ຄິວລົດສາຍໃຕ້ວາງ 3 ມາດຕະການປ້ອງກັນໂຄວິດ – 19

596

ຜູ້ຈັດການທົ່ວໄປສະຖານີຂົນສົ່ງໂດຍສານສາຍທາງໄກ ສາຍໃຕ້ – ສາຍຕ່າງປະເທດ ເຜີຍຕໍ່ທີມຂ່າວເສດຖະກິດ – ການຄ້າ ວ່າ: ເພື່ອປ້ອງກັນ ແລະ ສະກັດກັ້ນການລະບາດຂອງເຊື້ອຈຸລະໂລກສາຍພັນໃໝ່ ຫຼື ໂຄວິດ – 19 ສະຖານີຂອງພວກເຮົາໄດ້ວາງ 3 ມາດຕະການຫຼັກ ເພື່ອຮັບປະກັນການລະບາດຂອງໂຄວິດ – 19 ສ່ວນລົດໂດຍສານຍັງໃຫ້ແລ່ນປົກກະຕິ ສະເລ່ຍ 50 ຄັນຕໍ່ມື້.

ທ່ານ ສຸກສະຫວາດ ສີສຸກ ຜູ້ຈັດການທົ່ວໄປສະຖານີຂົນສົ່ງໂດຍສານສາຍທາງໄກ ສາຍໃຕ້ – ສາຍຕ່າງປະເທດ ໄດ້ກ່າວວ່າ: ພວກເຮົາກະກຽມຄວາມພ້ອມຢູ່ສະເໝີ ເພື່ອເຝົ້າລະວັງການລະບາດຂອງໂຄວິດ – 19 ໂດຍມີການຮອງຮັບ 3 ວິທີ ຄື: ໜຶ່ງ ພວກເຮົາໄດ້ມີເຈລລ້າງມືໄວ້ໃນສະຖານທີ່ຄິວລົດສາຍໃຕ້ ໂດຍສະເພາະຢູ່ປ່ອງບໍລິການປີ້ໂດຍສານ, ປ່ອງປະຊາສໍາພັນ; ສອງ ຈະມີພະນັກງານປະຊາສໍາພັນເຜີຍແຜ່ຂໍ້ມູນ – ຂ່າວສານໃຫ້ຜູ້ໂດຍສານໃຫ້ຮູ້ຜົນຮ້າຍ ແລະ ວິທີປ້ອງກັນຕົນເອງ ໂດຍສະເພາະແມ່ນການແນະນໍາໃຫ້ໃສ່ຜ້າອັດປາກ, ໝັ່ນລ້າງມື, ການຢູ່ຫ່າງກັນໄລຍະ 1 ແມັດເຫຼົ່ານີ້ເປັນຕົ້ນ ແລະ ມາດຕະການທີສາມ ທາງສະຖານີກໍໄດ້ມີການສີດຢາຂ້າເຊື້ອພາຍໃນສະຖານີ, ຈຸດບໍລິການ, ຕັ່ງນັ່ງ ເຊິ່ງປະຕິບັດຫຼັງຈາກລົດອອກຈາກຄິວທັງໝົດໃນໄລຍະກາງຄືນ ປະມານ 20:30 ໂມງຂອງທຸກໆວັນ.

ທ່ານກ່າວຕື່ມວ່າ: ປັດຈຸບັນຈໍານວນຜູ້ໂດຍສານເຫັນວ່າຍັງຢູ່ໃນເກນປົກກະຕິບໍ່ເຖິງຂັ້ນວ່າແອອັດ ເຊິ່ງສະຖານີພວກເຮົາຍັງໃຫ້ບໍລິການພາຍໃນປະເທດຕາມໂມງ ແລະ ເວລາເກົ່າທີ່ກໍານົດ, ສ່ວນລາຄາກໍບໍ່ມີຫຍັງປ່ຽນແປງ, ສໍາລັບສາຍຕ່າງປະເທດ ໂດຍສະເພາະ ຫວຽດນາມ ກໍໄດ້ຢຸດບໍລິການແລ້ວ. ສ່ວນຢາຂ້າເຊື້ອໃນປັດຈຸບັນມີຈໍານວນຈໍາກັດ ຕາມແຜນສີດພົ່ນຄັ້ງໜຶ່ງກໍສາມາດກຸ້ມໄດ້ 3 ວັນ ຖ້າຫາກວ່າຢາຂ້າເຊື້ອຊຸດນີ້ໝົດກໍຕ້ອງຊອກຈັດຫາຕື່ມ ເພື່ອໃຫ້ສາມາດສີດໄດ້ຕະຫຼອດ ສ່ວນການສີດພົ່ນຂ້າເຊື້ອຢູ່ໃນລົດທາງເຮົາກໍຈະເບິ່ງກ່ອນ ເພາະຢາຂ້າເຊື້ອແມ່ນມີກິ່ນແຮງຈະທົດລອງເບິ່ງວ່າສີດໄປແລ້ວໃຊ້ເວລາເທົ່າໃດ ເພື່ອໃຫ້ກິ່ນລະເຫີຍ ແລະ ວາງມາດຕະການສີດຕໍ່ໄປ.

ສ່ວນການວັດແທກອຸນຫະພູມໃນປັດຈຸບັນຍັງບໍ່ມີ ເຊິ່ງຈະຂໍການຮ່ວມມືນໍາກະຊວງສາທາລະນະສຸກ ວ່າຈະຮ່ວມມືກັນແນວໃດ? ຈະມີຈຸດກວດວັດແທກໄຂ້ ຫຼື ບໍ່, ສ່ວນພະນັກງານພາຍໃນສະຖານີເຮົາກໍມີຜ້າອັດປາກໃຫ້, ສະໜອງເຈລລ້າງມືໃຫ້ ພ້ອມທັງແນະນໍາວິທີໃນການປ້ອງກັນຕົນເອງຄືແນວໃດ ເພື່ອເຮັດໜ້າທີ່ບໍລິການປະຊາຊົນໃນສະຖານີເຮົາ.

ທ່ານກ່າວວ່າ: ຝາກເຖິງປະຊາຊົນທີ່ມີແຜນກັບພູມລຳເນົາ ຫາກຜູ້ໃດມີເງື່ອນໄຂ ສາມາດກັບໄດ້ໄວກໍໃຫ້ທະຍອຍກັບເລີຍໃນໄລຍະນີ້ ບໍ່ໃຫ້ລໍຖ້າໄປຮອດວັນທີ 9 ຫຼື ວັນທີ 12 ເດືອນໜ້າ, ສ່ວນຜູ້ທີ່ມາຄິວເພື່ອລໍຖ້າຂຶ້ນລົດກໍໃຫ້ໃສ່ຜ້າອັດປາກ, ໝັ່ນລ້າງມື ແລະ ຢູ່ຫ່າງກັນປະມານ 1 – 2 ແມັດ.

ປັດຈຸບັນມີລົດ 50 – 55 ຄັນ ໃຫ້ບໍລິການປົກກະຕິ, ຖ້າມີຄົນໜາແໜ້ນເຮົາກໍຈະເສີມຄືແຕ່ລະປີປະມານ 30 – 50 ຄັນ.