ຫ້າມນໍາໃຊ້ເຄື່ອງກວດເຊື້ອໂຄວິດ – 19 ແບບໄວ

279

ກະຊວງສາທາລະນະສຸກ ສັ່ງຫ້າມນໍາໃຊ້ເຄື່ອງກວດຫາເຊື້ອໂຄວິດ – 19 ແບບໄວ ຫຼື Rapid Test ເພາະບໍ່ສາມາດບົ່ງມະຕິພະຍາດໄດ້ຖືກຕ້ອງມີຫຼາຍກໍລະນີທີ່ຜິດພາດຈະສ້າງໃຫ້ເກີດຄວາມຫຍຸ້ງຍາກໃນການຄວບຄຸມພະຍາດພ້ອມເນັ້ນໃຫ້ທຸກຄົນເປັນເຈົ້າການຮ່ວມມືຕໍ່ບັນດາມາດຕະການຕ່າງໆທີ່ລັດຖະບານນຳອອກມາໃຊ້.

ທ່ານ ດຣ. ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ໄດ້ຖະແຫຼງຂ່າວໃນວັນທີ 17 ມີນາ 2020 ວ່າ: ປັດຈຸບັນການລະບາດຂອງພະຍາດໂຄວິດ – 19 ໄດ້ແຜ່ລະບາດເປັນວົງກວ້າງ ເຮັດໃຫ້ມີຜູ້ຕິດເຊື້ອ ແລະ ເສຍຊີວິດຈາກພະຍາດດັ່ງກ່າວເພີ່ມຂຶ້ນແຕ່ລະວັນໃນບັນດາປະເທດອ້ອມຂ້າງ. ສ່ວນ ສປປ ລາວ ກໍພົບກໍລະນີສົງໄສຕິດເຊື້ອເພີ່ມຂຶ້ນ ລວມເຖິງບັນດາຂ່າວທີ່ບໍ່ມີມູນຄວາມຈິງຕາມສື່ສັງຄົມອອນລາຍຕ່າງໆ ເຮັດໃຫ້ປະຊາຊົນລາວຫຼາຍຄົນເກີດຄວາມກັງວົນ.

ນອກນັ້ນ, ໃນມໍ່ໆນີ້ໄດ້ມີຂ່າວລືທາງສື່ອອນລາຍວ່າໄດ້ມີເຄື່ອງກວດຫາເຊື້ອໂຄວິດ – 19 ແບບໄວ ( rapid test ) ເຊິ່ງເຮັດໃຫ້ຫຼາຍຄົນກໍາລັງໃຫ້ຄວາມສົນໃຈ ຕໍ່ກັບຂ່າວດັ່ງກ່າວ ກະຊວງສາທາລະນະສຸກ ຂໍຊີ້ແຈງ ແລະ ຫ້າມໃຫ້ນໍາໃຊ້, ຈັດຊື້ ຫຼື ນໍາເຂົ້າ ເຊິ່ງອີງຕາມຄໍາສັ່ງຂອງລັດຖະມົນຕີກະຊວງສາທາລະນະສຸກ ເລກທີ 0246/ສທ ນະຄອນຫຼວງວຽງຈັນ ວັນທີ 03 ມີນາ 2020 ວ່າດ້ວຍເລື່ອງ “ ຫ້າມນໍາເຂົ້າ, ຈໍລະຈອນຈໍາໜ່າຍ ແລະ ນໍາໃຊ້ເຄື່ອງທົດສອບແບບໄວ ( Rapid Test ) ເພື່ອວິເຄາະຊອກຫາການຕິດເຊື້ອພະຍາດອັກເສບປອດຮຸນແຮງຈາກເຊື້ອຈຸລະໂລກໂຄໂຣນາສາຍພັນໃໝ່ ຫຼື ໂຄວິດ – 19 ”.

ພາບປະກອບຂ່າວເທົ່ານັ້ນ

ເຄື່ອງກວດດັ່ງກ່າວມີສິ່ງຈໍາກັດຫຼາຍຢ່າງໃນການນໍາໃຊ້ຕົວຈິງເພື່ອບົ່ງມະຕິພະຍາດ ເນື່ອງຈາກວ່າຄວາມໄວໃນການກວດພົບເຊື້ອບໍ່ສູງ ( low sensitivity ) ເຊິ່ງເປັນສາເຫດໃຫ້ເກີດການອອກຜົນທີ່ເປັນລົບທີ່ຜິດພາດ ( false negative ) ແລະ ມີ ຄວາມຈໍາເພາະບໍ່ສູງ ( low specificity ) ເຊິ່ງເປັນສາເຫດໃຫ້ເກີດມີປະຕິກິລິຍາກັບພູມຄຸ້ມກັນອື່ນທີ່ຄ້າຍຄຽງກັນ ( cross-reaction ) ເປັນສາເຫດທີ່ເກີດການອອກຜົນບວກຜິດພາດ ( false positive ). ສະນັ້ນ, ຈະບໍ່ສາມາດຢັ້ງຢືນການບົ່ງມະຕິພະຍາດໂຄວິດ – 19 ໄດ້ເຮັດໃຫ້ພົບຄວາມຫຍຸ້ງຍາກໃນການຄວບຄຸມພະຍາດ ແລະ ອາດສ້າງຄວາມສັບສົນໃຫ້ແກ່ ຄວາມເຂົ້າໃຈຕໍ່ການເຝົ້າລະວັງ ແລະ ປ້ອງກັນໃນສັງຄົມ.

ພາບປະກອບຂ່າວເທົ່ານັ້ນ

ດັ່ງນັ້ນ, ຈຶ່ງຫ້າມບຸກຄົນ ຫຼື ນິຕິບຸກຄົນ ນໍາເຂົ້າເຄື່ອງທົດສອບແບບໄວ ( Rapid Test ) ເພື່ອວິເຄາະຊອກຫາການຕິດເຊື້ອພະຍາດໂຄວິດ – 19 ມາຈໍາໜ່າຍຢູ່ໃນ ສປປ ລາວ ຢ່າງເດັດຂາດ; ຫ້າມບັນດາສະຖານທີ່ບໍລິການສາທາລະນະສຸກ ແຕ່ລະຂັ້ນນັບທັງພາກລັດ ແລະ ເອກະຊົນ ໃນຂອບເຂດທົ່ວປະເທດນໍາໃຊ້ເຄື່ອງທົດສອບດັ່ງກ່າວ “ ທ່ານ ດຣ. ຣັດຕະນະໄຊ ເພັດສຸວັນ ກ່າວ ”.

ສ່ວນສາເຫດທີ່ ສປປ ລາວ ພົບກໍລະນີສົງໄສເພີ່ມຂຶ້ນໃນແຕ່ລະວັນ ແມ່ນຍ້ອນການນຳໃຊ້ມາດຕະການທີ່ເຄັ່ງຄັດໃນການຄັດກອງ ແລະ ກວດຕາມດ່ານຕ່າງໆຢ່າງມີປະສິດທິພາບຂອງລັດຖະບານ.

ນອກນັ້ນ, ທ່ານຍັງຮຽກຮ້ອງໃຫ້ປະຊາຊົນໄວ້ວາງໃຈ ແລະ ເຊື່ອໝັ້ນຕໍ່ບັນດາມາດຕະການປ້ອງກັນ ແລະ ຮັບມືກັບການລະບາດຂອງພະຍາດດັ່ງກ່າວ ຈົ່ງພ້ອມກັນໃຫ້ຄວາມຮ່ວມມືຕໍ່ມາດຕະການຕ່າງໆທີ່ນຳອອກມາໃຊ້.