ເມືອງມຸນລະປາໂມກ ປັບກົງຈັກການຈັດຕັ້ງຫຼາຍຕຳແໜ່ງ

252

ທ້າຍອາທິດຜ່ານມາ ເມືອງມຸນລະປາໂມກ ແຂວງຈຳປາສັກ ໄດ້ຈັດພິທີມອບ – ຮັບຮອງເຈົ້າເມືອງ ( ຜູ້ຮັບຜິດຊອບວຽກງານດ້ານເສດຖະກິດ ), ຫົວໜ້າຫ້ອງການ ລະຫວ່າງຜູ້ເກົ່າ ແລະ ຜູ້ໃໝ່.

ພິທີໄດ້ຈັດຂຶ້ນທີ່ສະໂມສອນຂອງເມືອງ ໂດຍໃຫ້ກຽດເປັນປະທານຂອງ ທ່ານ ສຳລີ ແກ່ນມະນີ ກຳມະການພັກແຂວງ, ເລຂາພັກເມືອງ, ເຈົ້າເມືອງມຸນລະປາໂມກ; ມີຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ຫົວໜ້າ – ຄະນະຫ້ອງການ, ພະນັກງານຫ້ອງການເຂົ້າຮ່ວມ.

ໃນພິທີ ທ່ານ ຄຳເຟືອນ ວົງຂໍາ ຄະນະປະຈຳພັກເມືອງ ຫົວໜ້າຄະນະຈັດຕັ້ງເມືອງ ກໍໄດ້ຂຶ້ນຜ່ານຂໍ້ຕົງລົງຂອງ ທ່ານເຈົ້າເມືອງມຸນລະປາໂມກ ວ່າດ້ວຍການແຕ່ງຕັ້ງຫົວໜ້າຫ້ອງການ, ຂໍ້ຕົກລົງວ່າດ້ວຍການຍົກຍ້າຍພະນັກງານໄປປະຈຳການຢູ່ຂະແໜງອື່ນ. ໃນນັ້ນ, ມີ ທ່ານ ພິດສະຫົງ ພົມມະວົງສາ ຮອງເຈົ້າເມືອງ ຍ້າຍໄປປະຈຳການເປັນຮອງເລຂາພັກເມືອງປະທານກວດກາພັກ – ລັດເມືອງ, ທ່ານ ຄຳເຟືອນ ວົງຂຳ ປະທານກວດກາພັກ – ລັດເມືອງ ຍ້າຍໄປປະຈຳການເປັນຫົວໜ້າຄະນະຈັດຕັ້ງເມືອງ

ທ່ານ ນາງ ສົມຫວັງ ມູນສີງໂຄດ ຫົວໜ້າຄະນະຈັດຕັ້ງເມືອງ ຍ້າຍໄປປະຈຳການເປັນຮອງເລຂາຄະນະບໍລິຫານງານພັກເມືອງ, ທ່ານ ວັນນະເລດ ແກ້ວຈັນທາ ຫົວໜ້າຫ້ອງການກະສິກຳ ແລະ ປ່າໄມ້ເມືອງ ຍ້າຍໄປປະຈຳການເປັນຮອງເຈົ້າເມືອງມຸນລະປາໂມກ ( ຜູ້ຊີ້ນຳວຽກງານດ້ານເສດຖະກິດ ), ທ່ານ ສົມຈັນ ສີຈັນແດງ ຫົວໜ້າຫ້ອງການຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ຍ້າຍໄປປະຈຳການເປັນຫົວໜ້າຫ້ອງການສຶກສາທິການ ແລະ ກີລາເມືອງ, ທ່ານ ພູວອນ ອຸດົມສຸກ ຮອງຫົວໜ້າຫ້ອງການກະສິກຳ ແລະ ປ່າໄມ້ ຍ້າຍໄປປະຈຳການເປັນຫົວໜ້າຫ້ອງການກະສິກຳ ແລະ ປ່າໄມ້ເມືອງ

ທ່ານ ບຸນເນື່ອງ ໂຊຕິທອນ ປະທານແນວລາວສ້າງຊາດເມືອງ ຍ້າຍໄປປະຈຳການເປັນຫົວໜ້າຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ, ທ່ານ ຄຳຈັນ ງາມສີ ຫົວໜ້າຫ້ອງການພາຍໃນ ຍ້າຍໄປປະຈຳການເປັນປະທານແນວລາວສ້າງຊາດເມືອງ, ທ່ານ ບຸນມາ ເຊື້ອຈັນ ຫົວໜ້າຫ້ອງການວິທະຍາສາດ ແລະ ເຕັກໂນໂລຊີ ຍ້າຍໄປປະຈຳການເປັນຫົວໜ້າຫ້ອງການພາຍໃນເມືອງ, ທ່ານ ນາງ ລຳພອນ ພົມມະນີວັນ ຮອງປະທານສະຫະພັນຍິງ ຍ້າຍໄປປະຈຳການເປັນຫົວໜ້າຫ້ອງການວິທະຍາສາດ ແລະ ເຕັກໂນໂລຊີ.