ກະຊວງປ້ອງກັນປະເທດ ມອບເງິນ 200 ລ້ານກີບ ຊ່ວຍເຫຼືອປະຊາຊົນ 3 ບ້ານ ຢູ່ເມືອງໃໝ່

262

ທ່ານ ພົຕ ປ.ອ ວົງຄຳ ພົມມະກອນ ຄະນະປະຈຳພັກກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ພະລາທິການກອງທັບກະຊວງປ້ອງກັນປະເທດ ໄດ້ນຳເອົາເງີນສົດມາມອບໃຫ້ກັບປະຊາຊົນ 3 ບ້ານ ທີ່ຖືກຈັດສັນຍົກຍ້າຍມາຢູ່ຮ່ວມກັນ ຢູ່ເຂດບ້ານແສນເງີນ ເມືອງໃໝ່, ແຂວງ ຜົ້ງສາລີ ໃນວັນທີ 6 ມີນາ 2020 ທີ່ຜ່ານມາ ໂດຍການຕ້ອນຮັບຂອງທ່ານ ທອງສີເສົາ ສຸລິພົມ ຮອງເຈົ້າແຂວງຜົ້ງສາລີ, ທ່ານ ສົມຈິດ ສິດທິວົງ ເຈົ້າເມືອງໆໃໝ່, ພ້ອມດ້ວຍຄະນະຮັບຜິດຊອບຈັດສັນຍົກຍ້າຍບ້ານ ພ້ອມດ້ວຍອົງການປົກຄອງບ້ານ ແລະ ປະຊາຊົນທັງສາມບ້ານເຂົ້າຮ່ວມ.

ທ່ານ ອູ່ຄຳ ຕຸລາພັນ ຮອງຫົວໜ້າຫ້ອງວ່າການແຂວງ, ທັງເປັນຄະນະຮັບຜີດຊອບ, ຫົວໜ້າກອງເລຂາຈັດສັນຍົກຍ້າຍ, ຜູ້ປະຈຳການພາກສະໜາມ ກ່າວວ່າ: ການການຍົກຍ້າຍ ແລະ ຈັດສັນບ້ານໃນຄັ້ງນີ້ແມ່ນປະກອບມີ 3 ບ້ານຄື: ບ້ານແສນເງີນ, ບ້ານກຸງຮະ ແລະ ບ້ານຫຍ້າຍຸງ ໂດຍຈະມາເຕົ້າໂຮມກັນຢູ່ເຂດຈັດສັນໃໝ່ ເຊິ່ງເປັນຈຸດໃຈກາງຂອງທັງ 3 ບ້ານ.

ພາບປະກອບຂ່າວ

ໃນນັ້ນ, ບ້ານແສນເງີນ ເປັນບ້ານຊົນເຜົ່າ ອາຄາ ມີ 38 ຫຼັງຄາ, 41 ຄອບຄົວ, ມີພົນລະມືອງທັງໝົດ 174 ຄົນ , ຍິງ 83 ຄົນ, ແຕ່ບ້ານເກົ່າມາຫາຈຸດກຳນົດເຕົ້າໂຮມ 5 ກິໂລແມັດ, ບ້ານ ກຸງຮະ ເປັນຊົນເຜົ່າ ກືມມຸ ມີ 26 ຫຼັງຄາ, 35 ຄອບຄົວ, ມີພົນລະມືອງທັງໝົດ 444 ຄົນ , ຍິງ 230 ຄົນ, ແຕ່ບ້ານເກົ່າມາຫາຈຸດກຳນົດເຕົ້າໂຮມ 1 ກິໂລແມັດ ແລະ ບ້ານ ຫຍ້າຍຸງ ເປັນຊົນເຜົ່າ ອາຄາ ມີ 70 ຫຼັງຄາ, 90 ຄອບຄົວ, ມີພົນລະມືອງທັງໝົດ 444 ຄົນ , ຍິງ 73 ຄົນ ເຊິ່ງລວມທັງໝົດມີ 134 ບ້ານ, 166 ຄອບຄົວ, ມີພົນລະເມືອງ 759 ຄົນ, ຍິງ 386 ຄົນ ໂດຍການຍົກຍ້າຍແມ່ນໄດ້ເລີ່ມມາແຕ່ວັນທີ 15 ກຸມພາ 2020 ມາຮອດປະຈຸບັນ ແມ່ນສຳເລັດແລ້ວ 78% ແລະ ຄາດວ່າຈະສຳເລັດໃນການຍົກຍ້າຍ 100% ໃນກາງເດືອນ ມີນາ 2020 ນີ້.

ພາບປະກອບຂ່າວ

ສຳລັບເງິນທີ່ນຳມາມອບໃຫ້ກັບ 3 ບ້ານທີ່ຖືກຍົກຍ້າຍໃນຄັງນີ້ ລວມມູນຄ່າ 200 ລ້ານກີບ, ໃນນີ້ ໄດ້ມອບໃຫ້ ກອງບັນຊາກັນທະຫານເມືອງໃໝ່ 70 ລ້ານກີບ ແລະ ບ້ານປາງໄຮເໝືອ ທີ່ຈະຍົກຍ້າຍບ້ານມາຮ່ວມກັບບ້ານປາກແພ ຈຳນວນ 50 ລ້ານກີບ ໂດຍການກ່າວມອບຂອງທ່ານ ພົຕ ປ.ອ ວົງຄຳ ພົມມະກອນ ຄະນະປະຈຳພັກກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ພະລາທິການກອງທັບ ກະຊວງປ້ອງກັນປະເທດ ແລະ ກ່າວຮັບ ໂດຍແມ່ນທ່ານ ສົມຈິດ ສິດທິວົງ ເຈົ້າເມືອງໆໃໝ່ ໂດຍຊ້ອງໜ້າທ່ານ ທອງສີເສົາ ສຸລິພົມ ຮອງເຈົ້າແຂວງຜົ້ງສາລີ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພິຍານ.

ພາບປະກອບຂ່າວ

ທີ່ມາ: Media Laos