ດ່ວນ! ກວດພົບຄົນທຳອິດ ທີ່ຕ້ອງສົງໄສຕິດເຊື້ອໂຄວິດ-19 ຢູ່ສະຫວັນນະເຂດ

233

ອີງຕາມການລາຍງານຂ່າວຂອງເພຈ lao national radio ເຊິ່ງເປັນເພຈຂ່າວຂອງວິທະຍຸກະຈາຍສຽງແຫ່ງຊາດລາວ ໄດ້ລາຍງານໃນຕອນເຊົ້າວັນທີ 17 ມີນາ 2020 ວ່າ: ໜ່ວຍງານຄວບຄຸມພະຍາດຕິດຕໍ່ປະຈໍາດ່ານສາກົນຂົວມິດຕະພາບລາວ-ໄທແຫ່ງທີ 2 ແຂວງສະຫວັນນະເຂດ-ມຸກດາຫານ ປະເທດໄທ ໄດ້ກວດພົບຜູ້ຕ້ອງສົງໄສຕິດເຊື້ອພະຍາດໂຄວິດ-19 ເປັນຄົນທໍາອິດຂອງແຂວງ, ເປັນເພດຍິງ ອາຍຸ 28 ປີທີ່ເດີນທາງມາຈາກປະເທດໄທ.

ທ່ານໝໍ ຖາວອນ ທຸມມະສອນ, ຫົວຫນ້າໜ່ວຍງານຄວບຄຸມພະຍາດຕິດຕໍ່ປະຈຳດ່ານສາກົນຂົວທິດຕະພາບລາວ-ໄທ ແຫ່ງທີ 2 ໃຫ້ຮູ້ວ່າ: ຜູ້ຕ້ອງສົງໄສຕິດເຊື້ອພະຍາດໂຄວິດ-19 ທີ່ກວດພົບນີ້ ແມ່ນເຮັດວຽກເປັນແມ່ເຮືອນຢູ່ນະຄອນຫຼວງບາງກອກ ປະເທດໄທ. ໂດຍກ່ອນເດີນທາງກັບມາບ້ານເກີດທີ່ແຂວງສະຫວັນນະເຂດ, ຜູ້ກ່ຽວແມ່ນມີອາການໄຂ້ມາໄດ້ 2-3 ວັນແລ້ວ. ຈາກນັ້ນ, ນາຍຈ້າງກໍ່ໄດ້ອະນຸຍາດໃຫ້ລາວເດີນທາງກັບບ້ານ.
ຜ່ານການກວດຕົວຈິງຂອງເຈົ້າຫນ້າທີ່ກ່ຽວຂ້ອງປະຈໍາດ່ານເຫັນວ່າ ຜູ້ກ່ຽວມີອາການໄຂ້ສູງເຖິງ 38,5 ອົງສາ, ພ້ອມທັງ ມີອາການໄອ ແລະ ຈາມ ເຊິ່ງນອນຢູ່ໃນນິຍາມຂອງການເປັນພະຍາດໂຄວິດ-19.

ປັດຈຸບັນ, ຜູ້ກ່ຽວຖືກກັກຕົວໄວ້ທີ່ຈຸດຄວບຄວມຂອງພະແນກສາທາລະນະສຸກແຂວງ ທີ່ຈັດກຽມໄວ້ ໂດຍຈະຖືກກັກຕົວເປັນເວລາ 14 ວັນ ພ້ອມທັງຈະໄດ້ກວດວ່າຜູ້ກ່ຽວແມ່ນຕິດເຊື້ອພະຍາດດັ່ງກ່າວນີ້ແທ້ ຫຼື ບໍ່.

ຂະນະທີ່, ອີງຕາມເພຈສູນຂ່າວສານການແພດສຸຂະສຶກສາ Centre of Information and Education for Health ເຊິ່ງເປັນເພຈທາງການຂອງ ສປປ ລາວລາຍງານວ່າ: ມາຮອດປັດຈຸບັນ (ວັນທີ 17 ມີນາ 2020) ພົບການແພ່ລະບາດຂອງພະຍາດອັກເສບປອດສາຍພັນໃໝ່ໂຄວິດ-19 ແລ້ວ 159 ປະເທດ ແລະ ພົບຜູ້ຕິດເຊື້ອທັງໝົດທົ່ວໂລກ182.185 ຄົນ, ເພີ່ມຂຶ້ນ 12.798 ຄົນ; ເສຍຊີວິດແລ້ວ 7.157 ເພີ່ມຂຶ້ນ 641 ຄົນ ແລະ ປິ່ນປົວຫາຍດີແລ້ວ 79.418 ຄົນ ເພີ່ມຂຶ້ນ 2,161.

ສຳລັບ ສປປ ລາວ ມາຮອດປັດຈຸບັນ ມີຄົນທີ່ຕົກຢູ່ໃນກໍລະນີສົງໄສສະສົມທັງໝົດ 85 ກໍລະນີ, ໃນ 81 ກໍລະນີ ຜົນກວດແມ່ນບໍ່ພົບເຊື້ອ ແລະ ອີກ 4 ກໍລະນີ ແມ່ນຍັງລໍຖ້າຜົນກວດຢູ່.

ທີ່ມາ: Lao National Radio