ເຂດສະຫງວນຄອງນ້ຳຈະໄດ້ຮັບການພັດທະນາເປັນແຫຼ່ງທ່ອງທ່ຽວ

294

ນະຄອນຫຼວງ ຕັ້ງເປົ້າພັດທະນາເຂດສະຫງວນຄອງນ້ຳວຽງຈັນ ທິດຕາເວັນອອກສ່ຽງໃຕ້ແຕ່ບຶງທາດຫຼວງ – ຫ້ວຍໝາກຮຽວ ແລະ ທິດຕາເວັນຕົກສ່ຽງໃຕ້ ແຕ່ຄອງບຶງທາດຫຼວງ – ສາລາຄຳ – ວັງເດືອນຫ້າ ແລະ ຫ້ວຍເດື່ອ ມີຄວາມຍາວ 76 ກິໂລແມັດ ໂດຍໄດ້ກຳນົດເອົາຂົວດົງຄຳຊ້າງ ເປັນຈຸດສູນກາງເຊື່ອມຈອດສອງຄອງນ້ຳ ເພື່ອປ້ອງກັນໄພນ້ຳຖ້ວມຕົວເມືອງ, ສະຫງວນໃຫ້ກາຍເປັນພື້ນທີ່ກະສິກຳ, ເປັນແຫຼ່ງທ່ອງທ່ຽວສີຂຽວທີ່ຍືນຍົງ.

ດັ່ງທີ່ເຈົ້າຄອງນະຄອນຫຼວງວຽງຈັນ ໄດ້ອອກຂໍ້ຕົກລົງວ່າດ້ວຍການພັດທະນາ ແລະ ຄຸ້ມຄອງເຂດສະຫງວນຄອງນ້ຳວຽງຈັນ ສະບັບເລກທີ 0966/ຈນວ ລົງວັນທີ 11 ພະຈິກ 2019 ເພື່ອກຳນົດນະໂຍບາຍ, ຫຼັກການຄຸ້ມຄອງ ແລະ ແຜນການພັດທະນາເຂດສະຫງວນຄອງນ້ຳວຽງຈັນ.

ຄອງນ້ຳວຽງຈັນແມ່ນຄອງນ້ຳທຳມະຊາດສົມທົບກັບຄອງຊຸດໃໝ່ ເຊິ່ງມີຄວາມຍາວທັງໝົດ 76 ກິໂລແມັດ ເຊິ່ງເລີ່ມແຕ່ບຶງທາດຫຼວງ – ຫ້ວຍໝາກຮຽວ ທີ່ປະກອບດ້ວຍ: ບຶງທາດຫຼວງ, ບຶງຄັດເຄົ້າ, ບຶງນາຄວາຍ, ບຶງສ້າງຫົວບໍ່ ແລະ ຫ້ວຍໝາກຮຽວ ( ທິດຕາເວັນອອກສ່ຽງໃຕ້ ). ພ້ອມດຽວກັນນັ້ນ, ກໍຍັງມີຄອງບຶງທາດຫຼວງ – ສາລາຄຳ – ວັງເດືອນຫ້າ ແລະ ຫ້ວຍເດື່ອ ( ທິດຕາເວັນຕົກສ່ຽງໃຕ້ ) ໂຮມເຂົ້າກັນຮຽກເປັນ “ ຄອງນ້ຳວຽງຈັນ ”.

ຄອງນ້ຳວຽງຈັນ ກຳນົດຕາມແລວນ້ຳທຳມະຊາດສົມທົບກັບການຕົກແຕ່ງໃໝ່ຕາມຈຸດປະສົງຂອງໂຄງການ ເຊິ່ງມີຄວາມຍາວທັງໝົດ 76 ກິໂລແມັດ ໂດຍມີຄວາມ ກວ້າງ – ແຄບ ແລະ ຄວາມເລິກ ເຊິ່ງຖືເອົາຂົວດົງຄຳຊ້າງ ເປັນຈຸດສູນ ( 0 ) ເຊື່ອມຈອດສອງຄອງນ້ຳ. ໃນນີ້, ຄອງນ້ຳທີ 1: ( 0 – A ) ຈາກຂົວດົງຄຳຊ້າງ ຫາ ບຶງທາດຫຼວງ, ບຶງຄັດເຄົ້າ, ບຶງນາ ຄວາຍ – ຫ້ວຍໝາກຮຽວ ມີ ຄວາມຍາວ 65 ກິໂລແມັດ; ຄອງທີ 2: ( 0 – B ) ຈາກຂົວດົງຄຳຊ້າງ – ບຶງສາລາຄຳ – ຫ້ວຍເດື່ອ ມີຄວາມຍາວ 11 ກິໂລແມັດ.

ສຳລັບເຂດສະຫງວນສອງຟາກຄອງນ້ຳຂອບເຂດການສະຫງວນ ກຳນົດຄວາມ ກວ້າງເປັນແຕ່ລະຈຸດທີ່ຕັ້ງ ຄື: ຈຸດ 0.A1 ນັບຈາກເສັ້ນທາງຕັດຜ່ານບ້ານໜອງໄຮ – ບ້ານດົງຄຳຊ້າງ – ຂົວເສັ້ນທາງດອນນົກຂຸ້ມ – ຖະໜົນ 450 ປີ ມີຄວາມຍາວ 3.902 ແມັດ ສະຫງວນຈາກໃຈກາງຄອງເບື້ອງລະ 250 ແມັດ; ຈຸດ 0.A2 ນັບຈາກເສັ້ນທາງດອນນົກຂຸ້ມ – ຖະໜົນ 450 ປີ – ຂອບເຂດພັດທະນາເສດຖະກິດບຶງທາດຫຼວງ ມີຄວາມຍາວ 611 ແມັດ ສະຫງວນຈາກໃຈກາງຄອງເບື້ອງລະ 250 ແມັດ

ຈຸດ 0.A3 ໃນຂອບເຂດໂຄງການພັດທະນາເສດຖະກິດບຶງທາດຫຼວງ ກຳນົດເຂດສະຫງວນໄວ້ທັງສອງດ້ານ ຄື: ດ້ານທີ 1 ທິດຕາເວັນອອກຕິດກັບບ້ານໂນນຫວາຍ ແລະ ບ້ານໂນນຄໍ້ ມີຄວາມຍາວ 4.303 ແມັດ ສະຫງວນຈາກເຂດແດນໂຄງການພັດທະນາເຂດເສດຖະກິດບຶງທາດຫຼວງ 50 ແມັດ, ດ້ານທີ 2 ທິດຕາເວັນອອກຕິດກັບບ້ານໂພນທັນ, ບ້ານຮ່ອງແກ ແລະ ສູນການຄ້າ ລາວ – ໄອເຕັກ ມີຄວາມຍາວ 2.327 ແມັດ ສະຫງວນຈາກເຂດແດນໂຄງການພັດທະນາເສດຖະກິດບຶງທາດຫຼວງ 50 ແມັດ, ນັບຈາກສູນການຄ້າ ລາວ – ໄອເຕັກ ໄປຫາ ຮ່ອງແກ ມີຄວາມຍາວ 1.267 ແມັດ ສະຫງວນເຂດແດນໂຄງການພັດທະນາເສດຖະກິດບຶງທາດຫຼວງ 25 ແມັດ ແລະ ອື່ນໆ.

ສ່ວນຈຸດ 0.B1 ນັບຈາກເສັ້ນທາງຕັດຜ່ານບ້ານໜອງໄຮ – ບ້ານດົງຄຳຊ້າງ – ໂຮງງານເບຍລາວ ມີຄວາມຍາວ 3.286 ແມັດ ສະຫງວນຈາກໃຈກາງຄອງເບື້ອງລະ 250 ແມັດ; ຈຸດ 0.B2 ນັບຈາກໂຮງງານເບຍລາວ ທາງທິດເໜືອ – ຂົວສາລະຄຳ ( ຖະໜົນທ່າເດື່ອ ) ມີຄວາມຍາວ 464 ແມັດ ສະຫງວນຈາກໃຈກາງຄອງເບື້ອງລະ 50 ແມັດ; ຈຸດ 0.B3 ນັບຈາກຂົວສາລາຄຳ ( ຖະໜົນທ່າເດື່ອ ) ຫາບ້ານດອນຝາຍ ມີຄວາມຍາວ 1.439 ແມັດ ສະຫງວນຈາກໃຈກາງຄອງເບື້ອງລະ 25 ແມັດ ແລະ ເຂດອື່ນໆ.

ສ່ວນມາດຕະຖານເຕັກນິກສຳລັບພື້ນທີ່ແຜ່ລະບາຍນ້ຳໃນເຂດສະຫງວນ 2 ຟາກຄອງລະບາຍນ້ຳ ໂດຍເຕັກນິກຂັ້ນພື້ນຖານຂອງການກຳນົດເຂດແຜ່ລະບາຍນ້ຳ ມີຕົວຊີ້ວັດ ຄື: ພື້ນທີ່ສະຫງວນ ຄວາມກວ້າງ – ແຄບ, ຄ້ອຍຊັນ ໃຫ້ອີງໃສ່ທຳມະຊາດປະໄວ້ ( ຖືຫຼັກການເຕັກນິກທຳມະຊາດເປັນກົກ ) ແລະ ປະສົມປະສານການດັດປັບທຳມະຊາດເລັກໜ້ອຍ ໂດຍສາມາດປັບດິນໃຫ້ຮາບພຽງບໍ່ສູງກວ່າຈຸດສູງສຸດຫາຕ່ຳສຸດ.

ແຜນຜັງການພັດທະນາ ແລະ ນຳໃຊ້ເຂດສະຫງວນສອງຟາກຄອງນ້ຳວຽງຈັນ ນຳໃຊ້ຄອງນ້ຳ ແລະ ເຂດສະຫງວນ ແມ່ນການຮັບປະກັນຄວາມສ່ຽງນ້ຳຖ້ວມຂັງໃນລະດູຝົນ, ເປັນອ່າງໂຕ່ງນ້ຳ, ນຳໃຊ້ຄອງນ້ຳເປັນແຫຼ່ງທ່ອງທ່ຽວສີຂຽວທາງນ້ຳ ແລະ ນຳໃຊ້ແຫຼ່ງນ້ຳເຂົ້າໃນການຜະລິດກະສິກຳຢ່າງຍືນຍົງ ແລະ ສ້າງໃຫ້ເປັນຄອງນ້ຳໃໝ່ເຊື່ອມຈອດຈາກນ້ຳງື່ມຕອນເທິງໃນອະນາຄົດ.

ດ້ານການພັດທະນາ ແລະ ນຳໃຊ້ທີ່ດິນຄອງນ້ຳຍ່ານຕ່ຳໃຫ້ກາຍເປັນພື້ນທີ່ລະບາຍນ້ຳ ໂດຍຊ່ວຍໝູນຄອງນ້ຳໃນລະດູຝົນຕົກໜັກສູງສຸດ ( ເກີນປະລິມານ 5 ລ້ານ ແມັດກ້ອນ ) ແລະ ກຳນົດເປັນເຂດສີຂຽວຢ່າງຕໍ່ເນື່ອງ ແລະ ສ້າງເປັນເຂດທ່ອງທ່ຽວໃໝ່, ເປັນເຂດກະສິກຳສະອາດຢ່າງຍືນຍົງ ເຊິ່ງເຂດນີ້ມີເນື້ອທີ່ປະມານ 2.000 ເຮັກຕາ; ການກໍ່ສ້າງສິ່ງອຳນວຍໃຫ້ການນຳໃຊ້ຄອງນ້ຳວຽງຈັນ ໄດ້ກຳນົດໃຫ້ມີເຂດທ່າເຮືອຂະໜາດນ້ອຍຂຶ້ນ – ລົງຄອງນ້ຳ, ສ້າງສວນສີຂຽວ ແລະ ການກໍ່ສ້າງເສັ້ນທາງທ່ອງທ່ຽວກະສິກຳສີຂຽວ, ໂຄງການປູກຫຍ້າ, ປູກໝາກໄມ້, ຕົ້ນໄມ້ ເອກະພາບເປັນແຕ່ລະຍ່ານ ແລະ ອື່ນໆ.