ຕາມນີ້ເລີຍ! ກິດຈະກໍາຫ້າມ ແລະ ອະນຸຍາດໃຫ້ຈັດລະຫວ່າງປີໃໝ່ລາວ

229

ບຸນປີໃໝ່ລາວປີນີ້ອາດບໍ່ຄຶກຄື້ນເທົ່າກັບປີຜ່ານມາ ເນື່ອງຈາກເກີດມີການລະບາດຂອງເຊື້ອໂຄວິດ-19 ທີ່ຮຸນແຮງ ແລະ ແຜ່ກວ້າງຢູ່ຫຼາຍປະເທດໃນທົ່ວໂລກ. ດັ່ງນັ້ນ ລາວເຮົາເອງຈຶ່ງຕ້ອງມີມາດຕະການອັນເຂັ້ມງວດເພື່ອປ້ອງກັນພະຍາດດັ່ງກ່າວ ແມ້ນແຕ່ບຸນປີໃໝ່ລາວ ງານບຸນປະເພນີລະດັບຊາດທີ່ຈະມີຫຼາກຫຼາຍກິດຈະກໍາມ່ວນຊື່ນ ແຕ່ປີນີ້ລັດຖະບານອະນຸຍາດໃຫ້ຈັດພຽງເປັນປະເພນີເທົ່ານັ້ນ.

ອີງຕາມແຈ້ງການ ຂອງຫ້ອງວ່າການສໍານັກງານນນາຍົກລັດຖະມົນຕີ ກ່ຽວກັບ ທິດຊີ້ນໍາການສະເຫຼີມສະຫຼອງບຸນປີໃຫມ່ລາວ ປະຈໍາປີ ພສ 2563 ສະບັບເລກທີ 397/ຫສນຍ, ລົງວັນທີ 19 ມີນາ 2020 ເຊິ່ງໃນແຈ້ງການດັ່ງກ່າວກໍ່ມີຫຼາຍຫົວຂໍ້ສໍາຄັນ ແຕ່ແອັດມິນຈະຍົກມານໍາສະເໜີພຽງກິດຈະກໍາທີ່ອະນຸຍາດ ແລະ ບໍ່ອະນຸຍາດໃຫ້ຈັດຕັ້ງປະຕິບັດໃນບຸນປີໃໝ່ລາວເທົ່ານັ້ນ ເປັນຕົ້ນແມ່ນ:

1 ເນື່ອງຈາກບຸນປີໃຫມ່ປະຈໍາຊາດປີນີ້ ແມ່ນກົງກັນ ວັນທີ່ 13, 14, 15, ແລະ 16 ເມສາ 2020. ສະນັ້ນ, ເພື່ອຮັບປະກັນ ຄວາມຕໍ່ເນື່ອງຂອງວຽກງານ ຈຶ່ງເຫັນດີໃຫ້ກໍານົດເອົາວັນທີ 11 ເມສາ 2020 (ກົງກັບວັນເສົາ) ເປັນມື້ເຮັດວຽກ ທາງລັດຖະການ ເພື່ອທົດແທນ ການພັກວຽກໃນວັນທີ 17 ເມສາ 2020 (ກົງກັບວັນສຸກ)

2 ເຫັນດີໃຫ້ໂຈະການຈັດກິດຈະກໍາຈໍານວນໜຶ່ງ ໃນການສະເຫຼີມສະຫຼອງບຸນປີໃໝ່ລາວເປັນຕົ້ນ: ການຈັດງານປະກວດນາງສັງຂານ, ການຈັດງານຕະຫຼາດນັດມວນຊົນ, ການຫົດນໍ້າຕາມຖະໜົນຫົນທາງ, ການຕົບພະຊາຍ, ການແຫ່ວໍ່ທີ່ເປັນຂະບວນມວນຊົນ ແລະ ອື່ນໆ ທີ່ມີມວນຊົນເຂົ້າຮ່ວມຢ່າງຫຼວງຫຼາຍ ເພາະຈະມີຄວາມສ່ຽງ ແລະ ມີຄວາມຫຍຸ້ງຍາກໃນການປ້ອງກັນການລະບາດ ຂອງພະຍາດອັກເສບປອດ ຈາກເຊື້ອຈຸລະໂລກສາຍພັນໃໝ່ໂຄວິດ-19.

ການສະເຫຼີມສະຫຼອງປີໃຫມ່ລາວປີນີ້ ແມ່ນໃຫ້ຈັດສະເພາະກິດຈະກໍາທີ່ກ່ຽວພັນເຖິງຮີດຄອງປະເພນີອັນດີງາມ ຂອງຊາດເຮົາ ທີ່ມີມາແຕ່ດຶກດໍາບັນເທົ່ານັ້ນ ເປັນຕົ້ນ: ການບາສີສູ່ຂວັນພາຍໃນຄອບຄົວ ແລະ ການນໍາເອົາພະລົງເພື່ອຫົດສົງ ແຕ່ການເຂົ້າຫົດສົງໃນແຕ່ລະວັດນັ້ນ ຕ້ອງຈໍາກັດຄົນບໍ່ໃຫ້ໃຫ້ແອອັດຫຼາຍ ໂດຍໃຫ້ເຂົ້າຫົດສົງເປັນຈຸ ແຕ່ລະຈຸບໍ່ໃຫ້ເກີນ 40 ຄົນ ໂດຍມີເຈົ້າຫນ້າ ທີ່ຄວບຄຸມປະຈໍາຢູ່ແຕ່ລະວັດ, ການສະເຫຼີມສະຫຼອງປີໃຫມ່ ຕ້ອງບົນຈິດໃຈການຍົກສູງສະຕິປ້ອງກັນພະຍາດລະບາດ ແລະ ປະຢັດມັດທະຍັດທີ່ສຸດ.