ານຕັ້ງແຕ່ເວລາ 00:00 ໂມງຂອງວັນທີ 1-19 ເມສາ 2020. ຍົກເວັ້ນຜູ້ມີພັນທະໄປປະຈຳການຢູ່ສຳນັກງານ.

ພາບປະກອບຂ່າວ

5     ຫ້າມເຄື່ອນໄຫວທຸລະກິດກິລາ-ກາຍຍະກຳທຸກຮູບແບບ.

6     ທຸກສຳນັກງານ ແລະ ສະຖານການສຶກສາ ຕ້ອງຈັດຕັ້ງການປ້ອງກັນ, ອະນາໄມ, ຄັດກອງບຸກຄະລາກອນທີ່ມາປະຈຳການດ້ວຍການກວດອຸນຫະພູມ, ຈັດເຈວລ້າງມື, ຜ້າປິດປາກໃຫ້ພະນັກງານທີ່ມາປະຈຳການຕາມຄວາມສາມາດຂອງແຕ່ລະພາກສ່ວນ.

7     ຜູ້ບໍລິຫານການສຶກສາ ແລະ ກິລາ ທຸກຂັ້ນ ເຝົ້າລະວັງ ແລະ ຕິດຕາມກວດກາສຸຂະພາບຂອງພະນັກງານ, ຄູ-ອາຈານ ທີ່ສັງກັດໃນກົມກອງຂອງຕົນ.

ພາບປະກອບຂ່າວ

8     ຫ້າມພະນັກງານ, ບຸກຄະລາກອນທາງສຶກສາ ແລະ ກິລາ, ຄູ-ອາຈານ ແລະ ນັກຮຽນ ນັກສຶກສາ ເຂົ້າໄປມີສ່ວນຮ່ວມໃນການກັກຕຸນສິນຄ້າ ສະເພາະແມ່ນຄວບຄຸມ ຜ້າປິດປາກ, ເຈວລ້າງມື ແລະ ອື່ນໆ ແລະ ຫ້າມອອກຂ່າວທີ່ບໍ່ມີຄວາມຈິງກ່ຽວກັບໂຄວິດ-19. ໃຫ້ຕິດຕາມຂໍ້ມູນທີ່ໜ້າເຊື່ອຖືໄດ້ຈາກເວັບໄຊສຳນັກຂ່າວທາງການ.

9     ໃຫ້ພະນັກງານ, ບຸກຄະລາກອນທາງການສຶກສາ ແລະ ກິລາ, ຄູ-ອາຈານ ແລະ ນັກຮຽນ-ນັກສຶກສາ ເປັນເຈົ້າການໃນການຜັນຂະຫຍາຍຄຳສັ່ງຂອງນາຍົກ: ແຈ້ງການຂອງຄະນະສະເພາະກິດ, ແຈ້ງການຂອງກະຊວງ ສສກ, ແຈ້ງການຂອງທ້ອງຖິ່ນຢ່າງເຂັ້ມງວດ; ຖ້າມີຄວາມຈຳເປັນໃຫ້ບັນດາຫ້ອງການ, ກົມ, ສະຖາບັນ, ອົງການທຽບເທົ່າ, ສູນ ແລະ ສະຖາບັນການສຶກສາ ອອກນິຕິກຳລະອຽດຕາມບົດບາດ ແລະ ໜ້າທີ່ຂອງຕົນ.