ອອກແລ້ວ ລາຄາໄຟຟ້າໃໝ່!!! ເລີ່ມປະຕິບັດແຕ່ວັນທີ 1 ພຶດສະພາ 2020 ເປັນຕົ້ນໄປ

571

ຕະຫຼອດໄລຍະຜ່ານມາລັດຖະບານໄດ້ຄົ້ນຄວ້າເພື່ອກຳນົດໂຄງສ້າງລາຄາໄຟຟ້າຄືນໃໝ່ ເພື່ອໃຫ້ເກີດຄວາມເປັນທຳແກ່ປະຊາຊົນແລະຜູ້ຜະລິດ.

ຫຼ້າສຸດຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ  ໄດ້ອອກແຈ້ງການ ເລກທີ 342/ຫສນຍ ລົງວັນທີ 19 ມີນາ2020ເຖິງ ທ່ານ ລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່. ເລື່ອງ: ການປັບປຸງໂຄງສ້າງລາຄາໄຟຟ້າ ແຕ່ໄລຍະ 1/05/2020 ເຖິງ 31/12/2025.

ອີງຕາມຫນັງສືລາຍງານ ສະບັບເລກທີ 012/ພນ, ລົງວັນທີ 31/01/2020 ຂອງກະຊວງພະລັງງານ ແລະ ບໍ່ແຮ່.  ອີງຕາມມະຕິຕົກລົງຂອງກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ທີ່ຈັດຂື້ນໃນລະຫວ່າງວັນທີ 26-27ມິຖຸນາ 2019. ອີງຕາມການຕົກລົງ ແລະ ຊີ້ນໍາ ຂອງ ກອງປະຊຸມນາຍົກ-ຮອງນາຍົກລັດຖະມົນຕີ ຄັ້ງວັນທີ 11-13 ມີນາ2020.


ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຂໍຖືເປັນກຽດແຈ້ງການຕົກລົງ ແລະ ຊີ້ນໍາ ຂອງກອງປະຊຸມ ນາຍົກ-ຮອງນາຍົກລັດຖະມົນຕີ ມາຍັງທ່ານຊາບດັ່ງນີ້:
1. ເຫັນຕິຮັບຮອງເອົາລາຄາໄຟ ຟ້າແຕ່ ປີ 2020-2025 ໂຕຍໃຫ້ເລີ່ມປະຕິບັດແຕ່ວັນທີ 01 ພຶດສະພາ 2020 ເຖິງ 31 ທັນວາ 2025, ຊຶ່ງລາຍລະອຽດ ຕາມຕາຕະລາງດັ່ງລຸ່ມ:

.

.

ສ່ວນລາຄາໄຟຟ້າປະເພດທີ່ຢູ່ອາໄສເກົ່າທີ່ປະຕິບັດມາແຕ່ປິ2016 ມີດັ່ງນີ້:

.