ແນະນໍາສິນຄ້າຍີ່ຫໍ້ສິລິຄອດເມຕິກໃນຕະຫຼາດລາວ

170

ພາຍຫຼັງທີ່ສັງຄົມໄດ້ຊົມໃຊ້ຕະຫຼອດ 3 ປີຜ່ານມາ ຍີ່ຫໍ້ສິລິຄອດເມຕິກ ທີ່ມີຜະລິດຕະພັນເປັນສະບູສາລ່າຍພວງອາງຸ່ນ, ສະບູເມືອກຫອຍທາກ ແລະ ເຊລໍ້າບໍາລຸງຜິວ ໄດ້ຮັບ ຄວາມສົນໃຈຈາກຜູ້ຊົມໃຊ້ໃນປະເທດລາວຈໍານວນຫຼາຍ.

ດັ່ງນັ້ນ, ເພື່ອເປັນການຂະຫຍາຍຕະຫຼາດ ແລະ ບໍລິການທີ່ມີຄຸນນະພາບ ເຈົ້າຂອງຜະລິດຕະພັນຕັດສິນໃຈມາເປີດໂຕເປັນທາງການໃນປະເທດລາວ ນັບແຕ່ຕົ້ນເດືອນມີນາຜ່ານມາ.

ທ່ານ ນາງ ສີລິກອນ ພັດພົງສິນ ເຈົ້າຂອງຜະລິດຕະພັນສິລິຄອດເມຕິກ ກ່າວວ່າ: ແຮງຈູງໃຈເຮັດໃຫ້ຜະລິດສິນຄ້າເປັນຂອງຕົນເອງ ເລີ່ມຕົ້ນຈາກເຫັນພະນັກງານໜ້າເປັນສິວໃນຂະນະທີ່ລົງໄປກວດວຽກໃນສະໜາມ. ຫຼັງຈາກນັ້ນ, ຕົນເອງໄປເຫັນ ໂຄງການຟາມເພາະລ້ຽງສາລ່າຍ ພວງອາງຸ່ນ. ຫຼັງຈາກນັ້ນ, ກໍສຶກສາຂໍ້ມູນພົບວ່າສາລ່າຍພວງອາງຸ່ນມີຄໍລາເຈນຂ້ອນຂ້າງສູງ ເຮັດໃຫ້ເນື້ອເຍື່ອຜິວມີ ຄວາມແຂງແຮງກໍເລີຍສົ່ງໄປສະຖາບັນວິໄຈ ພົບວ່າສານສະກັດຈາກສາລ່າຍພວງອາງຸ່ນ ດີເລີຍຕິດຕໍ່ໂຮງງານ ເພື່ອສ້າງເປັນຜະລິດຕະພັນປິ່ນປົວສິວ ແລະ ຝ້າ.

ດ້ວຍເຫດຜົນທີ່ວ່າຕົນເອງເປັນຄົນມຸ່ງໝັ້ນ ຖ້າຜະລິດຫຍັງອອກມາກໍຢາກໃຫ້ດີທີ່ສຸດ ກໍຕັດສິນໃຈຜະລິດສິນຄ້າເປັນຂອງຕົນເອງ ພາຍໃຕ້ຊື່ ສິລິຄອດເມຕິກ.
ພາຍຫຼັງທີ່ພະນັກງານເຮົາໃຊ້ເຫັນຄວາມປ່ຽນແປງ ໂດຍສະເພາະແມ່ນບັນຫາສິວ ແລະ ພູມແພ້ຫຼຸດລົງຢ່າງຊັດເຈນຄົນທີ່ໜ້າເປັນຝ້າກໍໃສຂຶ້ນ. ດ້ວຍເຫດນີ້, ຈຶ່ງຕັດສິນໃຈອອກຈໍາໜ່າຍສູ່ຕະຫຼາດໃນປະເທດໄທ ເຊິ່ງມີຜົນຕອບຮັບດີ ແລະ ກ້າວມາເປີດຕະຫຼາດໃນບັນດາປະເທດເອອີຊີ ແລະ ນໍາເຂົ້າມາໃນປະເທດລາວເປັນປະເທດທໍາອິດ ເນື່ອງຈາກການສື່ສານກັນເຂົ້າໃຈງ່າຍ.

ສໍາລັບກິດຈະກໍາຫຼັກໆໃນການເປີດຕະຫຼາດຜ່ານມາ ແມ່ນເປີດຫ້ອງສະແດງ ແລະ ຂາຍໃນງານບຸນອອກພັນສາ ( ຊ່ວງເຮືອທ່າວັດຈັນ ) ແລະ ບຸນນະມັດສະການພະທາດຫຼວງ ເຊິ່ງຜົນຕອບຮັບດີເກີນຄາດສໍາລັບການທີ່ມາເຮັດທຸລະກິດໃນປະເທດລາວກໍໄດ້ໃຊ້ແນວຄິດດຽວກັນກັບຢູ່ປະເທດໄທ ຄືການເຮັດທຸລະກິດ ແລະ ຄືນກໍາໄລສູ່ສັງຄົມ ໂດຍສະເພາະແມ່ນຫັກຄ່າລາຍໄດ້ຈໍານວນໜຶ່ງເພື່ອເກັບສະສົມໄວ້ເປັນສະບຽງບຸນ. ສໍາລັບຢູ່ປະເທດລາວສິ່ງທີ່ຕັ້ງໄວ້ກໍຄືການຄືນກໍາໄລສູ່ສັງຄົມ ເຊິ່ງຈະຫັກເງິນ 500 ກີບ ຈາກການຊື້ສິນຄ້າ 1 ກ້ອນ ເພື່ອສົມທົບທຶນບູລະນະວັດປ່າພະບາດພູເຂົາຄວາຍທີ່ເມືອງທຸລະຄົມ ແຂວງວຽງຈັນ.

ທ່ານ ນາງ ປານີ ວົງແກ້ວ ຕົວແທນຜູ້ນໍາເຂົ້າມາຈໍາໜ່າຍໃນປະເທດລາວ ໄດ້ກ່າວວ່າ: ກ່ອນຕັດສິນໃຈທີ່ນໍາສິນຄ້າຍີ່ຫໍ້ ສິລິຄອດເມຕິກ ເຂົ້າມາຈໍາໜ່າຍຕົນເອງໄດ້ທົດລອງໃຊ້ກ່ອນພຽງ 3 ອາທິດ ເຫັນຄວາມປ່ຽນແປງຫຼາຍ. ຫຼັງຈາກນັ້ນ, ຕົນກໍໂພສຂາຍທາງອອນລາຍ ກໍມີຍອດສັ່ງຊື້ເຂົ້າມາຫຼາຍ ຈາກນັ້ນກໍສຶກສາ ແລະ ຮັບເປັນຕົວແທນນໍາເຂົ້າ ແລະ ຈັດຈໍາໜ່າຍໃນປະເທດ ເຊິ່ງໃນປັດຈຸບັນພວກເຮົາຍັງເປີດຮັບຕົວແທນຈໍາໜ່າຍໃນຂອບເຂດທົ່ວປະເທດ. ສໍາລັບຜະລິດຕະພັນພາຍໃຕ້ຍີ່ປຸ່ນ ສິລິຄອດເມຕິກ ມີສະບູສາລ່າຍພວງອາງຸ່ນ, ສະບູເມືອກຫອຍທາກ ແລະ ເຊລໍ້າແກ້ບັນຫາຜິວແຕກ.