ການສົ່ງອອກ 2 ເດືອນຕົ້ນປີ ບັນລຸ 801 ລ້ານໂດລາ ມັນຕົ້ນນຳໜ້າ ມີມູນຄ່າ103ລ້ານໂດລາ

210

ມູນຄ່າການນໍາເຂົ້າ ແລະ ສົ່ງອອກ 2 ເດືອນຕົ້ນປີ 2020 ບັນລຸ 1.659 ລ້ານໂດລາ. ໃນນີ້, ການສົ່ງອອກບັນລຸ 801 ລ້ານໂດລາ ຫຼາຍກວ່າໝູ່ແມ່ນມັນຕົ້ນ ມີມູນຄ່າ 103 ລ້ານໂດລາ, ຂາດດຸນການຄ້າປະມານ 57 ລ້ານໂດລາ. ຢ່າງໃດກໍຕາມ, ຕົວເລກນີ້ບໍ່ໄດ້ລວມເອົາການສົ່ງອອກໄຟຟ້າ.

ອີງຕາມຂໍ້ມູນຈາກສູນຂໍ້ມູນ – ຂ່າວສານທາງການຄ້າ ກະຊວງອຸດສາຫະກຳ ແລະ ການຄ້າ ໃຫ້ຮູ້ວ່າ: ມູນຄ່າການນໍາເຂົ້າ ແລະ ສົ່ງອອກຂອງ ສປປ ລາວ ປະຈໍາເດືອນມັງກອນ 2020 ບັນລຸໄດ້ປະມານ 890 ລ້ານໂດລາ. ໃນນັ້ນ, ມູນຄ່າການສົ່ງອອກມີປະມານ 410 ລ້ານໂດລາ ແລະ ມູນຄ່າການນໍາເຂົ້າມີປະມານ 480 ລ້ານໂດລາ, ຂາດດຸນການຄ້າປະມານ 70 ລ້ານໂດລາ.
ສິນຄ້າສົ່ງອອກຫຼາຍກວ່າໝູ່ແມ່ນມັນຕົ້ນ 49 ລ້ານໂດລາສະຫະລັດ, ຮອງມາແມ່ນແຮ່ທອງ 46 ລ້ານໂດລາ, ທອງແດງ ແລະ ເຄື່ອງທີ່ເຮັດດ້ວຍທອງແດງ 35 ລ້ານໂດລາ, ງົວ – ຄວາຍ 26 ລ້ານໂດລາ.

ປະເທດສົ່ງອອກຫຼັກມີໄທ 135 ລ້ານໂດລາ, ຈີນ 115 ລ້ານໂດລາ, ຫວຽດນາມ 83 ລ້ານໂດລາ, ສະວິດ 17 ລ້ານໂດລາ ແລະ ຍີ່ປຸ່ນ 8 ລ້ານໂດລາ.

ສິນຄ້ານໍາເຂົ້າຫຼັກແມ່ນເຄື່ອງໄຟຟ້າ ແລະ ອຸປະກອນໄຟຟ້າ 54 ລ້ານໂດ ລາ, ນ້ຳມັນກາຊວນ 45 ລ້ານໂດລາ, ອຸປະກອນກົນຈັກ ( ນອກຈາກເຄື່ອງກົນຈັກພາຫະນະ ) 30 ລ້ານໂດລາ, ພາຫະນະທາງບົກ ( ນອກຈາກລົດຈັກ, ລົດໄຖ ) 29 ລ້ານໂດລາ, ສັດທີ່ມີຊີວິດ 27 ລ້ານໂດລາ.

ບັນດາປະເທດທີ່ ສປປ ລາວ ນໍາເຂົ້າຫຼັກມີ ໄທ 268 ລ້ານໂດລາ, ຈີນ 113 ລ້ານໂດລາ, ຫວຽດນາມ 50 ລ້ານໂດລາ, ສ.ອາເມຣິກາ 11 ລ້ານໂດລາ ແລະ ຍີ່ປຸ່ນ 8 ລ້ານໂດລາ.

ສ່ວນມູນຄ່າການນໍາເຂົ້າ ແລະ ສົ່ງອອກເດືອນກຸມພາ 2020 ບັນລຸໄດ້ປະມານ 769 ລ້ານໂດລາສະຫະລັດ. ໃນນັ້ນ, ມູນຄ່າການສົ່ງອອກປະມານ 391 ລ້ານໂດລາ, ມູນຄ່າການນໍາເຂົ້າປະມານ 378 ລ້ານໂດລາ, ເກີນດຸນການຄ້າປະມານ 13 ລ້ານໂດລາ.

ສິນຄ້າສົ່ງອອກສຳຄັນມີມັນຕົ້ນ 54 ລ້ານໂດລາ, ແຮ່ທອງ 39 ລ້ານໂດລາ, ເຍື່ອໄມ້ ແລະ ເສດເຈ້ຍ 30 ລ້ານໂດລາ, ທອງແດງ ແລະ ເຄື່ອງທີ່ເຮັດດ້ວຍທອງແດງ 29 ລ້ານໂດລາ, ງົວ – ຄວາຍ 28 ລ້ານໂດລາສະຫະລັດ, ນໍ້າຕານ 18 ລ້ານໂດລາ, ໝາກກ້ວຍ 17 ລ້ານໂດລາ, ເຄື່ອງນຸ່ງຫົ່ມ 17 ລ້ານໂດລາ ແລະ ເຄື່ອງດື່ມ ( ນໍ້າ, ນໍ້າອັດລົມ, ຊູກໍາລັງ ) 16 ລ້ານໂດລາ ແລະ ໂຄງຮ່າງ, ຊິ້ນສ່ວນກ້ອງບັນທຶກພາບ 14 ລ້ານໂດລາ.

ປະເທດທີ່ ສປປ ລາວ ສົ່ງອອກຫຼັກປະກອບມີ: ໄທ ມີມູນຄ່າການສົ່ງອອກປະມານ 111 ລ້ານໂດລາ, ສປ ຈີນ 107 ລ້ານໂດລາ, ສສ ຫວຽດນາມ 105 ລ້ານໂດລາ, ອິນເດຍ 7 ລ້ານໂດລາ ແລະ ຍີ່ປຸ່ນ 7 ລ້ານໂດລາ.

ສ່ວນໝວດສິນຄ້ານໍາເຂົ້າຫຼັກມີ: ນ້ຳມັນກາຊວນ 36 ລ້ານໂດລາ, ພາຫະນະທາງບົກ ( ນອກຈາກລົດຈັກ, ລົດໄຖ ) 30 ລ້ານໂດລາ, ອຸປະກອນກົນຈັກ ( ນອກຈາກເຄື່ອງກົນຈັກພາຫະນະ ) 22 ລ້ານໂດລາ, ໄຟຟ້າ 22 ລ້ານໂດລາ, ເຫຼັກ ແລະ ເຄື່ອງທີ່ເຮັດດ້ວຍເຫຼັກ – ເຫຼັກກ້າ 22 ລ້ານໂດລາ, ສັດທີ່ມີຊີວິດ 18 ລ້ານໂດລາ, ເຄື່ອງດື່ມ ( ນໍ້າ, ນໍ້າອັດລົມ, ຊູກໍາລັງ ).

ການນຳເຂົ້າສ່ວນໃຫຍ່ມາຈາກໄທ ມີມູນຄ່າປະມານ 233 ລ້ານໂດລາ, ສປ ຈີນ 56 ລ້ານໂດລາ, ສສ ຫວຽດນາມ 39 ລ້ານໂດລາ, ຍີ່ປຸ່ນ 11 ລ້ານໂດລາ ແລະ ສ.ເກົາຫຼີ 7 ລ້ານໂດລາ.