ຊົມເຊີຍ! ອັດຕະປື ເປີດຂະບວນຊຸກຍູ້ເສຍຄ່າທໍານຽມທາງປີ 2020 ຜ່ານທະນາຄານ

215

ສ່ວຍສາອາກອນປະຈຳແຂວງອັດຕະປື ໄດ້ເປີດຂະບວນການຊຸກຍູ້ເສຍຄ່າທໍານຽມທາງ ຜ່ານລະບົບທະນາຄານຂຶ້ນ ໃນວັນທີ 24 ມີນາ 2020 ຜ່ານມາ ທີ່ຫ້ອງວ່າການປົກຄອງແຂວງ ພາຍໃຕ້ການນໍາພາຂອງ ທ່ານ ສຸດໃໜ ສຸດບຸນລົ້ນ ຮອງຫົວໜ້າສ່ວຍສາອາກອນປະຈຳແຂວງອັດຕະປື, ທັງເປັນຫົວໜ້າຄະນະຮັບຜິດຊອບຂະບວນການຊຸກຍູ້ເສຍຄ່າທຳນຽມທາງ, ພ້ອມດ້ວຍພະນັກງານວິຊາການພາຍໃນສ່ວຍສາອາກອນປະຈຳແຂວງເຂົ້າຮ່ວມ.

ການສ້າງຂະບວນການເສຍຄ່າທໍານຽມທາງຜ່ານລະບົບທະນາຄານ ຢູ່ແຂວງອັດຕະປືໃນຄັ້ງນີ້ ກໍ່ແມ່ນເປັນມື້ທີ 2 ໃນປີ 2020 ເປັນຈຸດທີ 1 ຢູ່ຫ້ອງວ່າການປົກຄອງແຂວງ ເລີ່ມແຕ່ວັນທີ 24-25 ມີນາ 2020. ຈຸດທີ 2 ຢູ່ພະແນກກະສິກຳ-ປ່າໄມ້ແຂວງ ເລີ່ມແຕ່ວັນທີ 26-27 ມີນາ 2020 ແລະ ຈຸດທີ 3 ຢູ່ພະແນກການເງິນແຂວງ ແຕ່ວັນທີ 30-31 ມີນາ 2020. ທັງນີ້, ກໍ່ເພື່ອເປັນການຊຸກຍູ້, ປຸກລະດົມ ແລະອໍານວຍຄວາມສະດວກໃຫ້ແກ່ອົງການຈັດຕັ້ງພັກ-ລັດ, ບັນດາຫົວໜ່ວຍທຸລະກິດ ແລະ ປະຊາຊົນບັນດາເຜົ່າ ໄດ້ມາເສຍຄ່າທໍານຽມທາງຜ່ານລະບົບທະນາຄານຢ່າງເປັນຂະບວນ.

ເຊິ່ງອັນສຳຄັນ ກໍ່ເປັນແບບຢ່າງທີ່ສະແດງເຖິງສະຕິຕື່ນຕົວ, ຄວາມສະໝັກໃຈທີ່ປະກອບສ່ວນ ເຂົ້າໃນການສ້າງສາພັດທະນາປະເທດຊາດ. ໂດຍການເສຍຄ່າທຳນຽມທາງຜ່ານລະບົບທະນາຄານ ແມ່ນສາມາດຊຳລະໄດ້ 5 ຊ່ອງທາງ ຄື: 1 ແອັບພຣີເຄເຊີນມືຖື; 2 ຕູ້ເອທີເອັມ; 3 ເຄົາເຕີທະນາຄານ; 4 ຈຸດໃຫ້ບໍລິການທີ່ໄດ້ຮັບອະນຸຍາດ ແລະ 5 ຕູ້ອັດຕະໂນມັດ. ຫຼັງຈາກນັ້ນ ກໍ່ຈະໄດ້ສືບຕໍ່ເຄື່ອນໄຫວຕາມຈຸດຕ່າງໆ ແລະ ບັນດາແຂວງ-ເມືອງ ໃຫ້ສຳເລັດຕາມແຜນການທີ່ວາງໄວ້.

ທີ່ມາ: ຂ່າວອັດຕະປື