ລັດຖະບານກຳນົດ 6 ມາດຕະການໃຫຍ່ຮັບມືໂຄວິດ-19

162

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນມີນາ 2020 ເມື່ອວັນທີ 18 ມີນາ 2020 ລັດຖະບານໄດ້ກໍານົດ 6 ມາດຕະການ ເລັ່ງແກ້ໄຂບັນຫາໂຄວິດ – 19 ທີ່ກໍາລັງແຜ່ລະບາດຢູ່ຫຼາຍປະເທດທົ່ວໂລກ; ຂະນະທີ່ ທ່ານນາຍົກ ຍັງໄດ້ເນັ້ນໜັກໃຫ້ຄະນະສະເພາະກິດ, ຂະແໜງການ, ອົງການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງ ແລະ ທຸກພາກສ່ວນໃນທົ່ວສັງຄົມເປັນເຈົ້າການໃນການຜັນຂະຫຍາຍເປັນມາດຕະການລະອຽດ ເພື່ອຈັດຕັ້ງປະຕິບັດໃຫ້ມີປະສິດທິຜົນ.

ໃນວາລະທຳອິດຂອງການດຳເນີນກອງປະຊຸມລັດຖະບານ ສະໄໝສາມັນປະຈຳເດືອນມີນາ 2020ທີ່ດໍາເນີນໃນວັນທີ 18 ມີນາ 2020 ທີ່ສໍານັກງານນາຍົກລັດຖະມົນຕີ ພາຍໃຕ້ການເປັນປະທານຂອງ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ, ມີບັນດາທ່ານຮອງນາຍົກລັດຖະມົນຕີ ແລະ ສະມາຊິກລັດຖະບານເຂົ້າຮ່ວມແມ່ນໄດ້ພ້ອມກັນສຸມໃສ່ຄົ້ນຄວ້າ, ພິຈາລະນາ ແລະ ປະກອບຄຳຄິດເຫັນເພື່ອຕີລາຄາສະພາບ ແລະ ກຳນົດມາດຕະການໃໝ່ເພີ່ມໃນການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງເຊື້ອພະຍາດໂຄວິດ – 19 ( COVID -19 ).

ຜ່ານການຄົ້ນຄວ້າ ແລະ ປະກອບຄຳຄິດເຫັນຂອງສະມາຊິກລັດຖະບານ, ກອງປະຊຸມໄດ້ຕົກລົງເຫັນດີເປັນເອກະພາບຕໍ່ເນື້ອໃນ ແລະ ການກຳນົດມາດຕະການໃໝ່ຈຳນວນໜຶ່ງ.

ໂດຍອີງໃສ່ສະພາບຄວາມເປັນຈິງ ແລະ ຄວາມສ່ຽງຕໍ່ການແຜ່ລະບາດຂອງພະຍາດ ໂຄວິດ – 19 ຢູ່ ສປປ ລາວ ແລະ ເພື່ອສະກັດກັ້ນ, ປົກປ້ອງ ແລະ ກຽມຮັບມືກັບການແຜ່ລະບາດ, ລັດຖະບານຈະສືບຕໍ່ປະຕິບັດມາດຕະການຜ່ານມາທີ່ໄດ້ວາງອອກແລ້ວ ແລະ ມາດຕະການເພີ່ມຕື່ມຕາມການຕົກລົງເຫັນດີໃນກອງປະຊຸມ ດັ່ງນີ້:

1 ມາດຕະການສະກັດກັ້ນ

ປິດດ່ານທ້ອງຖິ່ນ ແລະ ດ່ານປະເພນີໃນຂອບເຂດທົ່ວປະເທດ, ສ່ວນດ່ານສາກົນໃຫ້ເບິ່ງຄວາມຮັບປະກັນຮອບດ້ານ. ໃນນັ້ນ, ລວມເຖິງຄວາມພ້ອມທາງດ້ານອຸປະກອນ ແລະ ພະນັກງານໃນການກວດກາ, ກັ່ນກອງຫາຜູ້ຕິດເຊື້ອພະຍາດຢ່າງໄດ້ມາດຕະຖານ ຈຶ່ງອະນຸຍາດເປີດໃຫ້ເຂົ້າ – ອອກປົກກະຕິໄດ້.

ໂຈະການອອກວີຊາກັບດ່ານທຸກປະເພດ ລວມທັງ ອີ – ວີຊາ ( E-Visa ) ແລະ ການອອກວີຊາທ່ອງທ່ຽວສຳລັບທຸກປະເທດ ໃນໄລຍະເວລາ 30 ວັນ. ສຳລັບຜູ້ທີ່ໄດ້ວີຊາເຂົ້າລາວແລ້ວກໍຕ້ອງມີການຢັ້ງຢືນການກວດສຸຂະພາບ ແລະ ກວດປະຫວັດການເຄື່ອນໄຫວໃນໄລຍະ 14 ວັນຜ່ານມາ, ສຳລັບປະເທດທີ່ໄດ້ຮັບການຍົກເວັ້ນວີຊາ ແມ່ນເຫັນດີໃຫ້ຍົກເລີກການຍົກເວັ້ນວີຊາດັ່ງກ່າວຊົ່ວຄາວ ຈົນກວ່າຈະມີການພິຈາລະນາໃໝ່ຂອງລັດຖະບານ.

ຫຼີກລຽງການເດີນທາງໄປຕ່າງປະເທດໃນໄລຍະນີ້ຂອງພົນລະເມືອງລາວ ໂດຍສະເພາະການເດີນທາງດ້ວຍຍົນ ແລະ ພາຫະນະທີ່ມີຄົນຫຼາຍ.

ຜູ້ທີ່ເດີນທາງກັບຈາກປະເທດທີ່ມີການແຜ່ລະບາດຂອງພະຍາດ ໃຫ້ປະຕິບັດການແຍກປ່ຽວດ້ວຍຕົນເອງຢ່າງໜ້ອຍ 14 ວັນ ເພື່ອຕິດຕາມສຸຂະພາບຂອງຕົນດ້ວຍຄວາມເປັນເຈົ້າການ ແລະ ຮັບຜິດຊອບສູງ. ກໍລະນີມີອາການໄຂ້ຕ້ອງຕິດຕໍ່ຫາໝໍ ແລະ ເຈົ້າໜ້າທີ່ກ່ຽວຂ້ອງໂດຍດ່ວນ ( ລາຍລະອຽດໄດ້ກຳນົດໄວ້ໃນໜັງສືແຈ້ງການຂອງຄະນະສະເພາະກິດ ສະບັບເລກທີ 12/ສພກ ລົງວັນທີ 16 ມີນາ 2020 ).

ຫຼີກລຽງການໂຮມຊຸມນຸມໃຫຍ່ທີ່ມີມວນຊົນເຂົ້າຮ່ວມຈຳນວນຫຼາຍ ເປັນຕົ້ນ: ງານບຸນປະເພນີຕ່າງໆ, ງານວາງສະແດງສິນຄ້າ, ງານແຂ່ງຂັນກີລາ, ງານດອງ, ບັນດາກິດຈະກຳຕ່າງໆໃນການສະເຫຼີມສະຫຼອງບຸນປີໃໝ່ລາວ ແລະ ອື່ນໆ.

ປິດກິດຈະການຮ້ານບັນເທີງ, ຮ້ານຄາຣາໂອເກະ ແລະ ຮ້ານນວດ; ສ່ວນກິດຈະການອື່ນໆແມ່ນສາມາດດໍາເນີນໄດ້ປົກກະຕິ, ແຕ່ໃຫ້ບັນດາເຈົ້າຂອງກິດຈະການມີມາດຕະການປ້ອງກັນຂັ້ນພື້ນຖານ ເປັນຕົ້ນແມ່ນການກວດອຸນຫະພູມ ແລະ ສະໜອງນໍ້າຢາລ້າງມືໃຫ້ລູກຄ້າ ເພື່ອປ້ອງກັນຕົນເອງ ແລະ ຜູ້ອື່ນ.

ປິດໂຮງຮຽນແຕ່ໂຮງຮຽນລ້ຽງເດັກ, ອະນຸບານ, ປະຖົມສຶກສາ, ມັດທະຍົມ, ມະຫາວິທະຍາໄລ ແລະ ສະຖາບັນການສຶກສາຕ່າງໆ ( ທັງພາກລັດ ແລະ ເອກະຊົນ ) ໃນທົ່ວປະເທດຊົ່ວຄາວຈົນກວ່າຈະມີການປ່ຽນແປງ. ພ້ອມກັນນັ້ນ, ກໍໃຫ້ສົມທົບກັບບັນດາໂຮງຮຽນເພື່ອຮີບຮ້ອນຄົ້ນຄວ້າປຶກສາຫາລື ເພື່ອກຳນົດນະໂຍບາຍ ຫຼື ຄໍາແນະນໍາໃນການສົ່ງເສີມວິທີການຮຽນ – ການສອນ ໂດຍຜ່ານລະບົບອອນລາຍ, ໂທລະພາບ, ວິທະຍຸ, ໜັງສືພິມ ແລະ ວິທີການອື່ນໆ ໃຫ້ນັກຮຽນ – ນັກສຶກສາ.

ກຳນົດສະຖານທີ່ໃນການກັກບໍລິເວນ 14 ວັນ ສຳລັບຜູ້ທີ່ເດີນທາງມາຈາກປະເທດທີ່ມີ ຄວາມສ່ຽງ. ໃນນັ້ນ, ລວມເຖິງແຮງງານລາວ ແລະ ນັກສຶກສາລາວທີ່ຈະເດີນທາງກັບລາວ ໃນໂອກາດບຸນປີໃໝ່ລາວໃນປີນີ້ ( ກ່ຽວກັບແຮງງານລາວ ຈະມີການແນະນຳລະອຽດຕ່າງຫາກ ).

ແນະນຳໃຫ້ຄົນລາວທີ່ອາໄສຢູ່ຕ່າງປະເທດ ເລື່ອນການເດີນທາງກັບປະເທດຈົນກວ່າສະຖານະການລະບາດທົ່ວໂລກຈະດີຂຶ້ນ.

2 ມາດຕະການປ້ອງກັນ

ປັບປຸງສູນຂໍ້ມູນ – ຂ່າວສານທີ່ຂຶ້ນກັບຄະນະສະເພາະກິດ ເພື່ອຊີ້ນຳການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດດັ່ງກ່າວ ເພື່ອແລກປ່ຽນ, ກວດກາຄວາມຖືກຕ້ອງ ແລະ ສະໜອງຂໍ້ມູນທີ່ຊັດເຈນ ແລະ ວ່ອງໄວ ກ່ຽວກັບສະພາບການລະບາດຂອງ ໂຄວິດ -19 ຢູ່ພາຍໃນ, ພາກພື້ນ ແລະ ໃນໂລກ.

ໂຄສະນາເຜີຍແຜ່ຂໍ້ມູນເພື່ອໃຫ້ສັງຄົມ ກໍຄືປະຊາຊົນຮູ້ຈັກ ແລະ ເຂົ້າໃຈເປັນເອກະພາບກ່ຽວກັບໄພອັນຕະລາຍ ແລະ ຄວາມສ່ຽງໃນການຕິດເຊື້ອພະຍາດ ພ້ອມທັງເຜີຍແຜ່ຄໍາແນະນຳກ່ຽວກັບວິທີປ້ອງກັນ, ສະກັດກັ້ນ ແລະ ການເຂົ້າເຖິງການບໍລິການທາງດ້ານສາທາລະນະສຸກ.

ປຸກລະດົມ ແລະ ສຶກສາອົບຮົມໃຫ້ທົ່ວສັງຄົມ ເປັນເຈົ້າການໃນການປ້ອງກັນຕົນເອງ ແລະ ຫຼີກລຽງຈາກຄວາມສ່ຽງໃນການຕິດເຊື້ອພະຍາດ ເປັນຕົ້ນແມ່ນການຫຼີກລຽງການເດີນທາງໄປຕ່າງປະເທດ, ຫຼີກລຽງການໄປບ່ອນທີ່ມີຄວາມສ່ຽງ, ບ່ອນທີ່ມີຄົນແອອັດ, ຖ້າມີ ຄວາມຈຳເປັນຕ້ອງໄປກໍຕ້ອງມີມາດຕະການປ້ອງກັນຕົນເອງ ຕາມການແນະນໍາຂອງສາທາລະນະສຸກ ເຊັ່ນ: ໃຊ້ຜ້າອັດປາກ, ລ້າງມືດ້ວຍນໍ້າຢາ ແລະ ສະບູເລື້ອຍໆ, ກິນຢູ່ຖືກຕາມຫຼັກອະນາໄມ ແລະ ອື່ນໆຕາມການແນະນໍາຂອງຂະແໜງການກ່ຽວຂ້ອງ.

3 ມາດຕະການປິ່ນປົວກໍລະນີກວດພົບຜູ້ຕິດເຊື້ອ

ກຳນົດສະຖານທີ່ໃນການປິ່ນປົວຜູ້ຕິດເຊື້ອໄວ້ ໂດຍຢູ່ນະຄອນຫຼວງວຽງຈັນ ແມ່ນກໍານົດເອົາໂຮງໝໍ 103, ໂຮງໝໍມິດຕະພາບ ( 150 ຕຽງ ), ໂຮງໝໍມະໂຫສົດ ແລະ ໂຮງໝໍໄຊເສດຖາ, ສ່ວນຢູ່ແຕ່ລະແຂວງກໍານົດເອົາໂຮງໝໍແຂວງທຸກແຂວງ ໂດຍໃຫ້ແຍກຈາກເຂດການປິ່ນປົວທົ່ວໄປອອກ.

ກະກຽມພະນັກງານແພດໝໍໄວ້ໃຫ້ພຽງພໍ ພ້ອມທັງໃຫ້ມີການຝຶກອົບຮົມວິທີການຮັບມືຕົວຈິງໃຫ້ລະອຽດ. ພ້ອມກັນນັ້ນ, ກໍໃຫ້ພົວພັນປະສານຂໍການຊ່ວຍເຫຼືອຈາກຊ່ຽວຊານ ແລະ ແພດໝໍທີ່ມີຄວາມຊຳນານຈາກປະເທດເພື່ອນມິດ, ອົງການຈັດຕັ້ງສາກົນເພື່ອກຽມໄວ້ກໍລະນີມີຄວາມຈໍາເປັນ.

ກໍານົດຄວາມຕ້ອງການທາງດ້ານເຄື່ອງມື ແລະ ອຸປະກອນພ້ອມທັງສະເໜີແຜນຈັດຊື້ແຮໄວ້ ໂດຍສະເພາະຜ້າອັດປາກ, ນໍ້າຢາລ້າງມື, ຊຸດປ້ອງກັນຂອງແພດໝໍ ແລະ ອຸປະກອນຕ່າງໆທີ່ຈຳເປັນ, ອຸປະກອນເຄື່ອງມືໃດທີ່ເຫັນວ່າມີ ຄວາມຈໍາເປັນຕ້ອງໄດ້ຂໍການຊ່ວຍເຫຼືອຈາກອົງການຈັດຕັ້ງສາກົນ ແລະ ປະເທດເພື່ອນມິດ ກໍໃຫ້ຮີບຮ້ອນສະເໜີໃຫ້ລັດຖະບານພິຈາລະນາ.

ໃຫ້ກະກຽມຢາປົວແຮໄວ້ໃນກໍລະນີມີການຄົ້ນພົບວັກຊີນ ແລະ ຢາປິ່ນປົວໃໝ່ທີ່ມີປະສິດທິຜົນຈາກຕ່າງປະເທດ ກໍໃຫ້ຮີບຮ້ອນປະສານເພື່ອຂໍຊື້ ຫຼື ແບ່ງປັນຈາກປະເທດເພື່ອນມິດ ເພື່ອກຽມໃຫ້ແກ່ການປິ່ນປົວຜູ້ຕິດເຊື້ອພະຍາດ.

4 ມາດຕະການຕິດຕາມ, ກວດກາ, ເຝົ້າລະວັງ ແລະ ປະເມີນສະພາບການ

ໃຫ້ປັບປຸງຄະນະສະເພາະກິດເພື່ອຊີ້ນຳການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດດັ່ງກ່າວ ໂດຍປັບປຸງພາລະບົດບາດ ແລະ ເພີ່ມບາງຂະແໜງການທີ່ກ່ຽວຂ້ອງທີ່ຍັງບໍໍ່ຄົບເຂົ້າຕື່ມ.

ປັບປຸງ ແລະ ຍົກລະດັບສູນຂໍ້ມູນ – ຂ່າວສານ ໂຄວິດ – 19 ເພື່ອໃຫ້ສາມາດປະສານງານ, ແລກປ່ຽນຂໍ້ມູນ, ສັງລວມຂໍ້ມູນ, ກວດກາຄວາມຊັດເຈນຂອງຂໍ້ມູນ ແລະ ແຈ້ງຂ່າວກ່ຽວກັບການລະບາດ, ການສະກັດກັ້ນ, ການປ້ອງກັນ ແລະ ຮັບມືກັບການລະບາດຂອງພະຍາດດັ່ງກ່າວຢ່າງຊັດເຈນ ແລະ ທັນການ ລວມທັງການສ້າງເວັບໄຊ ເພື່ອເປັນເຄື່ອງມືໃຫ້ມີປະສິດທິພາບ ແລະ ປະສິດທິຜົນຂອງຄະນະສະເພາະກິດເພື່ອແຈ້ງຂ່າວ, ເປັນເຄື່ອງມືໃນການປະສານງານ, ປຶກສາຫາລື, ສັງລວມຂໍ້ມູນທີ່ສຳຄັນຈາກພາຍໃນ ແລະ ຕ່າງປະເທດ, ອົງການຈັດຕັ້ງສາກົນຕໍ່ສະພາບການລະບາດດັ່ງກ່າວ, ອັນສຳຄັນແມ່ນເວັບໄຊທີ່ສ້າງຂຶ້ນຂອງຄະນະສະເພາະກິດນັ້ນ ແມ່ນເພື່ອຕິດຕາມ ແລະ ແຈ້ງຂ່າວກ່ຽວກັບສະພາບການ ແລະ ມາດຕະການຕ່າງໆທີ່ເປັນທາງການ ເພື່ອແກ້ຂໍ້ຂ້ອງໃຈ ແລະ ສະກັດກັ້ນຂໍ້ມູນ – ຂ່າວສານທີ່ບໍ່ມີມູນ ຄວາມຈິງມາປັ່ນປ່ວນຕໍ່ສັງຄົມ.

5 ມາດຕະການທາງດ້ານເສດຖະກິດ

ລັດຖະບານໄດ້ມອບໃຫ້ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ເປັນຫົວໜ້າຄະນະນໍາພາການຄົ້ນຄວ້າປະເມີນຜົນກະທົບຂອງ ໂຄວິດ – 19 ຕໍ່ເສດຖະກິດ ແລະ ມາດຕະການແກ້ໄຂຮ່ວມກັບຂະແໜງການ ແລະ ພາກທຸລະກິດ ເຊິ່ງໄດ້ສະເໜີຕໍ່ກອງປະຊຸມລັດຖະບານໃນວັນທີ 19 ມີນາ 2020.

6 ມາດຕະການທົ່ວໄປ

ປຸກລະດົມທົ່ວສັງຄົມກໍຄືປະຊາຊົນບໍ່ໃຫ້ແຕກຕື່ນ ແລະ ວິຕົກກັງວົນຈົນເກີນໄປ ເພື່ອຫຼີກລຽງພຶດຕິກໍາທີ່ເຮັດໃຫ້ສະພາບການທີ່ກໍ່ໃຫ້ເກີດຄວາມຫຍຸ້ງຍາກຫຼາຍຂຶ້ນ ເປັນຕົ້ນແມ່ນການກັກຕຸນສິນຄ້າເຄື່ອງອຸປະໂພກ – ບໍລິໂພກ ແລະ ວິພາກວິຈານທີ່ບໍ່ຖືກກັບຄວາມເປັນຈິງ. ພ້ອມກັນນີ້, ຈະມີມາດຕະການເຄັ່ງຂັດຕໍ່ກັບຜູ້ທີ່ສວຍໂອກາດໃນການກັກຕຸນສິນຄ້າ ໂດຍສະເພາະແມ່ນສິນຄ້າທີ່ຈຳເປັນ ເປັນຕົ້ນແມ່ນ: ຜ້າອັດປາກ, ນໍ້າຢາລ້າງມື, ຢາປົວພະຍາດ, ອຸປະກອນການແພດ ແລະ ອື່ນໆ.

ເພີ່ມທະວີການກວດກາ ແລະ ປະຕິບັດມາດຕະການຕໍ່ການກະທໍາທີ່ສ້າງຄວາມສັບສົນ ຫຼື ສ້າງຄວາມເຂົ້າໃຈຜິດໃນຮູບແບບຕ່າງໆ ເຊັ່ນ: ການປ່ອຍຂ່າວທີ່ບໍ່ມີມູນຄວາມຈິງທາງສື່ສັງຄົມອອນລາຍ ແລະ ສື່ອື່ນໆ.

ຊຸກຍູ້ສົ່ງເສີມການຜະລິດພາຍໃນ ໂດຍສະເພາະເຄື່ອງອຸປະໂພກ – ບໍລິໂພກທີ່ຄາດວ່າຈະມີການຂາດແຄນ, ມີການຈຳກັດການສົ່ງອອກຈາກປະເທດອື່ນ ໂດຍຖືວິກິດອັນນີ້ໃຫ້ເປັນໂອກາດໃນການເພີ່ມທະວີ ຄວາມສາມາດໃນການກຸ້ມຕົນເອງ ແລະ ເພິ່ງຕົນເອງດັ່ງທີ່ເຮົາມີມູນເຊື້ອຜ່ານມາ.

ສືບຕໍ່ການປະສານງານແລກປ່ຽນຂໍ້ມູນ – ຂ່າວສານ ແລະ ຍາດແຍ່ງເອົາການຮ່ວມມືຊ່ວຍເຫຼືອຈາກສາກົນ ໂດຍສະເພາະໃນດ້ານທີ່ພວກເຮົາຈໍາເປັນ ແລະ ຍັງບໍ່ທັນມີຄວາມພ້ອມ.

ທ່ານນາຍົກລັດຖະມົນຕີ ຍັງກ່າວຕື່ມວ່າ: ມາດຕະການທີ່ກ່າວມານັ້ນຈະຖືກທົບທວນ ແລະ ປັບປຸງ ໂດຍອີງໃສ່ຂໍ້ມູນໃໝ່ວິທະຍາສາດ ແລະ ການຜັນແປຂອງສະພາບການຕົວຈິງບົນພື້ນຖານການປະສານງານ, ຄົ້ນຄວ້າ ແລະ ປຶກສາຫາລືກັບຊ່ຽວຊານ, ຂະແໜງການ, ອົງການປົກຄອງທ້ອງຖິ່ນ ແລະ ຄໍາຄິດເຫັນຂອງສັງຄົມ.

ພ້ອມກັນນັ້ນ, ທ່ານນາຍົກລັດຖະມົນຕີ ຍັງໄດ້ເນັ້ນໜັກໃຫ້ຄະນະສະເພາະກິດ, ຂະແໜງການ, ອົງການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງ ແລະ ທຸກພາກສ່ວນໃນທົ່ວສັງຄົມ ເປັນເຈົ້າການໃນການຜັນຂະຫຍາຍເປັນມາດຕະການລະອຽດ ເພື່ອຈັດຕັ້ງປະຕິບັດໃຫ້ມີປະສິດທິຜົນ. ພ້ອມກັນນັ້ນ, ກໍໃຫ້ຄະນະສະເພາະກິດຕິດຕາມ ແລະ ປະເມີນຜົນບັນດາມາດຕະການຈັດຕັ້ງດັ່ງກ່າວ ເພື່ອສະເໜີພິຈາລະນາປັບປຸງ ຫຼື ແກ້ໄຂໃຫ້ແທດເໝາະກັບສະພາບຄວາມເປັນຈິງໃນແຕ່ລະໄລຍະ.