ມາຕາມສັນຍາ! ແຈັກມາ ຊ່ວຍເຫຼືອນໍ້າຢາກວດຫາເຊື້ອພະຍາດໂຄວິດ-19 ແກ່ລາວ 20ພັນກວ່າຊຸດ

329

ຈາກກ່ອນໜ້ານີ້ ແຈັກມາ ມະຫາເສດຖີຊາວຈີນໄດ້ອອກມາປະກາດກ່ຽວກັບການຈະມອບເຄື່ອງຊ່ວຍເຫຼືອ, ອຸປະກອນການແພດຕ່າງໆ ໃຫ້ແກ່ ສປປ ລາວ ຫວ່າງບໍ່ດົນມານີ້, ຫຼ້າສຸດ ວັນທີ 30 ມີນາ 2020 ແຈັກມາເຮັດຕາມສັນຍາ ແລະ ມາໄວທັນໃຈ ສົ່ງນໍ້າຢາກວດຫາເຊື້ອພະຍາດໂຄວິດ-19 ຈໍານວນ 20.064 ຊຸດ ມູນຄ່າ 129.011 ໂດລາສະຫະລັດ ມາຮອດລາວແລ້ວ.

ເຊິ່ງໃນວັນທີ 30 ມີນາ 2020 ທີ່ສາງພະລາທິການການແພດ ເຂດດົງໂພສີ ໄດ້ຈັດພິທີມອບ-ຮັບເຄື່ອງຊ່ວຍເຫຼືອລ້າຈາກ ສປຈີນ ໃຫ້ແກ່ ສປປ ລາວ ໂດຍຕາງໜ້າຮັບຝ່າຍລາວແມ່ນ ທ່ານ ບຸນແຝງ ພູມມະໄລສິດ ຮອງລັດຖະມົນຕີກະຊວງສາທາລະນະສຸກ, ຕາງໜ້າມອບຝ່າຍ ສປ ຈີນ ໂດຍທ່ານ ວາງຊີຮຸ່ຍ ທູດທີ່ປຶກສາເສດຖະກິດ-ການຄ້າ ສປ ຈີນ ປະຈໍາລາວ, ມີບັນດາຕາງໜ້າຈາກກະຊວງ, ພະແນກການກ່ຽວຂ້ອງ ແລະ ສື່ມວນຊົນເຂົ້າຮ່ວມ.

ເຄື່ອງຊ່ວຍເຫຼືອດັ່ງກ່າວແມ່ນມີທັງຂອງລັດຖະບານຈີນ ເປັນຕົ້ນ ໜ້າກາກອະນາໄມທົ່ວໄປ ຈໍານວນ 400.000ອັນ ມູນຄ່າ 196.000ໂດລາສະຫະລັດ; ໜ້າກາກອະນາໄມ N95 ຈໍານວນ 5.000ອັນ ມູນຄ່າ 147.500ໂດລາສະຫະລັດ; ເສື່ອຊຸດປ້ອງກັນຕົນເອງ ຈໍານວນ 5.000 ອັນ ມູນຄ່າ 108.950 ໂດລາສະຫະລັດ. ສ່ວນເຄື່ອງຊ່ວຍເຫຼືອຈາກມູນນິທິແຈັກມາ ມີນໍ້າຢາກວດຫາເຊື້ອພະຍາດໂຄວິດ-19 ຈໍານວນ 20.064ຊຸດ ມູນຄ່າ 129.011ໂດລາສະຫະລັດ.