ລາວ – ທ໊ອບ ເອັຟຊີ ຄັດໄດ້ 20 ນັກເຕະ ພ້ອມລຸຍ ລາວລີກ 2 ຫວັງຕິດ 1 ໃນ 4

117

ສະໂມສອນວິທະຍາໄລ ລາວ – ທ໊ອບ ຫຼື ລາວ – ທ໊ອບ ເອັຟຊີ ສາມາດຄັດນັກເຕະໄດ້ແລ້ວ 20 ຄົນ ທີ່ຈະໄດ້ເຂົ້າຮ່ວມການແຂ່ງຂັນບານເຕະ ຄອມມານໂດ ລາວລີກ 2 ຫຼື COMMANDO LAO LEAGUE 2 ( ບານເຕະສາຍ ກ ຊື່ເກົ່າ ) ປະຈໍາປີ 2020 ທີ່ຈະເປີດສາກຂຶ້ນໃນເດືອນພຶດສະພາ 2020 ເພື່ອໄລ່ລ່າເປົ້າໝາຍຕິດ 1 ໃນ 4.

ເມື່ອວັນທີ 22 ທີ່ຜ່ານມາ ທີ່ສະໜາມບານເຕະ ວິທະຍາໄລສັບພະວິຊາ ໄດ້ມີພິທີຄັດເລືອກນັກເຕະຂອງ ລາວ – ທ໊ອບ ເອັຟຊີ ໂດຍມີນັກກີລາເຂົ້າຮ່ວມຄັດເລືອກ 100 ກວ່າຄົນ, ຈົນຫຼ້າສຸດໃນວັນທີ 24 ມີນາ 2020 ໄດ້ມີການປະກາດ 20 ລາຍຊື່ນັກເຕະທີ່ຜ່ານການຄັດເລືອກ.

ທ່ານ ປອ. ພັນທະວິໄລ ນວນຮຸ່ນ ຮອງອໍານວຍການຂອງ ວິທະຍາໄລ ລາວ – ທ໊ອບ ທັງເປັນປະທານສະໂມສອນ ລາວ – ທ໊ອບ ເປີດເຜີຍວ່າ: ການຄັດເລືອກນັກເຕະຊຸດນີ້ແມ່ນເພື່ອກະກຽມທີມເຂົ້າຮ່ວມການແຂ່ງຂັນ ຄອມມານໂດ ລາວລີກ 2 ( ສາຍ ກ ) ທີ່ຈະເປີດສາກຂຶ້ນໃນເດືອນພຶດສະພາ 2020 ແລະ ອີກຢ່າງໜຶ່ງກໍແມ່ນການສົ່ງເສີມກິດຈະກໍາພາຍໃນ ເພື່ອສົ່ງເສີມໃຫ້ນັກຮຽນມີຄວາມສາມັກຄີ ເຊິ່ງສາມາດຄັດໄດ້ແລ້ວ 20 ຄົນທີ່ດີເດັ່ນ ແລະ ຈະມີການຄັດເອົາອີກ 2 ຄົນໃນຂັ້ນຕອນຕໍ່ໄປກ່ອນການແຂ່ງຂັນຈະເລີ່ມຂຶ້ນ ແລະ ພວກເຮົາຈະຮ່ວມກັນສຸມໃສ່ເພື່ອຫວັງຕິດ 1 ໃນ 4 ໃຫ້ໄດ້.

ສໍາລັບ 20 ນັກເຕະທີ່ຜ່ານການຄັດເລືອກໃນທ້າຍອາທິດທີ່ຜ່ານມາ ປະກອບມີ: ສັນຕິສຸກ ຄໍາຜານຸວົງ, ອານຸກອນ ວັນນະສີ, ກິດຕ້າ ນ້ອຍຜີວພັນ, ອຸດົມຄຳ ສີວິໄລ, ວົງຍາລັດ ຈັນສຸດາ, ຕິກ ແກ້ວມາລາຄໍາ, ພົມມະສອນ ສາງແກ້ວ, ໄຊຍາ ມົນລັງສີ, ພອນສະຫວັນ ພົມມະຈັນ, ບຸນຫຼົງ ວົງພັນ, ຄໍາພຸດ ວົງພັກ ດີ, ວິລະກອນ ( ໝີ ), ມະໂນລົມ ພົມສຸວັນ, ອາທິດ ພິລາສີ, ເຊນ, ຊິດຕີ້, ອ່ອນແກ້ວ ຄໍາສຸລິຍາ, ຕາວັນ, ລັດວິຫານ ສີປະກອນ ແລະ ຄໍາປັນຍາ.

( ຂ່າວ: ຄໍາສອນ; ຮູບຈາກ: ລາວ – ທ໊ອບ )