ຜົນກະທົບຂອງໂຄວິດພຽງ 1ເດືອນ! ການນໍາເຂົ້າສິນຄ້າ ຜ່ານດ່ານບໍ່ເຕັນຫລຸດລົງ 41,82%

167

ໃນເວລາ 1ເດືອນ ສະພາບການນໍາເຂົ້າສິນຄ້າຜ່ານດ່ານບໍເຕັນ ຫຼຸດລົງຢ່າງເຫັນໄດ້ຊັດເຈນ ໂດຍສະເພາະໃນເດືອນກຸມພາ 2020 ມີມູນຄ່າການນໍາເຂົ້າພຽງ 186,77 ຕື້ກວ່າກີບ ຫາກທຽບໃສ່ເດືອນມັງກອນ 2020 ທີ່ມີມູນຄ່າການນໍາເຂົ້າສູງເຖິງ 446,56 ຕື້ກວ່າກີບ ເຫັນວ່າຫຼຸດລົງ 41,82% ເທົ່າກັບ 259,79ຕື້ກວ່າກີບ.

ນັບແຕ່ຕົ້ນເດືອນມີນາ 2020 ຈົນເຖິງປັດຈຸບັນ ເຫັນວ່າສະພາບການນຳເຂົ້າສິນຄ້າ, ເຄື່ອງຂອງ ຜ່ານດ່ານສາກົນບໍ່ເຕັນ ຍັງມີການນຳເຂົ້າເປັນປົກກະຕິ ແຕ່ມີຈຳນວນໜ້ອຍລົງ, ເນື່ອງຈາກເປັນໄລຍະທີ່ພັກບຸນປີໃໝ່ກຸດຈີນ ແລະ ຕໍ່ເນື່ອງກັບການແຜ່ລະບາດຂອງພະຍາດໂຄວິດ-19 ຈຶ່ງເຮັດໃຫ້ຜູ້ໂດຍສານ,ຍານພາຫະນະເຂົ້າ-ອອກ ປະເທດມີການຫລຸດລົງ ລວມທັງສິນຄ້າ, ເຄື່ອງຂອງຂາເຂົ້າ-ຂາອອກ ແລະ ສິນຄ້າ-ເຄື່ອງຂອງຜ່ານແດນ ກໍມີລັກສະນະຫລຸດລົງເຊັ່ນກັນ.

ນອກນັ້ນ, ການນຳເຂົ້າສິນຄ້າ-ເຄື່ອງຂອງ ທີ່ນຳເຂົ້າຕາມນະໂຍບາຍສົ່ງເສີມການລົງທຶນ ແລະ ການນຳເຂົ້າຕາມໂຄງການບຸລິມະສິດຂອງລັດຖະບານ ທີ່ໄດ້ຮັບການຍົກເວັ້ນພາສີ ແລະ ພັນທະອື່ນໆໃນເດືອນກຸມພາ ມີມູນຄ່າການນຳເຂົ້າ 186,77 ຕື້ກວ່າກີບ, ຖ້າສົມທຽບໃສ່ເດືອນມັງກອນ 2020 ທີ່ມີມູນຄ່າການນໍາເຂົ້າ 446,56 ຕື້ກວ່າກີບ ເຫັນວ່າຫລຸດລົງ 41,82% ເທົ່າກັບ 259,79 ຕື້ກວ່າກີບ.

ທ່ານ ຄໍາສຸວັນ ວົງສິນນະສອນ ຫົວໜ້າດ່ານພາສີສາກົນບໍ່ເຕັນ ແຂວງຫລວງນ້ຳທາ ໄດ້ໃຫ້ຮູ້ວ່າ: ໃນປີ 2019 ດ່ານພາສີສາກົນບໍ່ເຕັນ ໄດ້ຮັບຕົວເລກແຜນການທັງໝົດ 264 ຕື້ກີບ, ແຕ່ຜ່ານການຈັດເກັບລາຍຮັບຕົວຈິງບັນລຸ 283,90 ຕື້ກີບ ທຽບໃສ່ແຜນການປະຕິບັດໄດ້ 107,54% ຂອງແຜນການປີ ( ລື່ນແຜນການ 7,54% ເທົ່າກັບ 19,90 ຕື້ກີບ ), ຖ້າສົມທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ເຫັນວ່າຈັດເກັບລາຍຮັບໄດ້ລື່ນປີຜ່ານມາ 32% ເທົ່າກັບ 69,46 ຕື້ກີບ (ປີຜ່ານມາຈັດເກັບໄດ້ 214,43 ຕື້ກີບ).

ສໍາລັບໃນປີ 2020 ດ່ານພາສີສາກົນບໍ່ເຕັນ ໄດ້ຮັບຕົວເລກແຜນການທັງໝົດ 261 ຕື້ກີບ, ເຖິງແມ່ນວ່າການຈັດເກັບລາຍຮັບເຂົ້າງົບປະມານໃນເດືອນມັງກອນ ໄດ້ລື່ນແຜນການກໍ່ຕາມ, ແຕ່ການຈັດເກັບລາຍຮັບໃນເດືອນກຸມພາຜ່ານມານີ້ ສາມາດຈັດເກັບໄດ້ພຽງແຕ່ 8,32 ຕື້ກວ່າກີບ, ສົມທຽບໃສ່ແຜນການເດືອນປະຕິບັດໄດ້ 47,83%, ແຕ່ສົມທຽບໃສ່ໄລຍະດຽວກັນຂອງປີຜ່ານມາຫລຸດລົງ 27,83% ເທົ່າກັບ 3,17 ຕື້ກວ່າກີບ.

ແຕ່ເຖິງຢ່າງໃດກໍຕາມ, ທາງຄະນະຮັບຜິດຊອບດ່ານພາສີສາກົນບໍ່ເຕັນ ຈະສຸມທຸກສະຕິປັນຍາໃນການຊີ້ນຳ-ນໍາພາພະນັກງານ ທີ່ຢູ່ພາຍໃຕ້ການຄຸ້ມຄອງຂອງຕົນ ສູ້ຊົນຈັດເກັບລາຍຮັບເຂົ້າງົບປະມານ ໃນສົກປີ 2020 ໃຫ້ບັນລຸຕົວເລກແຜນການ.

ຂໍ້ມູນຈາກ: ຮູບພາບຂ່າວສານປະເທດລາວ