ວິທີເບີ່ງແຍງສຸຂະພາບໃນຊ່ວງອາກາດປ່ຽນແປງ

121

ສະພາບອາກາດຢູ່ບ້ານເຮົາມີການປ່ຽນແປງຕະຫຼອດ ເຊິ່ງເຮັດໃຫ້ຮ່າງກາຍປັບຕົວເຂົ້າກັບອຸນຫະພູມບໍ່ທັນ ສົ່ງຜົນໃຫ້ຮ່າງກາຍເກີດການເຈັບປ່ວຍ ດັ່ງນັ້ນ, ເຮົາຕ້ອງເລີ່ມເບີ່ງແຍງສຸຂະພາບຕົວເອງໃຫ້ດີເພື່ອໃຫ້ຫ່າງຈາກໂລກໄພໄຂ້ເຈັບທີ່ອາດຈະມາເຍືອນເຮົາໄດ້.

ຊ່ວງນີ້, ມີຂ່າວອາກາດປ່ຽນແປງເລື່ອຍໆໃນຫຼາຍພື້ນທີ່ ບາງມື້ຕອນເຊົ້າມີຝົນຕົກລົງມາ, ຕອນບ່າຍກັບແດດຮ້ອນ, ພໍຕົກຄ່ຳອາກາດພັດໜາວເຢັນ ຖ້າເປັນແບບນີ້, ໃຜຈະປັບຕົວທັນລະ ແລ້ວຍິ່ງອາກາດປ່ຽນແປງໄວຂະໜາດນີ້, ກໍ່ຄົງໜີບໍ່ພົ້ນເລື່ອງສຸຂະພາບຢ່າງແນ່ນອນ ບໍ່ວ່າແຕ່ໄວໃດກໍ່ຕາມ ຫາກເຮົາບໍ່ເບີ່ງແຍງສຸຂະພາບໃຫ້ດີ ໂລກໄພໄຂ້ເຈັບອາດມາເຍື່ອນໄດ້ເຊັນກັນ ແລະ ມື້ນີ້ພວກເຮົາມີວິທີເບິ່ງແຍງສຸຂພາບມາຝາກ ດັ່ງນີ້:

1 ນອນຫຼັບໃຫ້ພຽງພໍ: ມີການສຶກສາສະແດງໃຫ້ເຫັນວ່າ ການນອນຫຼັບບໍ່ພຽງພໍເຮັດໃຫ້ຈຳນວນເຊລໃນຮ່າງກາຍທີ່ເປັນໜ້າທີຕໍ່ຕ້ານເຊື້ອໂລກຕ່າງໆ ຫຼຸດລົງ ເຮົາຈຶ່ງຄວນນຶນຫຼັບຢ່າງໜອຍວັນລະ 8-10 ຊົ່ວໂມງ ຕໍ່ວັນ ເພື່ອໃຫ້ຮ່າງກາຍໄດ້ມີເວລາໃນການພື້ນຟູພະລັງງານ ແລະ ກັບມາຕໍ່ສູ້ກັບຊີວິດໃນມື້ຕໍ່ໄປໄດ້ອີກຄັ້ງ ແຕ່ຖ້າຫາກໃຜທີ່ນອນຫຼັບຍາກ ແນະນຳໃຫ້ກິນໝາກກ້ວຍ ເພາະໃນກ້ວຍຈະມີ ທຣິບໂຕເຟນ (Tryptophan) ເຊິ່ງເປັນກົດອາມີໂນຈໍາເປັນ ເຊິ່ງຮ່າງກາຍບໍ່ສາມາດສ້າງຂຶ້ນເອງໄດ້ ແລະ ມັນຊ່ວຍເຮັດໃຫ້ເຮົານອນຫຼັບໄດ້ງ່າຍຂຶ້ໜນັ້ນເອງ.

2 ເລື່ອງຂອງການອອກກຳລັງກາຍເປັນວິທີງ່າຍໆ ທີ່ຊ່ວຍໃຫ້ເຮົາມີຮ່າງກາຍເຂັ້ມແຂງ ພຽງແຕ່ເຮົາຕ້ອງມີວິໄນໃຫ້ພຽງພໍ ໂດຍການຍ່າງໄວ, ແລ່ນຫຼາຍໆ, ຂີ້ລົດຖີບ ຫຼື ການຫຼີ້ນກິລາທີ່ມີການເຄື່ອນໄຫວຮ່າງກາຍຢ່າງຕໍ່ເນື່ອງປະມານວັນລະ 30 ນາທີ ເພື່ອໃຫ້ຮ່າງກາຍແຂງແຮງ ຕ້ານທານຕໍ່ສູ້ກັບເຊື້ອໂລກຕ່າງໆ ໄດ້ນັ້ນເອງ ແລະ ທີ່ສຳຄັນບໍ່ຕ້ອງໄປອອກກຳລັງກາຍໃນຊວງເວລາທີ່ອາກາດຮ້ອນ ເພາະເຮົາຈະປັບອຸນນະພູມຂອງຮ່າງກາຍບໍ່ທັນ ແລະ ເຮັດໃຫ້ເກີດອາການປ່ວຍໄດ້.

3 ໝັ່ນທຳຄວາມສະອາດຢູ່ສະເໝີ: ການຮັກສາສຸຂະນາໄມສ່ວນບຸກຄົນເປັນເລື່ອງສຳຄັນທີ່ບໍ່ພຽງແຕ່ຈະເຮັດໃຫ້ເຮົາສະອາດເທົ່ານັ້ນ, ແຕ່ຍັງຊ່ວຍປ້ອງກັນການເລີ່ມຕົ້ນ ແລະ ການແພ່ກະຈາຍຂອງໂລກຕິດເຊື້ອອີກດ້ວຍ ການເບີ່ງແຍງປ້ອງກັນຕົວເອງຢ່າງເໝາະສົມຈະຊ່ວຍໃຫ້ເຮົາຫ່າງໄກຈາກການເຈັບປ່ວຍ ແລະ ການແພ່ໂລກໄພໄປສູ່ຄົນຮອບຂ້າງ ດັ່ງນັ້ນ, ຄວນເອົາໃຈໃສ່ກັບການລ້າງມືກ່ອນຮັບປະທານອາຫານທຸກຄັ້ງ, ເມື່ອກັບເຂົ້າບ້ານ, ຫຼັງຈາກເຂົ້າຫ້ອງນ້ຳ, ສຳຜັດກັບສັດ, ຫຼັງຈາກໄອ ຫຼື ຈາມ ຄວນລ້າງມືໃຫ້ສະອາດເພື່ອເປັນການຂ້າເຊື້ອໂລກ.

4 ກິນນ້ຳໃຫ້ພຽງພໍ: ຮ່າງກາຍຂອງຄົນເຮົາບໍ່ສາມາດຂາດນ້ຳໄດ້ເກີນກວ່າ 3-7 ວັນ ການກິນນ້ຳຢ່າງຖືກຕ້ອງ ຈະຊ່ວຍໃຫ້ການໄຫຼວຽນຂອງໂລຫິດ, ຫົວໃຈ ເຮັດວຽກປົກກະຕິ ແລະ ມີປະສິດທິພາບແຂງແຮງຂຶ້ນ, ເລີ່ມກິນນ້ຳວັນລະ 8 ຈອກ ຈະຊ່ວຍປ້ອງກັນອາການປ່ວຍໄດ້ ເນື່ອງຈາກນ້ຳເຮັດໃຫ້ເນື້ອເຍື່ອຕ່າງໆ ໃນລະບົບທາງເດີນຫາຍໃຈ ຊຸ່ມຊື່ນຊ່ວຍປ້ອງກັນບໍ່ໃຫ້ເຊື້ອໂລກຝັງຕົວ ແລະ ເຮັດໃຫ້ລະບົບພູມຕ້ານທານເຮັດວຽກໄດ້ຢ່າງມີປະສິດທິພາບ ເອີ້ນວ່າເປັນ “ອາຫານອັນພິເສດ” ເລີຍກໍວ່າໄດ້.

5 ຈັດແສງສະຫວ່າງໃຫ້ພຽງພໍ: ຄວນຈັດໃຫ້ມີແສງສະຫວ່າງຈາກທຳມະຊາດໃຫ້ພຽງພໍ ເພື່ອເຮັດໃຫ້ພື້ນທີໃນບ້ານປອດໂປ່ງ ເຊິ່ງສາມາດຊ່ວຍຫຼຸດການເກີດກິ່ນອັບຊຶ່ນໄດ້ເປັນຢ່າງດີ ແລະ ຄວນເປີດປ່ອງຢ້ຽມເພື່ອໃຫ້ມີອາກາດຖ່າຍເທສະດວກ, ຄວາມສະອາດຄືສິ່ງສຳຄັນ ບໍ່ວ່າເຮົາຈະແຕ່ງບ້ານໃຫ້ໜ້າຢູ່ພຽງໃດ ຖ້າຫາກລະເລີຍຄວາມສະອາດ ກໍສົ່ງຜົນຕໍ່ສຸຂະພາບຂອງຄົນໃນບ້ານໄດ້ເຊັ່ນດຽວກັນ.

6 ເຮັດຈິດໃຈໃຫ້ເບີກບານ: ຕັ້ງສະມາທິ, ຫຼັບຕາ, ຫາຍໃຈເລິກໆ ແລະ ເຮັດຈິດໃຈໃຫ້ສະຫງົບ ເປັນການຄາຍຄຽດ ແລະ ເຂົ້າສູ່ຄວາມສະຫງົບ ເຮັດໃຫ້ຮ່າງກາຍຂອງເຮົາໄດ້ພັກ ເຊື່ອ ຫຼື ບໍ ວ່າຖ້າເຮົາຫາກເຮັດໄດ້ແບບນີ້ທຸກວັນ ອາການທີ່ເຄີຍເປັນຢູ່ ກໍ່ຈະຫຼຸດລົງໄດ້ ເພາະການບໍລິຫານຈິດເປັນອີກໜຶ່ງວິທີທີ່ຈະຊ່ວຍບໍລິຫານກາຍໄດ້ ເອີ້ນໄດ້ວ່າແຂງແຮງຈາກພາຍໃນສູ່ພາຍນອກເລີຍແລະ.

ເລື່ອງອາຫານການກິນ: ຖ້າຈະໃຫ້ດີກໍຄວນເລືອກຮັບປະທານອາຫານທີ່ມີ ວິຕາມິນຊີສູງ ເຊິ່ງຫາໄດ້ຈາກຜົນລະໄມ້ຣົດສົ້ມ ຄື: ກີວີ, ລູກເກດ, ສົ້ມ, ສະຕໍເວີລີ ຫຼື ໃນຜັກບາງຊະນິດ ເຊັ່ນ: ບ໊ອກໂຄລີ່, ກະລ່ຳປີ, ວິຕາມິນຊີ ທີ່ຢູ່ໃນຜັກ ແລະ ຜົນລະໄມ້ເຫຼົ່ານີ້, ມີປະໂຫຍດຊ່ວຍໃຫ້ຮ່າງການແຂງແຮງ ເພີ່ມພູມຕ້ານທານໃຫ້ແກ່ຮ່າງກາຍ ແລະ ເຮັດໃຫ້ບໍເຈັບເປັນງ່າຍອີກດ້ວຍ.

ຊວງທີ່ອາກາດປ່ຽນແປງແບບນີ້ ທຸກຄົນຍ່າລືມໝັ່ນເບີ່ງແຍງສຸຂະພາບຕາມວິທີທີ່ເຮົາແນະນຳໄປຂ້າງເທິງນີ້ ເຊື່ອວ່າຫຼາຍຄົນຈະຕ້ອງຜ່ານຊ່ວງເວລາແບບນີ້ໄປໄດ້ຢ່າງແນ່ນອນ “ເພາະການບໍ່ມີໂລກຖືເປັນໂຊກລາບອັນປະເສີດ”.

ຮຽບຮຽງຈາກ: parpaikin