ການກໍ່ສ້າງທາງລົດໄຟ ລາວ – ຈີນ ຄືບໜ້າຫຼາຍໜ້າວຽກ

189

ລັດຖະບານລາວ ກຳນົດໃຫ້ໂຄງການກໍ່ສ້າງທາງລົດໄຟ ລາວ – ຈີນ ສຳເລັດທ້າຍປີ 2021, ສ່ວນການກໍ່ສ້າງຊັັ້ນໜ້າທາງ, ຂົວ ແລະ ອຸມົງຕ້ອງໃຫ້ສຳເລັດກ່ອນເດືອນ 5 ປີ 2020 ມາຮອດປັດຈຸບັນໂຄງການກໍ່ສ້າງດັ່ງກ່າວມີຄວາມຄືບໜ້າຫຼາຍດ້ານ.

ທ່ານ ຈັນທະຈອນ ແກ້ວລະຄອນ ຫົວໜ້າປະສານງານໂຄງການກໍ່ສ້າງທາງລົດໄຟ ລາວ – ຈີນ ໃຫ້ຮູ້ໃນກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດໂຄງການກໍ່ສ້າງເສັ້ນທາງລົດໄຟລາວ ທີ່ຈັດຂຶ້ນວັນທີ 12 ມີນາຜ່ານມາ ວ່າ: ໂຄງການກໍ່ສ້າງທາງລົດໄຟແຕ່ຊາຍແດນ ລາວ – ຈີນ ເຖິງສະຖານີຂົນສົ່ງໂດຍສານນະຄອນຫຼວງວຽງຈັນ ມີຄວາມຍາວ 409 ກິໂລແມັດ ເຊິ່ງແລວທາງລົດໄຟໄດ້ຜ່ານ 5 ແຂວງ ຄື: ແຂວງຫຼວງນໍ້າທາ ກວມເອົາ 16,9 ກິໂລແມັດ, ອຸດົມໄຊ 126,6 ກິໂລແມັດ, ຫຼວງພະບາງ 80 ກິໂລແມັດ, ວຽງຈັນ 145,5 ກິໂລແມັດ ແລະ ນະຄອນຫຼວງວຽງຈັນ 40 ກິໂລແມັດ, ມີສະຖານີທັງໝົດ 32 ແຫ່ງ. ໃນນີ້, ມີ 11 ສະຖານີໂດຍສານ ແລະ ສິນຄ້າ. ນອກຈາກນັັ້ນ, ແມ່ນສະຖານີຫຼີກກັນ ຫຼື ຈອດຖ້າ.

ໄລຍະເວລາການກໍ່ສ້າງທີ່ກຳນົດໃນເບື້ອງຕົ້ນແມ່ນ 5 ປີ ນັບແຕ່ 1 ມັງກອນ 2017 ເຖິງ 31 ທັນວາ 2021, ຕໍ່ມາໄດ້ປັບປຸງແຜນຄືນໃໝ່ຕາມການສະເໜີຂອງລັດຖະບານລາວ ຄືໃຫ້ສຳເລັດໃນວັນທີ 2 ທັນວາ 2021. ການກໍ່ສ້າງຊັັ້ນໜ້າທາງ, ຂົວ ແລະ ອຸມົງຕ້ອງໃຫ້ສຳເລັດກ່ອນເດືອນ 5 ປີ 2020. ຫຼັງຈາກນັັ້ນ, ຈະແມ່ນວຽກຕິດຕັັ້ງລະບົບລາງ, ລະບົບໄຟຟ້າ ແລະ ລະບົບໄຟສັນຍານຕ່າງໆ ”.

ມາຮອດທ້າຍເດືອນກັນຍາປີ 2019 ຜູ້ຮັບເໝົາໄດ້ເລີ່ມຜະລິດຂາງຂົວ ມາເຖິງປັດຈຸບັນສຳເລັດ 171 ຂາງ ໃນຈໍານວນທັງໝົດ 619 ຂາງ, ມາຮອດວັນທີ 26 ພະຈິກ 2019 ໄດ້ເລີ່ມວາງຂາງຂົວຢ່າງເປັນທາງການ ມາເຖິງປັດຈຸບັນສາມາດວາງຂາງສໍາເລັດແລ້ວຈໍານວນ 83 ຂາງ, ສຳເລັດການກໍ່ສ້າງເສົາຂົວ ຈຳນວນ 135 ເສົາ, ໃນຈຳນວນທັງໝົດ 137 ເສົາ, ສໍາເລັດການຍົກຍ້າຍ, ຈັດສັນຊົ່ວຄາວໃຫ້ແກ່ປະຊາຊົນ, ໂຮງງານອື່ນໆ.

ມາເຖິງປັດຈຸບັນແຂວງຫຼວງນ້ຳທາ ໄດ້ຮັບເງິນຊົດເຊີຍສິ່ງກີດ ຂວາງຈາກ ບໍລິສັດ ທາງລົດໄຟ ລາວ – ຈີນ ຈຳກັດ ຈຳນວນ 5 ງວດ ແລະ ຄະນະຄຸ້ມຄອງໂຄງການ, ກະຊວງໂຍທາທິການ ແລະ ຂົນສົ່ງ ຈຳນວນ 2 ງວດ ລວມເປັນ 7 ງວດ ລວມເປັນເງິນທັງໝົດ ເກືອບ 132 ຕື້ກີບ. ຈາກນັ້ນ, ຄະນະຮັບຜິດຊອບເບີກຈ່າຍຄ່າຊົດເຊີຍກໍໄດ້ດຳເນີນການເບີກຈ່າຍໃຫ້ແກ່ຜູ້ທີ່ຖືກຜົນກະທົບທີ່ມອບພື້ນທີ່ໃຫ້ໂຄງການໄດ້ດຳເນີນການກໍ່ສ້າງກ່ອນ ຈຳນວນ 218 ຄອບຄົວ ເທົ່າກັບ 74% ຂອງມູນຄ່າທີ່ໄດ້ຮັບຜົນກະທົບທັງໝົດ 178,55 ຕື້ກວ່າກີບ ຂອງຈໍານວນ 321 ຄອບຄົວ ແລະ ວຽກງານອື່ນໆ.