ສໍາເລັດການຕິດຕັ້ງເສົາທໍາອິດ ໂຄງການລະບົບຕາຂ່າຍຫຼັງສະຖານີລົດໄຟ ລາວ – ຈີນ

66

ບໍລິສັດ ວິສະວະກຳໄຟຟ້າ ອູຫັ້ນ ລົດໄຟແຫ່ງ ສປ ຈີນ ເຊິ່ງເປັນບໍລິສັດຮັບເໝົາກໍ່ສ້າງວິສະວະກໍາລະບົບຕາຂ່າຍຫຼັງສະຖານີຂອງເສັ້ນທາງລົດໄຟ ລາວ – ຈີນ ໄດ້ສຳເລັດການຕິດຕັ້ງເສົາຕາຂ່າຍທຳອິດຢູ່ເຂດຫຼັກ 52 ເມືອງໂພນໂຮງ ແຂວງວຽງຈັນ ໃນວັນທີ 15 ມີນາ 2020.

ນີ້ເປັນຂີດໝາຍວ່າວິສະວະກໍາໄຟທັງ 4 ເຊິ່ງປະກອບມີ: ສື່ສານ, ສັນຍານ, ໄຟຟ້າ ແລະ ການນໍາໃຊ້ໄຟຟ້າຫຼັງສະຖານີໂຄງການເສັ້ນທາງລົດໄຟ ລາວ – ຈີນ ໄດ້ເຂົ້າສູ່ໄລຍະການກໍ່ສ້າງຢ່າງເປັນທາງການ.

ທ່ານ ສີ ຈີ້ຫົງ ( Xi Jihong ) ຫົວໜ້າວິສະວະກອນ ບໍລິສັດລົດໄຟ ລາວ – ຈີນ ໄດ້ແຈ້ງໃຫ້ຮູ້ວ່າ: ປີ 2020 ແມ່ນສຸມໃສ່ການກໍ່ສ້າງວິສະວະກໍາໄຟທັງ 4, ລາງລົດ, ອາຄານສະຖານີຂອງເສັ້ນທາງລົດໄຟ ລາວ – ຈີນ, ເປັນປີມ້ວນທ້າຍການກໍ່ສ້າງອຸມົງ, ຂົວ ແລະ ຮາກຖານທາງ ຄາດວ່າຈະໃຫ້ສຳເລັດ ແລະ ເປີດນຳໃຊ້ຢ່າງທາງການໃນເດືອນ 12 ປີ 2021 ທີ່ຈະມາເຖິງ.

ໂຄງການທາງລົດໄຟ ລາວ – ຈີນ ຖືເອົາການສ້າງໂຄງການວິສະວະກໍາ ທີ່ເປັນສັນຍະລັກມິດຕະພາບ ຈີນ – ລາວ ນີ້ເປັນໜ້າທີ່ຂອງຕົນ ໂດຍບໍ່ລໍຖ້າການຈັດສັນຊັບພະຍາກອນກໍ່ສ້າງປະເພດຕ່າງໆ, ຜ່ານຜ່າ ຄວາມຫຍຸ້ງຍາກ ແລະ ກ້າວຂຶ້ນໄປ, ແກ້ໄຂຄວາມຫຍຸ້ງຍາກໃນການຂົນສົ່ງວັດຖຸ ແລະ ການຈັດຕັ້ງທີມງານປະຕິບັດງານໂດຍມີ 2 ໜ້າທີ່ຫຼັກ “ ຄວບຄຸມການແຜ່ລະບາດຂອງພະຍາດ ໂຄວິດ – 19 ໃນຂະນະດຽວກັນກໍເລັ່ງດໍາເນີນການກໍ່ສ້າງ ” ເພື່ອໃຫ້ໂຄງການສາມາດສໍາເລັດຕາມກໍານົດເວລາ.
( ແຫຼ່ງທີ່ມາ: ຂປລ )