ກຳມະບານຮາກຖານ ໂຮງຮຽນ ມສ ເທດສະບານແຂວງອຸດົມໄຊ ໄດ້ຮັບໃບຢັ້ງຢືນ 5 ເປັນເຈົ້າ

149

ພິທີສະຫຼຸບການເຄື່ອນໄຫວ ແລະ ມອບ – ຮັບໃບຢັ້ງຢືນ 5 ເປັນເຈົ້າຂອງກໍາມະບານຮາກຖານໂຮງຮຽນມັດທະຍົມສົມບູນເທດສະບານ ແຂວງອຸດົມໄຊ ໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 5 ມີນາ 2020 ທີ່ໂຮງຮຽນດັ່ງກ່າວ ໂດຍການເຂົ້າຮ່ວມຂອງ ທ່ານ ລໍ ຂຸນລໍ ຮອງປະທານສະຫະພັນກໍາມະບານແຂວງ, ມີ ທ່ານ ນາງ ຄຳຫຼ້າ ອິນທະມຸງຄຸນ ປະທານກຳມະບານຮາກຖານ ໂຮງຮຽນ ມສ ເທດສະບານ ແຂວງອຸດົມໄຊ, ມີຄະນະພັກ, ຄະນະອຳນວຍການໂຮງຮຽນ ຕະຫຼອດຮອດສະມາຊິກກຳມະບານຮາກຖານໂຮງຮຽນດັ່ງກ່າວ ແລະ ແຂກເຊີນຈາກກຳມະບານຮາກຖານອ້ອມຂ້າງເຂົ້າຮ່ວມ.

ໃນພິທີໄດ້ຮັບຟັງການສະຫຼຸບການເຄື່ອນໄຫວວຽກງານ 5 ເປັນເຈົ້າ ປະຈຳປີ 2019 ເຊິ່ງເຫັນວ່າສາມາດຈັດຕັ້ງປະຕິບັດແຕ່ລະດ້ານບັນລຸຕາມລະດັບຄາດໝາຍ 95% ຂຶ້ນໄປ ເຊັ່ນ: ເປັນເຈົ້າໃນການສຶກສາອົບຮົມການເມືອງແນວຄິດ, ປັບປຸງແບບແຜນວິທີນຳພາ ແລະ ຂະຫຍາຍການຈັດຕັ້ງ, ປົກປ້ອງສິດຜົນປະໂຫຍດອັນຊອບທຳ, ເຂົ້າຮ່ວມຕິດຕາມກວດກາ ແລະ ຄຸ້ມຄອງເສດຖະກິດ ແລະ ປະຕິບັດແນວທາງການຕ່າງປະເທດ

ຕໍ່ກັບຜົນງານດັ່ງກ່າວເຮັດໃຫ້ຄະນະພັກໂຮງຮຽນ ໄດ້ອອກມະຕິຕົກລົງມອບຂອງຂວັນໃຫ້ກັບສະມາຊິກກຳມະບານຂອງຕົນ ຈຳນວນ 4 ສະຫາຍ ຍິງ 3 ສະຫາຍ ແລະ ສະຫະພັນກໍາມະບານແຂວງ ໄດ້ຕົກລົງມອບໃບຍ້ອງຍໍ 5 ເປັນເຈົ້າ ໃຫ້ສະມາຊິກກຳມະບານຜູ້ທີ່ມີຜົນງານດີເດັ່ນໃນການປະກອບສ່ວນເຂົ້າໃນວຽກງານ 5 ເປັນເຈົ້າ ຈຳນວນ 61 ສະຫາຍ ຍິງ 35 ສະຫາຍ ພ້ອມທັງມອບຢັ້ງຢືນ 5 ເປັນເຈົ້າ ປະຈໍາປີ 2019 ໃຫ້ກໍາມະບານຮາກຖານ ໂຮງຮຽນ ມສ ເທດສະບານແຂວງອຸດົມໄຊ ໃຫ້ກຽດມອບໂດຍ ທ່ານ ລໍ ຂຸນລໍ ຮອງປະທານສະຫະພັນກຳມະບານແຂວງ.

ເພື່ອສືບຕໍ່ເຄື່ອນໄຫວວຽກງານ 5 ເປັນເຈົ້າ ໃນປີ 2020 ນີ້ ໃນພິທີໄດ້ຮັບຟັງການຜ່ານທິດທາງແຜນການ, ໄດ້ແຕ່ງຕັ້ງຄະນະຮັບຜິດຊອບຊີ້ນຳການເຄື່ອນໄຫວວຽກງານ 5 ເປັນເຈົ້າ ໂດຍມີຄະນະພັກຂອງໂຮງຮຽນເປັນຜູ້ຊີ້ນຳ – ນຳພາ ລວມທັງຜ່ານໃບສະໝັກເຂົ້າແຂ່ງຂັນ 5 ເປັນເຈົ້າ ແລະ ພ້ອມກັນຈັບມືແຂ່ງຂັນຢ່າງເປັນທາງການ.

[ ຂ່າວ: ຄານມະນີ ຮຽນດໍຈັນ ]