ປະຊາຊົນຮຽກຮ້ອງໂຄງການກໍ່ສ້າງປະຕູນໍ້າເຄັມ ຂະຫຍາຍທາງເວັ້ນເພີ່ມລະບົບຄວາມປອດໄພ ຫຼັງເກີດອຸບັດເຫດຫຼາຍຄັ້ງ

58

ປະຊາຊົນເຂດຮຽກຮ້ອງໃຫ້ໂຄງການກໍ່ສ້າງປະຕູນໍ້າເຄັມ ບ້ານທ່າສະຫວ່າງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ຂະຫຍາຍທາງເວັ້ນ, ເພີ່ມຕື່ມປ້າຍເຕືອນ ລວມເຖິງດອກໄຟໃສ່ຈຸດທາງເວັ້ນຕື່ມອີກ, ດ້ານຕາງໜ້າບໍລິສັດຜູ້ຮັບເໝົາຢືນຢັນຈະເລັ່ງປັບປຸງໃຫ້ສຳເລັດໂດຍໄວ ຫຼັງເກີດອຸບັດເຫດຫຼາຍຄັ້ງເຮັດໃຫ້ມີຜູ້ເສຍຊີວິດເຖິງ 3 ຄົນ.

ທ່ານ ບຸນລັບ ບຸນວິໄລ ຜູ້ຄຸມງານກໍ່ສ້າງພາກສະໜາມ ໂຄງການກໍ່ສ້າງປະຕູນໍ້າເຄັມ ບໍລິສັດ ສຸລິວັນ ກໍ່ສ້າງຂົວທາງ ຈຳກັດ ໃຫ້ສຳພາດວ່າ: ໂຄງການນີ້ເລີ່ມລົງມືກໍ່ສ້າງມາແຕ່ເດືອນຕຸລາ 2019 ເຊິ່ງໃນການກໍ່ສ້າງມີທັງຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກ ເປັນຕົ້ນແມ່ນ: ການສັນຈອນໄປ – ມາຂອງພໍ່ແມ່ປະຊາຊົນທີ່ຍັງບໍ່ທັນເປັນລະບຽບ ເຮັດໃຫ້ການສັນຈອນຕິດຄັດ, ແນວໃດກໍດີສຳລັບອຸບັດເຫດທີ່ເກີດຂຶ້ນຢູ່ເຂດກໍ່ສ້າງນີ້ ເຮັດໃຫ້ຮາວກັ້ນທາງເວັ້ນເປ່ເພ ບາງຄັ້ງການສ້ອມແປງກໍບໍ່ຖ່ວງທັນ. ນອກຈາກນີ້, ກໍມີອຸບັດເຫດລົດຈັກ, ລົດໃຫຍ່ ເຈືອກລົງແຄມນໍ້າເຂດກໍ່ສ້າງ ແຕ່ຄັ້ງຫຼ້າສຸດແມ່ນຮຸນແຮງຫຼາຍ ແລະ ເຮັດໃຫ້ສັງຄົມວິພາກວິຈານເປັນຈຳນວນຫຼາຍ ໂດຍເຫດການດັ່ງກ່າວເກີດຂຶ້ນໃນວັນທີ 8 ມີນາ 2020 ເຮັດໃຫ້ມີຜູ້ເສຍຊີວິດເຖິງ 3 ຄົນ.

ຕໍ່ກັບເຫດການດັ່ງກ່າວເຮັດໃຫ້ສັງຄົມເກີດຂໍ້ສົງໄສກ່ຽວກັບມາດຕະການ ຄວາມປອດໄພຂອງໂຄງການ ເຊິ່ງຜ່ານມາທາງບໍລິສັດກໍໄດ້ມີການຕິດປ້າຍເຕືອນໄລຍະທາງ 100 ແມັດ ກ່ອນຮອດເຂດກໍ່ສ້າງ, ມີການຕິດດອກໄຟໃສ່ 2 ສົ້ນຂົວ, ມີການກັ້ນຮົ້ວຕາມທາງເວັ້ນ ແຕ່ຫຼັງຈາກອຸບັດເຫດໃນຄັ້ງນີ້ທາງພາກສ່ວນກ່ຽວຂ້ອງກໍໄດ້ຊີ້ນຳໃຫ້ເພີ່ມມາດຕະການກ່ຽວກັບລະບົບຄວາມປອດໄພ ແລະ ພວກເຮົາເອງກໍຈະເລັ່ງປະຕິບັດໃຫ້ສຳເລັດພາຍໃນ 3 ວັນ.

ດ້ານ ທ່ານ ເຄນ ວັນຊວງ ນາຍບ້ານທ່າສະຫວ່າງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໄດ້ກ່າວວ່າ: ບັນຫາທີ່ປະຊາຊົນພົບພໍ້ຫຼັງມີການຈັດຕັ້ງກໍ່ສ້າງປະຕູນໍ້າເຄັມ ແມ່ນທາງເວັ້ນແຄບ, ລົບຫຼີກກັນຍາກ ອັນເປັນສາເຫດເຮັດໃຫ້ເກີດອຸບັດເຫດຕຳກັນຫຼາຍຄັ້ງ ຕໍ່ກັບບັນຫາດັ່ງກ່າວສາເຫດໜຶ່ງແມ່ນເກີດຈາກບໍລິສັດຜູ້ຮັບເໝົາກໍ່ສ້າງປະໝາດ, ຖືເບົາບໍ່ມີການເຮັດປ້າຍເຕືອນທີ່ເຫັນໄດ້ຢ່າງຊັດເຈນ, ບໍ່ມີກອງຫີນກອງຊາຍຕັນເຂດກໍ່ສ້າງ  ທັງນີ້, ຢາກສະເໜີໃຫ້ບໍລິສັດເອົາໃຈໃສ່ຂະຫຍາຍທາງເວັ້ນ, ໃສ່ເຄື່ອງໝາຍເຕືອນຈະລາຈອນຕື່ມ ແລະ ໃສ່ໄຟເຍືອງທາງໃຫ້ແຈ້ງກວ່າເກົ່າ.

ປະຊາຊົນບ້ານທ່າສະຫວ່າງ ໃຫ້ຮູ້ວ່າ: ໃນໄລຍະການກໍ່ສ້າງເບື້ອງຕົ້ນ ບໍລິສັດກໍ່ສ້າງເພິ່ນກໍມີກະແຕະກັ້ນຈຳນວນໜຶ່ງ ແຕ່ມາໄລຍະຫຼັງທີ່ໄດ້ເລີ່ມລົງມືກໍ່ສ້າງເພິ່ນກໍເອົາອອກເຫຼືອແຕ່ປ້າຍດຽວທີ່ຕັ້ງກັ້ນຢູ່ ແລະ ທາງເວັ້ນກໍແຄບລົດຫຼີກກັນບໍ່ໄດ້ ເຊິ່ງຕ້ອງຈອດລໍຖ້າອັນເຮັດໃຫ້ການສັນຈອນຕິດຄັດ ແລະ ເກີດມີອຸບັດເຫດຫຼາຍຄັ້ງ. ດັ່ງນັ້ນ, ຮຽກຮ້ອງໃຫ້ຜູ້ຮັບເໝົາຂະຫຍາຍທາງເວັ້ນອອກອີກ ເພາະທາງແຄບໂພດ, ເພີ່ມດອກໄຟເຍືອງທາງ ແລະ ຢາກໃຫ້ມີແນວກັ້ນຕາຝັ່ງທາງເວັ້ນເພີ່ມອີກ.