ບໍລິຄຳໄຊ ຍັງບໍ່ອະນຸຍາດລົງທຶນປູກກ້ວຍຕ້ອງລໍຖ້າການປະເມີນຜົນແລ້ວກ່ອນ

200

ປັດຈຸບັນຢູ່ແຂວງບໍລິຄຳໄຊ ມີ 6 ບໍລິສັດເອກະຊົນທັງພາຍໃນ ແລະ ຕ່າງປະເທດ ທີ່ລົງທຶນປູກກ້ວຍຫອມຢູ່ເມືອງບໍລິຄັນ ໃນເນື້ອທີ່ປູກຕົວຈິງ 1.615 ເຮັກຕາ. ພ້ອມດຽວກັນນີ້, ກໍຍັງມີອີກຫຼາຍບໍລິສັດສົນໃຈເຂົ້າລົງທຶນປູກກ້ວຍຕື່ມອີກ, ແຕ່ອົງການປົກຄອງແຂວງຍັງບໍ່ອະນຸຍາດໃຫ້ເທື່ອ ເພາະຕ້ອງໄດ້ປະເມີນຜົົນໄດ້ຮັບຈາກບັນດາໂຄງການລົງທຶນທີ່ໄດ້ອະນຸມັດໃນໄລຍະຜ່ານມາໃຫ້ລະອຽດສາກ່ອນ.

ທ່ານ ພອນສະຫວັນ ຫອມນະບຸນລັດ ຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ແຂວງບໍລິຄໍາໄຊ ໃຫ້ສໍາພາດວ່າ: ອົງການປົກຄອງແຂວງໄດ້ແຕ່ງຕັ້ງຄະນະກໍາມະການຂັ້ນແຂວງ ທີ່ປະກອບດ້ວຍບັນດາໜ່ວຍງານກ່ຽວຂ້ອງຄົບຊຸດ ເພື່ອຕິດຕາມ ແລະ ຄຸ້ມຄອງການປູກກ້ວຍພາຍໃນແຂວງ, ມາຮອດປັດຈຸບັນຄະນະດັ່ງກ່າວພວມປະເມີນຄືນບັນດາໂຄງການລົງທຶນທີ່ໄດ້ອະນຸມັດໄປແລ້ວ ໂດຍສຸມໃສ່ການປະເມີນຜົນໄດ້ຮັບຂອງພາກລັດ, ການຄຸ້ມຄອງໃນໄລຍະຜ່ານມາເຮັດໄດ້ດີ ຫຼື ມີຈຸດອ່ອນຂໍ້ຄົງຄ້າງຄືແນວໃດ? ປະຊາຊົນມີສ່ວນຮ່ວມ ຫຼື ມີຜົນໄດ້ຮັບຄືແນວໃດ? ຈາກການລົງທຶນປູກກ້ວຍຢູ່ແຂວງບໍລິຄໍາໄຊ.

ໂຄງການລົງທຶນປູກກ້ວຍທີ່ໄດ້ຮັບການອະນຸມັດແລ້ວຢູ່ ແຂວງບໍລິຄຳໄຊ ແມ່ນບໍ່ໄດ້ດຳເນີນໃນຮູບແບບການເຊົ່າສໍາປະທານເນື້ອທີ່ດິນທັງໝົດ ເພາະຍັງມີອີກສ່ວນໜຶ່ງທີ່ໄດ້ດຳເນີນໄປໂດຍນໍາໃຊ້ຮູບແບບ 1 + 2 + 3 ຄື: ບວກ 1 ແມ່ນພາກລັດເປັນເຈົ້າການກວດກາດ້ານເອກະສານຕ່າງໆໃຫ້ຖືກຕ້ອງ; ບວກ 2 ແມ່ນປະຊາຊົນປະກອບແຮງງານ ແລະ ເນື້ອທີ່ດິນສໍາລັບການປູກ ແລະ ບວກ 3 ແມ່ນບໍລິສັດປະກອບດ້ວຍຕົ້ນທຶນ, ເຕັກນິກ ແລະ ການຕະຫຼາດ.

ປັດຈຸບັນນີ້ເຖິງວ່າຈະຍັງມີຫຼາຍບໍລິສັດໃຫ້ຄວາມສົນໃຈຢາກເຂົ້າໄປລົງທຶນປູກກ້ວຍຢູ່ແຂວງບໍລິຄໍາໄຊກໍຕາມ, ແຕ່ອົງການປົກຄອງແຂວງຈະຍັງບໍ່ທັນຄົ້ນຄວ້າ ຈົນກວ່າການປະເມີນຜົນການປະຕິບັດບັນດາໂຄງການລົງທຶນທີ່ໄດ້ຮັບການອະນຸມັດໄປແລ້ວນັ້ນສໍາເລັດລົງຢ່າງລະອຽດ ເຊິ່ງຈະຕ້ອງໄດ້ໃຊ້ເວລາພໍສົມຄວນ.

ຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ແຂວງບໍລິຄໍາໄຊ ໃຫ້ຮູ້ຕື່ມວ່າ: ໃນຕົວຈິງແລ້ວບັນດາໂຄງການປູກກ້ວຍຢູ່ແຂວງບໍລິຄໍາໄຊ ທີ່ໄດ້ຮັບການອະນຸມັດໄປແລ້ວແມ່ນສາມາດສ້າງວຽກເຮັດງານທໍາໃຫ້ປະຊາຊົນທີ່ຢູ່ເຂດໃກ້ຄຽງບໍ່ທັນຫຼາຍ ເພາະທາງບໍລິສັດຈະຈ້າງແຮງງານມາເຮັດວຽກເປັນໄລຍະເທົ່ານັ້ນ, ຍ້ອນການປູກກ້ວຍຂອງບໍລິສັດຍັງບໍ່ທັນຫຼາຍ, ບວກກັບເຂົາເຈົ້າຈະໃຊ້ຄົນຂອງເຂົາເອງເພື່ອເປັນແຮງງານໃນການເຮັດວຽກປະຈໍາດັ່ງກ່າວນີ້ເປັນຕົ້ນຕໍ.

ສ່ວນການຕິດຕາມກວດກາບັນຫາການນຳໃຊ້ສານເຄມີເກີນກໍານົດນັ້ນ ໃນໄລຍະຜ່ານມາແມ່ນເຄີຍມີຫາງສຽງວ່າມີບາງບໍລິສັດໃຊ້ສານເຄມີເກີນກໍານົດ ຈຶ່ງເຮັດໃຫ້ປາຢູ່ໜອງນ້ຳໃນສວນຕາຍ, ແຕ່ໜ່ວຍງານທີ່ກ່ຽວຂ້ອງຂອງທາງແຂວງກໍໄດ້ລົງໄປກວດກາຕົວຈິງແລ້ວພົບວ່າຍ້ອນອາກາດຮ້ອນ, ບວກກັບລະດັບນ້ຳໃນໜອງບົກແຫ້ງຫຼາຍຈຶ່ງເຮັດໃຫ້ປາຕາຍ ເຊິ່ງບໍ່ກ່ຽວກັບການນຳໃຊ້ສານເຄມີເກີນກໍານົດແຕ່ຢ່າງໃດ.

( ໂດຍ: ສົມລົດ )( ຂໍ້ມູນ: ບຸນຕຽງ ຈັນທະວົງ )