​ເຄື່ອງ​ດື່ມ​ໃນ​ມື້​ພັກຜ່ອນນ້ຳໝາກ​ນອ​ດປະສົມ​ນ້ຳ​ຂີງ ເພື່ອສຸຂະພາບ

206

ຂີງ​​ແມ່ນສະໝຸ​ນ​ໄພ​ທີ່​ນິຍົມ​ນຳ​ມາ​ປຸງ​ແຕ່ງ​​ເປັນປະ​ເພດ​ເຄື່ອງ​ດື່ມ​​ເພື່ອສຸຂະ​ພາບ​ຫຼາຍ​ສົມຄວນ ​ເພາະ​ລົດ​ຊາດ​ທີ່ທີ່​ເຜັດ​ເປັນ​ເອກ​ະລັກ​ທີ່​ມາ​ພ້ອມ​ສັບພະ​ຄຸນ​ໃນ​ການ​ຊ່ວຍ​ຂັບ​ລົມ, ຊ່ວຍ​ແກ້​ອາການ​ແໜ້ນ​ທ້ອງ, ຊ່ວຍ​ຂັບ​ລົມ​ອອກ​ຈາກ​ລຳ​ໄສ້ ​ແລະ ແກ້​ອາການທ້ອງ​ອືດ​ໄດ້​ເປັນ​ຢ່າງ​ດີ. ​ແຕ່​ຖ້າ​ຈະ​ເຮັດ​​ເຄື່ອງ​ດື່ມ​ທີ່​ມີ​ແຕ່​ຂີງ​ຕະຫຼອດ​ກໍ່​ອາດ​ຈະ​ເບື່ອ ທົດ​ລອງ​ນຳ​ມາ​ປະສົມ​​​ແບບ​ຄ໋ອກ​ເທ​ລ (Cocktail) ​ເພື່ອ​ປ່ຽນລົດ​ຊາດ​ໃໝ່​ເຂົ້າ​ມາ​ຊີມ​​ແລ້ວ​ຈະ​ຕິດ​ໃຈ ​ແລະ ຍັງ​ຊ່ວຍ​ເພີ່ມ​ຄວາມ​ສົດ​ຊື່ນ​ໃຫ້​ຮ່າງກາ​ຍ​ພ້ອມ.

ສ່ວນ​ປະກອບ:

1 ​ນ້ຳຕານ 200 ກຣາມ.

2 ນ້ຳ​ສະອາດ 2 ຖ້ວຍ​ນ້ອຍ.

3 ຂີງ​ຊອຍ​ບາງ​ໆ 1 ຫົວ​ນ້ອຍ.

4 ນ້ຳໝາກ​ໜອດສົດ 1 ຖ້ວຍ​ນ້ອຍ.

5 ແກ່ນໝາກ​ໜອດ 1/2 ຖ້ວຍ​ນ້ອຍ.

6 ນ້ຳໝາກ​ນາວ 1 ບ່ວງ​ແກງ.

7 ເຫຼົ້າ​ລຳ 1 ບ່ວງ​ແກງ.

8 ໂຊດາ​ເຢັນໆ 1-2 ​ແກ້ວ.

9 ນ້ຳກ້​ອນຕາມ​ໃຈ​ມັກ.

10 ໃບ​ຫອມ​ມິ້ນສຳລັບ​ແຕ່ງ​ໜ້າ.

ຂໍ້​ແນະນຳ: ສຳລັບ​ເຫຼົ້າ​ລຳ (Rum) ​ເປັນ​ເຫຼົ້າ​ທີ່​ຜະລິດ​ມາ​ຈາກ​ອ້ອຍ ຫຼື ກາກ​ນ້ຳຕານ​ດ້ວຍ​ການ​ໝັກ ​ແລະ ຕອງ ກໍລະນີ​ຈະ​ເຮັດ​ເຄື່ອງ​ດື່ມ​ໃຫ້​ເດັກດື່ມ​ຮ່ວມ​ນຳ​ກໍ່​ບໍ່​ໃສ່​ເຫຼົ້າ​ລຳ​ກໍ່​ໄດ້​ ​ໂດຍສ່ວນ​ໃຫຍເຫຼົ້າ​ລຳມັກ​ຈະ​ນຳ​ໄປ​ປະກອບ​ເຂົ້າ​ໃນ​ການ​ປຸງ​ແຕ່ງອາຫານ​ປະ​ເພດ​ນ້ຳຊ໋ອດ ຫຼື ໝັກ​ຊີ້ນ​ເຮັດ​ສະ​ເຕັກຕ່າງໆ.

ວິທີ​ປະສົມ:

ເອົາ​ນ້ຳ​ໃສ​ໝໍ້​ຄ້າງ​ໄຟ​ແຮງ​ພໍ​ຟົດ​​ກໍ່ໃຫ້​ໃສ່​ນ້ຳຕານ​ ​ແລະ ຂີງລົງ​ໄປ​ແລ້ວ​ຜ່ອນ​ເປັນ​ໄຟ​ອ່ອນ​ໆຕົ້ມຕໍ່​ໄປ​ເລື້ອຍໆ​ອີ​ກປະມານ 10 ນາ​ທີ. ຈາກ​ນັ້ນ, ກໍ່​ປົງ​ລົງ​ປະ​ໄວ້​ໃຫ້​ເຢັນ​ກ່ອນ​ຈຶ່ງ​ນ້ຳ​ເຊື່ອມ​ຂີງ​ທີ່​ຕົ້ມ​ໄວ້​ນັ້ນມາ​ຕອງ​ເອົາ​ແຕ່​ນ້ຳ (ຖ້າ​ມັກ​ຂີງ​ກໍ່​ໃສ່​​ໂດຍ​ບໍ່​ຕ້ອງ​ຕອງ) ​ແລະ ນຳ​ມາ​ປະສົມ​ກັບ​ນ້ຳໝາກ​ໜອດ, ນ້ຳໝາກ​ນາວ ​ແລະ ​ເຫຼົ້າ​ລຳ​ຄົນ​ໃຫ້​ເຂົ້າກັນ​ດີ.

ສຸດ​ທ້າຍ​ຈຶ່ງ​ໃສ່​​ແກ່ນໝາກໜອດລົງ​ໄປ​​ແລ້ວ​ຄົນ​ໃຫ້​ສ່ວນ​ປະສົມ​ເຂົ້າກັນ​ດີ ​ແລະ ພໍ​ເວລາ​ເສີ​ບ​ໃຫ້​ເອົາ​ນ້ຳກ້ອນ​ໃສ່​ເກືອບ​ເຕັມຈອກ​​ແລ້ວ​ຈຶ່ງ​ໃສ່​ນ້ຳໝາກ​ນອດທີ່​ປະສົມ​ແລ້ວ​ນັ້ນ 1/2 ຈອກ. ສ່ວນ​ທີ່​ເຫຼືອ​ແມ່ນ​ໃຫ້​ໃສ່​ໂຊດາ​ລົງ​ໄປ​ແຕ່ງ​ຈອກດ້ວຍ​ໃບ​ຫອມ​ມິ້ນ ​ແລະ ​ຄົນ​ໃຫ້​​ເຂົ້າ​ກັນ​ເທົ່າ​ນີ້​ກໍ່​ພ້ອມ​ເສີ​ບ​ແລ້ວ.

ສັບພະ​ຄຸນ: ໝາກ​ໜອດ​ເປັນ​ໝາກ​ໄມ້​ທີ່​ມີ​ຄຸນຄ່າ​ສູງ​​ໃນ​ການ​ຊ່ວຍ​ບຳລຸງ​ສາຍຕາ, ຊ່ວຍບຳລຸງ​ຜິວ​ໃຫ້​ນຸ້ມຂຶ້ນ ​ເບິ່ງ​ແລ້ວ​ອ່ອນ​ກ່ອນ​ໄວ, ຊ່ວຍ​ຫຼຸ​ດຜ່ອນ​ອາກາ​ນອັກ​ເສບ​ຂອງ​ກະ​ເພາະ, ທີ່ສຳຄັນ​ແມ່ນ​ຊ່ວຍ​ໃນ​ການ​ປິ່ນປົວ​ພະຍາດ​ນອນ​ບໍ່​ຫຼັບ​ໄດ້​ພ້ອມ ​ແລະ ຍັງ​ອຸດົມ​ໄປ​ດ້ວຍ ​ເບ​ຕ້າ​ແຄ​ໂຣທີ​ນ, ວິຕາມິນ​ຊີ, ​ແຄລຊຽມ, ​ແມ໋​ກ ນີຊຽມ ​ແລະ ​ໂພ​ແທສຊຽມ.