ມະຫະທຶນເຊົ່າສິນເຊື່ອ ອະນຸມັດການຈ່າຍເງິນປັນຜົນ 100 ກີບຕໍ່ຫຸ້ນ

148

ບໍລິສັດ ມະຫະທຶນ ເຊົ່າສິນເຊື່ອ ມະຫາຊົນ ຈະຈ່າຍເງິນປັນຜົນໃຫ້ແກ່ຜູ້ຖືຫຸ້ນຈາກການດໍາເນີນທຸລະກິດ ປະຈໍາປີ 2019 ໃນອັດຕາ 100 ກີບຕໍ່ຫຸ້ນ ພາຍຫຼັງຫັກຄັງສໍາຮອງຕາມລະບຽບການ ແລະ ເງິນສະສົມລວມມູນຄ່າທັງໝົດ 4 ຕື້ກີບ ເຊິ່ງມີກໍານົດຈ່າຍເງິນປັນຜົນພາຍໃນ 30 ວັນ ຫຼັງຈາກກອງປະຊຸມຜູ້ຖືຫຸ້ນສາມັນປະຈໍາປີ 2019 ໃນວັນທີ 24 ເມສາ 2020 ທີ່ຈະມາເຖິງນີ້.

ບໍລິສັດ ມະຫະທຶນ ເຊົ່າສິນເຊື່ອ ມະຫາຊົນ ໄດ້ແຈ້ງຜົນມະຕິກອງປະຊຸມສະພາບໍລິຫານ ຄັ້ງທີ 2 ປະຈໍາປີ 2020 ທີ່ຈັດຂຶ້ນໃນວັນທີ 14 ມີນາ 2020 ຜ່ານມາເຊິ່ງໄດ້ມີວາລະຮັບຮອງເອົາບັນຫາສໍາຄັນຫຼາຍຢ່າງ ເປັນຕົ້ນແມ່ນ:

1 ຮັບຮອງເອົາຜົນການກວດສອບເອກະສານລາຍງານການເງິນ ປະຈໍາປີ 2019 ຈາກບໍລິສັດຜູ້ກວດສອບພາຍນອກ ເພື່ອນໍາສະເໜີຕໍ່ກອງປະຊຸມຜູ້ຖືຫຸ້ນໃຫ້ພິຈາລະນາ ແລະ ຮັບຮອງ.

2 ອະນຸມັດການຈ່າຍເງິນປັນຜົນຈາກຜົນການດໍາເນີນທຸລະກິດຂອງບໍລິສັດ ປະຈໍາປີ 2019 ພາຍຫຼັງຫັກຄັງສໍາຮອງຕາມລະບຽບການ ແລະ ເງິນສະສົມໄວ້ໃນຊຸມປີຜ່ານມາ ໃຫ້ແກ່ຜູ້ຖືຫຸ້ນທີ່ມີລາຍຊື່ໃນປຶ້ມບັນຊີທີ່ໄດ້ຮັບເງິນປັນຜົນໃນອັດຕາ 100 ກີບຕໍ່ຫຸ້ນ ລວມເປັນເງິນປັນຜົນທີ່ຈະຈ່າຍທັງໝົດ 4 ຕື້ກີບ ແລະ ກໍານົດວັນຈ່າຍເງິນປັນຜົນໃຫ້ຜູ້ຖືຫຸ້ນພາຍໃນ 30 ວັນ ຫຼັງຈາກກອງປະຊຸມຜູ້ຖືຫຸ້ນອະນຸມັດ.

3 ພິຈາລະນາແຕ່ງຕັ້ງຜູ້ກວດສອບບັນຊີພາຍນອກ ແລະ ກໍານົດຄ່າຕອບແທນສໍາລັບການກວດສອບບັນຊີ ປະຈໍາປີ 2020 ເພື່ອນໍາສະເໜີຕໍ່ກອງປະຊຸມສາມັນຜູ້ຖືຫຸ້ນພິຈາລະນາຮັບຮອງ.

4 ພິຈາລະນາການແຕ່ງຕັ້ງສະມາຊິກສະພາບໍລິຫານຊຸດໃໝ່ທົດແທນຊຸດເກົ່າທີ່ໝົດວາລະ.

5 ພິຈາລະນາການກໍານົດຜົນຕອບແທນປະຈໍາປີ, ເບ້ຍປະຊຸມ ແລະ ເງິນເດືອນຂອງຜູ້ອໍານວຍການ ເພື່ອສະເໜີຕໍ່ກອງປະຊຸມພິຈາລະນາຮັບຮອງ.

ນອກນັ້ນ, ກໍໄດ້ກໍານົດເອົາວັນທີ 27 ມີນາ 2020 ແມ່ນມື້ປິດປຶ້ມບັນຊີຜູ້ຖືຫຸ້ນຂອງບໍລິສັດ, ສ່ວນກອງປະຊຸມຜູ້ຖືຫຸ້ນສາມັນ ປະຈໍາປີ 2019 ແມ່ນກໍານົດເອົາວັນທີ 24 ເມສາ ທີ່ຈະມາເຖິງນີ້.

ບໍລິສັດ ມະຫະທຶນ ເຊົ່າສິນເຊື່ອ ມະຫາຊົນ ( ບຫທຊ ) ເປັນບໍລິສັດທີ 08 ທີ່ເຂົ້າມາຈົດທະບຽນໃນຕະຫຼາດຫຼັກຊັບລາວ ໄດ້ຈັດພິທີເປີດການແລກປ່ຽນ ຊື້ – ຂາຍຫຸ້ນຄັ້ງທຳອິດ ໃນລາຄາ 2.800 ກີບ ເມື່ອວັນທີ 18 ກັນຍາ 2018 ຜ່ານມາ ສາມາດລະດົມທຶນເພື່ອນໍາໃຊ້ເຂົ້າໃນການພັດທະນາການຜະລິດຂອງຕົນໄດ້ປະມານ 25,6 ຕື້ກີບ ຫຼື ປະມານ 3 ລ້ານໂດລາສະຫະລັດ ໂດຍແມ່ນ ບໍລິສັດ ຫຼັກຊັບ ທຄຕລ – ກທ ຈຳກັດ ເປັນທີ່ປຶກສາດ້ານການເງິນ ແລະ ຜູ້ຄໍ້າປະກັນຈັດຈຳໜ່າຍ.