ຢາກໃຫ້ເຂົ້າໃຈ

520

ຈາກການລະບາດຂອງພະຍາດໂຄວິດ – 19 ຫຼາຍປະເທດປະສົບກັບບັນຫາເສດຖະກິດ ຖືວ່າເປັນບັນຫາທົ່ວໂລກ. ປະເທດເຮົາກໍຢູ່ໃນວົງໂຄຈອນຂອງໂລກ ຈຶ່ງປາສະຈາກບໍ່ໄດ້ທີ່ຈະສົ່ງຜົນກະທົບເຊັ່ນກັນ. ແຕ່ເຖິງຢ່າງໃດກໍຕາມລັດຖະບານເຮົາກໍຄາດຄະເນວ່າ GDP ຂອງປີ 2020 ຈະຂະຫຍາຍຕົວລະດັບ 6,5%, ຄິດເປັນມູນຄ່າ 177.780 ຕື້ກີບ, ລາຍຮັບສະເລ່ຍຕໍ່ຫົວຄົນແມ່ນ 2.733 ໂດລາສະຫະລັດ.

ປີ 2020 ລັດຖະບານຈະເລັ່ງແກ້ໄຂບັນດາຂໍ້ຄົງຄ້າງໃຫ້ເປັນຮູບປະທຳ ເພື່ອເຮັດໃຫ້ເສດຖະກິດຂະຫຍາຍຕົວຕາມເປົ້າໝາຍ, ຂະນະທີ່ທ່ານນາຍົກລັດຖະມົນຕີ ເຊື່ອວ່າເສດຖະກິດຈະດີຂຶ້ນ, ເນື່ອງຈາກຫຼາຍໂຄງການ ໃຫຍ່ໆຈະໄດ້ຮັບການຈັດຕັ້ງປະຕິບັດ.

ກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ VIII ໃນວັນທີ 15 ພະຈິກຜ່ານມາ ພາຍໃຕ້ການເປັນປະທານຂອງ ທ່ານ ນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ຂຶ້ນຊີ້ແຈງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ( ສສຊ ) ເຊິ່ງທ່ານໄດ້ມີຄຳເຫັນວ່າ: ລັດຖະບານໄດ້ມີ ຄວາມພະຍາຍາມຢ່າງສູງໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ – ສັງຄົມ ພາຍໃຕ້ສະພາບແວດລ້ອມທີ່ທ້າທາຍ ແຕ່ລັດຖະບານກໍໄດ້ສຸມກຳລັງແຮງປຸກລະດົມທົ່ວສັງຄົມ.

ດັ່ງນັ້ນ, ລັດຖະບານຈະໄດ້ສືບຕໍ່ຄົ້ນຄວ້າວຽກງານບໍລິຫານລັດຢ່າງຮັດກຸມ, ປະຕິບັດບັນດາກົດໝາຍດຳລັດຕ່າງໆຢ່າງເຄັ່ງຄັດ ແລະ ຈຳກັດການຄ້າຂາຍເຖື່ອນ, ປາບປາມຢາເສບຕິດ ແລະ ຈະສືບຕໍ່ແກ້ໄຂບັນດາເຫດການຕ່າງໆ ແລະ ພະຍາຍາມປົກປ້ອງສິ່ງຖືກຕ້ອງ ບໍລິຫານປະເທດດ້ວຍຄວາມເປັນທຳ ຄາດວ່າເສດຖະກິດປີນີ້ຈະບັນລຸ 6,4% ຫຼຸດຄາດໝາຍ 0,3%, ສືບຕໍ່ແກ້ໄຂບັນຫາໜີ້ສິນບັນດາໂຄງການລົງທຶນຂອງລັດຢ່າງຕັ້ງໜ້າ, ໄດ້ສຳເລັດການສ້າງດຳລັດວ່າດ້ວຍກອງທຶນສົ່ງເສີມ SME ແລະ ໄດ້ປ່ອຍເງິນກູ້ໃຫ້ຫົວໜ່ວຍທຸລະກິດ 111 ກວ່າຕື້ກີບ ແລະ ບັນດາໂຄງການທີ່ສົ່ງເສີມທຸລະກິດຂະໜາດນ້ອຍ ແລະ ກາງ ( SME ) ທີ່ກຳລັງດຳເນີນຢູ່ ເຊິ່ງພາກສ່ວນທີ່ກ່ຽວຂ້ອງກຳລັງຈັດຕັ້ງຜັນຂະຫຍາຍເຮັດໃຫ້ຖືກຕາມຫຼັກການທີ່ວາງອອກ ເພື່ອເຮັດໃຫ້ໄດ້ຮັບເງິນກູ້ໃຫ້ທຸລະກິດດັ່ງກ່າວ ເຊິ່ງເປັນການກະຕຸ້ນເສດຖະກິດ.

ນອກຈາກນີ້, ລັດຖະບານມີຄວາມພະຍາຍາມຊອກຫາຕະຫຼາດສົ່ງອອກພະລັງງານໄຟຟ້າດ້ວຍຄວາມເອົາໃຈໃສ່. ຄຽງຄູ່ກັນນັ້ນ, ລັດຖະບານຈະສຸມໃສ່ການກວດກາແກ້ໄຂບັນຫາທີ່ດິນທີ່ກຳລັງປະເຊີນໜ້າຢູ່ປັດຈຸບັນໃຫ້ສຳເລັດເປັນກ້າວໆ ເພາະວ່າທີ່ດິນເປັນແຫຼ່ງລາຍຮັບທີ່ໝັ້ນຄົງຂອງປະເທດໜຶ່ງໆ ບ່ອນໃດມີການລະເມີດແມ່ນຈະໄດ້ຮັບການແກ້ໄຂຢ່າງຮັດກຸມ.

ລັດຖະບານຈະໄດ້ສືບຕໍ່ຈັດຕັ້ງປະຕິບັດດຳລັດເລກທີ 15/ນຍ ເພື່ອຄຸ້ມຄອງການສົ່ງອອກໄມ້ ເຊິ່ງຕໍ່ໄປຈະບໍ່ໃຫ້ຕັດໄມ້ທຳລາຍປ່າ, ໃນຂະນະດຽວກັນລັດຖະບານກໍໄດ້ປົດລັອກການສົ່ງອອກໄມ້ແປຮູບຈຳນວນໜຶ່ງ ເຊິ່ງກ່ອນໜ້ານີ້ບໍ່ໄດ້ຢູ່ໃນບັນຊີການສົ່ງອອກໄດ້. ພ້ອມດຽວກັນກໍໄດ້ອະນຸຍາດໃຫ້ສົ່ງອອກໄມ້ທ່ອນ ແລະ ໄມ້ແປຮູບທີ່ເປັນໄມ້ປູກອອກໄດ້ ເພື່ອສົ່ງເສີມການປູກໄມ້ພາຍໃນປະເທດເຮົາສ້າງລາຍຮັບໃຫ້ແກ່ຜູ້ດຳເນີນການປູກໃຫ້ມີທຶນຮອນ ເພື່ອຂະຫຍາຍກິດຈະກຳຕໍ່ໄປ, ເອົາໃຈໃສ່ປັບປຸງກົດໝາຍທີ່ມີຢູ່ແລ້ວ ແລະ ສ້າງກົດໝາຍໃໝ່ ເພື່ອນຳມາພິຈາລະນາໃນກອງປະຊຸມສະພາຕໍ່ໄປ.

ທ່ານນາຍົກກ່າວອີກວ່າ: ລັດຖະບານຈະໃຊ້ຄວາມພະຍາຍາມປັບປຸງ 10 ຂໍ້ຄົງຄ້າງ ເພື່ອເຮັດໃຫ້ການຂະຫຍາຍຕົວຂອງເສດຖະກິດບັນລຸເປົ້າໝາຍ ແລະ ເຊື່ອວ່າເສດຖະກິດປີໜ້າຈະດີຂຶ້ນ ເນື່ອງຈາກວ່າບັນດາໂຄງການ ໃຫຍ່ໆກຳລັງຈະຮັບການຈັດຕັ້ງປະຕິບັດໃນປີ 2020, ສ່ວນສະມັດຖະພາບຂອງການຜະລິດຍັງບໍ່ສູງ ລັດຖະບານກໍຈະສຸມໃສ່ແກ້ໄຂ, ລັດວິສາຫະກິດຈຳນວນໜຶ່ງຕ້ອງໄດ້ປັບປຸງຫາກບໍ່ດັ່ງນັ້ນ ບາງບໍລິສັດຈະພົບຄວາມຫຍຸ້ງຍາກຖ້າບໍ່ໄດ້ຮັບການແກ້ໄຂ. ນອກຈາກນີ້, ການອຳນວຍ ຄວາມສະດວກໃນການດຳເນີນທຸລະກິດກໍຕ້ອງໄດ້ຮັບການແກ້ໄຂຢ່າງຮີບດ່ວນ, ສຳລັບການສົ່ງເສີມການທ່ອງທ່ຽວ ເຊິ່ງປີ 2018 ພວກເຮົາໄດ້ເປີດປີທ່ອງທ່ຽວລາວ ແລະ ປີນີ້ໄດ້ສົ່ງເສີມການທ່ອງທ່ຽວ ລາວ – ຈີນ ຕົວເລກນັກທ່ອງທ່ຽວກໍເພີ່ມຂຶ້ນແຕ່ຍັງບໍ່ທັນໄດ້ຕາມເປົ້າໝາຍຍ້ອນຫຼາຍເຫດຜົນ ເປັນຕົ້ນຖະໜົນຫົນທາງ, ສິນຄ້າ, ສິ່ງອຳນວຍຄວາມສະດວກ, ແຫຼ່ງທ່ອງທ່ຽວຍັງບໍ່ສາມາດດຶງດູດນັກທ່ອງທ່ຽວ ແລະ ສະພາບແວດລ້ອມອື່ນໆ.

ຕໍ່ກັບບັນຫາດັ່ງກ່າວລັດຖະບານຈະເອົາໃຈໃສ່ແກ້ໄຂ, ການເກັບລາຍຮັບບໍ່ໄດ້ດີເທົ່າທີ່ຄວນ, ການໃຊ້ເຄື່ອງມືທັນສະໄໝເຂົ້າໃນການເກັບລາຍຮັບຍັງບໍ່ທັນທົ່ວເຖິງທົດລອງໄດ້ແຕ່ບາງສ່ວນເທົ່ານັ້ນ, ສະຖຽນລະພາບເງິນຕາຍັງຫຼໍ່ແຫຼມໃນປີຕໍ່ໄປຈະເຮັດໃຫ້ອັດຕາແລກປ່ຽນ, ອັດຕາເງິນເຟີ້ຢູ່ໃນເກນທີ່ສະພາແຫ່ງຊາດຮັບຮອງ, ການພັດທະນາຊົນນະບົດລຶບລ້າງ ຄວາມທຸກຍາກມີຄວາມແຕກໂຕນກັນ. ສະນັ້ນ, ຕ້ອງດຶງດູດເອົາການລົງທຶນໄປສູ່ຊົນນະບົດ, ສົ່ງເສີມການຜະລິດ, ການປຸງແຕ່ງຜະລິດຕະພັນກະສິກຳເຮັດໃຫ້ປະຊາຊົນມີວຽກເຮັດງານທຳແຕ່ປະຊາຊົນແຕ່ລະທ້ອງຖິ່ນຕ້ອງເປັນເຈົ້າການ. ນອກຈາກນີ້, ບັນຫາການຟຸມເຟືອຍ, ໄພສັງຄົມ ແລະ ປາກົດການຫຍໍ້ທໍ້ຕ່າງໆຍັງຄຸກຄາມພວກເຮົາຢູ່ ເຖິງວ່າເຈົ້າໜ້າທີ່ໄດ້ມີຄວາມພະຍາຍາມແກ້ໄຂກໍຕາມ.

ທ່ານນາຍົກກ່າວຕື່ມອີກວ່າ: ບັນດາຂໍ້ຄົງຄ້າງເຫຼົ່ານັ້ນລັດຖະບານຈະສູ້ຊົນແກ້ໄຂໃນປີ 2020 ໂດຍຈະມອບໝາຍໜ້າທີ່ໃຫ້ແຕ່ລະຂະແໜງການຢ່າງທົ່ວເຖິງໃຫ້ສາມາດປະສານງານກັນໄດ້ແຕ່ເທິງລົງລຸ່ມ, ປັບປຸງແບບແຜນວິທີເຮັດວຽກຍັງອືດອາດຊັກຊ້າ, ຂາດຄວາມເປັນເຈົ້າການ, ຂາດຄວາມກ້າຫານ, ຂາດຫົວຄິດປະດິດສ້າງ, ພະຍາຍາມກວດກາຊຸກຍູ້ແກ້ໄຂແຕ່ລະກ້າວໄປ. ໃນຊຸມປີຕໍ່ໜ້າບັນດາໂຄງການໃຫຍ່ໆຈະເກີດຂຶ້ນ ໂດຍສະເພາະພາຍຫຼັງທີ່ທາງລົດໄຟ ລາວ – ຈີນ ສຳເລັດການກໍ່ສ້າງໃນປີ 2021 ເຊິ່ງຈະມີຫຼາຍໂຄງການເກີດຂຶ້ນ. ນອກຈາກນີ້, ຍັງມີໂຄງການກໍ່ສ້າງທາງດ່ວນ ວຽງຈັນ – ວັງວຽງ, ທາງດ່ວນວຽງຈັນ – ຮາໂນ້ຍ ແລະ ໂຄງການອື່ນໆອີກ.

ທັງໝົດນັ້ນຄືຄວາມພະຍາຍາມຂອງລັດຖະບານ ເຊິ່ງໄດ້ວາງແຜນຄາດໝາຍເອົາໄວ້. ແຕ່ຈາກການລະບາດຂອງພະຍາດ ໂຄວິດ – 19 ກໍຍັງບໍ່ແນ່ໃຈວ່າພວກເຮົາຈະສາມາດບັນລຸໄດ້ນໍ? ຈຸດນີ້ຢາກໃຫ້ພວກເຮົາເຂົ້າໃຈນຳກັນ.

( ຈົບ ) [ ທິດດີ ]