ໂອ! ຂ່າວດີຈາກເມືອງນານ ເກັບລາຍຮັບໄດ້ລື່ນແຜນ 14,15%

129

ເມືອງນານ ແຂວງຫຼວງພະບາງ ເປັນເມືອງທາງຜ່ານຂອງບັນດາແຂວງພາກກາງຫາຫຼາຍແຂວງທາງພາກເໜືອ ປະຊາຊົນມີມູນເຊື້ອໃນການປູກຝັງລ້ຽງສັດ ແລະ ປະຈຸບັນເລີ່ມມີການຜະລິດເປັນສິນຄ້ານັບມື້ຫຼາຍຂຶ້ນ ເປັນຜົນໃຫ້ປີ 2019 ເມືອງນານສາມາດເກັບລາຍຮັບໄດ້ 5,7ຕື້ກວ່າກີບ ເທົ່າກັບ 114,15% ຂອງແຜນການທີ່ຕັ້ງໄວ້ 4,9 ຕື້ກວ່າກີບ.

ຂະນະທີ່ລາຍຈ່າຍ 24,9 ຕື້ກວ່າກີບ ເທົ່າກັບ 96,01% ຂອງແຜນການ 25,9ຕື້ກວ່າກີບ ພ້ອມນີ້ຕັ້ງເປົ້າເກັບລາຍຮັບປີ 2020 ໃຫ້ໄດ້ 5,1ຕື້ກວ່າກີບ ຖ້າທຽບໃສ່ປີ 2019 ແມ່ນໃຫ້ເພີ່ມຂຶ້ນ 2,30%.

ວັນທີ 12 ມີນາ 2020 ທີ່ຜ່ານມາ, ເມືອງນານ ແຂວງຫຼວງພະບາງ ໄດ້ຈັດກອງປະຊຸມສະຫຼບການຈັດຕັ້ງປະຕິບັດແຜນງົບປະມານລາຍຮັບ-ລາຍຈ່າຍ ປະຈຳປີ 2019 ແລະ ວາງທິດທາງແຜນການ ປີ 2020 ທີ່ສະໂມສອນເມືອງ ໂດຍການເປັນປະທານຂອງທ່ານ ຄຳເກັ່ງ ຈັນທະວີສຸກ ເຈົ້າເມືອງໆນານ, ມີຄະນະປະຈຳພັກເມືອງ, ກຳມະການພັກເມືອງ ຫົວໜ້າ-ຮອງຫົວໜ້າຫ້ອງການ ວິຊາການຂອງຫ້ອງການ-ການເງິນ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ໃນພິທີ ທ່ານ ແສງອາລຸນ ວັນມະນີ ຮອງຫົວໜ້າຫ້ອງການໆເງິນ ໄດ້ຜ່ານບົດສະຫຼບການຈັດຕັ້ງປະຕິບັດແຜນງົບປະມານ ປີ 2019 ແລະ ທິດທາງແຜນການປີ 2020 ໃຫ້ຮູ້ວ່າ: ແຜນລາຍຮັບງົບປະມານປີ 2019 ທັງໝົດ 4,9 ຕື້ກວ່າກີບ ສາມາດປະຕິບັດໄດ້ 5,7 ຕື້ກວ່າກີບ, ທຽບໃສ່ແຜນການເທົ່າກັບ 114,15%, ໄດ້ຮັບດຸ່ນດ່ຽງຈາກແຂວງທັງໝົດ 20 ຕື້ກວ່າກີບ ເທົ່າກັບ 100%, ສ່ວນດ້ານລາຍຈ່າຍແຜນງົບປະມານ ປີ 2019 ທັງໝົດ 25,9 ຕື້ກວ່າກີບ ປະຕິບັດໄດ້ 24,9 ຕື້ກວ່າກີບ ເທົ່າກັບ 96,01 % ຂອງແຜນການ.

ດ້ານແຜນງົບປະມານ ລາຍຮັບ – ລາຍຈ່າຍ ປີ 2020 ຕັ້ງເປົ້າລາຍຮັບໃຫ້ໄດ້ 5,1 ຕື້ກວ່າກີບ ຖ້າທຽບໃສ່ ປີ 2019 ໃຫ້ເພີ່ມຂຶ້ນ 2,30% ແລະ ແຜນລາຍຈ່າຍງົບປະມານເພີ່ມຂຶ້ນ 2,65 %.

ແນວໃດກໍ່ຕາມ ຕົວເລກການເກັບລາຍຮັບດັ່ງກ່າວ ຖ້າຈະທຽບໃສ່ແຜນລາຍຈ່າຍ ເຫັນວ່າເມືອງນານຍັງແຕກໂຕນກັນຫຼາຍ, ສະນັ້ນ ເພື່ອເຮັດໃຫ້ປີຕໍ່ໆໄປເມືອງສາມາດເກັບໄລາຍຮັບເພີ່ມຂຶ້ນ ທ່ານ ຄຳເກັ່ງ ຈັນທະວິສຸກ ກ່າວວ່າ: ຢາກເຮັດໄດ້ຄືແນວນັ້ນ ທຸກພາກສ່ວນຕ້ອງໄດ້ປັບປຸງແບບແຜນວິທີເຮັດວຽກ ບັນຈຸບຸກຄະລະກອນໃຫ້ຖືກຕ້ອງ ແລະ ເໝາະສົມຕາມຄວາມຮູ້ຄວາມສາມາດຂອງແຕ່ລະຄົນ, ເອົາໃຈໃສ່ຕໍ່ການລົງໂຄສະນາເຜີຍແຜ່ລະບຽບກົດໝາຍຕໍ່ຫົວໜ່ວຍທຸລະກິດຕະຫຼອດຮອດພໍ່ແມ່ປະຊາຊົນໃຫ້ທົ່ວເຖິງ, ຕ້ອງໄດ້ປະສານສົມທົບກັບຫ້ອງການທີ່ມີລາຍຮັບໃນການຄົ້ນຄ້ວາປືກສາຫາລືໃນການເກັບລາຍຮັບຜ່ານປະຕູດຽວກັນ ແລະ ສືບຕໍ່ປັບປຸງ, ແກ້ໄຂໃນການຄຸ້ມຄອງການເກັບລາຍຮັບເຂົ້າງົບປະມານດ້ວຍເຄື່ອງມືທີ່ທັນສະໄໝ ແລະ ຜ່ານລະບົບທະນາຄານ.

ຂໍ້ມູນຈາກ: Media Laos