ອໍນິວ ຮອນດ້າ ຊີອາຣ – ວີ ໄຮບຣີດ 2020 ເປີດຂາຍແລ້ວ

229

ອໍນິວ ຮອນດ້າ ຊີອາຣ – ວີ ໄຮບຣີດ 2020 ( All-new Honda CR-V Hybrid 2020 ) ທີ່ໄດ້ຮັບການປັບຮູບແບບໃໝ່, ຕິດຕັ້ງລະບົບຂັບເຄື່ອນ 4 ລໍ້ທັງໝົດ, ມາພ້ອມມໍເຕີໄຟຟ້າ 2 ຕົວ ເລີ່ມຂາຍທີ່ປະເທດສະຫະລັດອາເມຣິກາແລ້ວ.

ຫຼັງຈາກ Honda ເປີດຕົວ All-new CR-V Hybrid ໄປໃນເດືອນຕຸລາ ປີ 2019 ໃນທີ່ສຸດກໍໄດ້ວາງຈຳໜ່າຍຢ່າງເປັນທາງການແລ້ວໃນເດືອນມີນານີ້ ເຊິ່ງນັບເປັນລົດຄອມແພັກເອັສຢູວີໄຮບຣີດ ຄັນທຳອິດຂອງຍີ່ປຸ່ນທີ່ເຂົ້າມາບຸກຕະຫຼາດໃນປະເທດສະຫະລັດອາເມຣິກາ.

ລົດຮອນດ້າຕະກູນດັ່ງກ່າວຈະມາພ້ອມລະບົບຂັບເຄື່ອນ 4 ລໍ້ແບບໃໝ່ ຄ້າຍກັບທີ່ໃຊ້ໃນ Honda Accord Hybrid. ເຖິງຢ່າງໃດກໍຕາມ, ລະບົບໄຮບຣີດ 2 ມໍເຕີຂອງ Honda CR-V ມີໄລຍະການໃຊ້ງານຂອງແບັດເຕີຣີທີ່ສູງຂຶ້ນ ຈຶ່ງສາມາດແລ່ນດ້ວຍໄຟຟ້າໄດ້ດົນກວ່າໄຮບຣີດລຸ້ນກ່ອນໆຂອງຄ້າຍ.

ດ້ານຂຸມພະລັງຂອງ Honda CR-V Hybrid ໃຊ້ເຄື່ອງຈັກແອັດຊັງ DOHC i-VTEC Atkinson Cycle ຂະໜາດ 2,0 ລິດ, ເຮັດວຽກຮ່ວມກັບມໍເຕີໄຟຟ້າ 2 ຕົວ ຜະລິດກຳລັງໄດ້ສູງສຸດ 212 ແຮງມ້າ ໂດຍທາງສຳນັກງານປົກປ້ອງສິ່ງແວດລ້ອມສະຫະລັດອາເມຣິກາ ( EPA ) ປະເມີນອັດຕາການປະຢັດນ້ຳມັນໄວ້ທີ່ 40 mpg ( 17 ກິໂລແມັດຕໍ່ລິດ ) ເມື່ອແລ່ນໃນເມືອງ, 35 mpg ( 14,8 ກິໂລແມັດຕໍ່ລິດ ) ສຳລັບແລ່ນໃນທາງຫຼວງ ແລະ ຄ່າສະເລ່ຍໂດຍລວມຢູ່ 38 mpg ( 16,1 ກິໂລແມັດຕໍ່ລິດ ).
ໃນດ້ານຮູບລັກສະນະໄດ້ຮັບການປັບການອອກແບບຮອບຄັນ ພາຍນອກປ່ຽນໂລໂກ້ຕົວ H ເປັນຂອບສີຟ້າ, ມີປ້າຍ Hybrid ຕິດຢູ່ທີ່ກັນຊົນດ້ານໜ້າ ແລະ ປະຕູຫຼັງ, ສ່ວນກະຈັງໜ້າໃໝ່ໄຟຕັດໝອກ 5 ຫຼອດ, ກັນຊົນທ້າຍ ແລະ ທໍ່ໄອເສຍອອກແບບໃໝ່.

ດ້ານໃນຫ້ອງໂດຍສານຕິດຕັ້ງເຄື່ອງວັດແບບດິຈິຕອລ ໜ້າຈໍສະແດງຜົນທີ່ສາມາດບອກຂໍ້ມູນລະບົບໄຮບຣີດ ທັງລະດັບພະລັງງານ ແລະ ລະບົບຊ່ວຍເບຣກດ້ວຍມໍເຕີໄຟຟ້າ ພ້ອມເຕັກໂນໂລຊີຊ່ວຍໃນການຂັບຂີ່ແບບໃໝ່ Honda Sensing ທີ່ມີລະບົບປັບໂໝດອັດຕະໂນມັດລະ ຫວ່າງ EV Drive, Hybrid Drive ແລະ Engine Drive ໂດຍເລືອກໃຫ້ເໝາະສົມກັບສະພາບຖະໜົນ.

ອໍນິວ ຮອນດ້າ ຊີອາຣ – ວີ ໄຮບຣີດ 2020 ເປີດຈຳໜ່າຍທີ່ປະເທດສະຫະລັດອາເມຣິກາແລ້ວທັງໝົດ 4 ລຸ້ນ ເຊັ່ນ: Honda CR-V Hybrid LX ລາຄາ 28.870 ໂດລາສະຫະລັດ; Honda CR-V Hybrid EX ລາຄາ 31.380 ໂດລາສະຫະລັດ; Honda CR-V Hybrid EX-L ລາຄາ 33.870 ໂດລາສະຫະລັດ; Honda CR-V Hybrid Touring ລາຄາ 37.070 ໂດລາສະຫະລັດ.

( ທີ່ມາ: hotcars.com, caranddriver.com )