ປະຊາຊົນເມືອງຫົງສາ ມີລາຍຮັບສະເລ່ຍຕໍ່ຫົວຄົນ 21 ລ້ານກີບ

85

ເສດຖະກິດເມືອງຫົງສາ ແຂວງໄຊຍະບູລີ ຂະຫຍາຍຕົວໃນລະດັບ 11,3% ຕໍ່ປີ ສະເລ່ຍລາຍຮັບຕໍ່ຫົວຄົນຢູ່ທີ່ປະມານ 21 ລ້ານກວ່າກີບຕໍ່ປີ ເຮັດໃຫ້ອັດຕາຄວາມທຸກຍາກຫຼຸດລົງເຫຼືອ 1,3% ຂອງຄອບຄົວທັງໝົດ.

ທ່ານ ຄຳຫຼ້າ ຜິວວັນນາ ເຈົ້າເມືອງຫົງສາ ໄດ້ລາຍງານຕໍ່ ທ່ານ ບຸນປອນ ບຸດຕະນະວົງ ຮອງປະທານສະພາແຫ່ງຊາດ ໃນໂອກາດລົງມາເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ເມືອງຫົງສາ ແຂວງໄຊຍະບູລີ ໃນວັນທີ 4 ມີນາຜ່ານມາວ່າ: ເມືອງຫົງສາ ປະກອບມີ 33 ບ້ານ, ມີ 483 ໜ່ວຍ, ມີ 5.900 ຄອບຄົວ, ມີພົນລະເມືອງທັງໝົດ 29.337 ຄົນ ຍິງ 14.436 ຄົນ, ປະກອບມີ 8 ເຜົ່າ ແລະ ອາຊີບຂອງປະຊາຊົນສ່ວນຫຼາຍແມ່ນເຮັດການກະສິກຳ ( ປູກຝັງ – ລ້ຽງສັດ ), ຮອງລົງມາແມ່ນບໍລິການຄ້າຂາຍ.

ປະຊາຊົນສ່ວນຫຼາຍແມ່ນອາໄສຢູ່ໃນເຂດເທສະບານເມືອງ ເຊິ່ງກວມເອົາ 61,89% ຂອງຈໍານວນພົນລະເມືອງທັງໝົດ, ເສດຖະກິດຂະຫຍາຍຕົວຕໍ່ເນື່ອງ ໃນລະດັບ 11,3% ຕໍ່ປີ ລວມຍອດລາຍຮັບທັງໝົດ 644,32 ຕື້ກີບ ສະເລ່ຍໃສ່ຫົວຄົນໜຶ່ງໄດ້ 21,96 ລ້ານກີບ ຫຼື ເທົ່າກັບ 2.745 ໂດລາສະຫະລັດ.

ໂຄງປະກອບເສດຖະກິດຫັນປ່ຽນຕາມທິດເປັນອຸດສາຫະກຳ ແລະ ທັນສະໄໝ ເຊິ່ງສະແດງອອກໃນດ້ານກະສິກຳ ແລະ ປ່າໄມ້ ກວມເອົາ 28%, ອຸດສາຫະກໍາ – ຫັດຖະກຳ ກວມເອົາ 26%, ການບໍລິການ ກວມເອົາ 46% ແລະ ມູນຄ່າການສົ່ງອອກບັນລຸ 13,92 ຕື້ກີບ.

ການກໍ່ສ້າງຮາກຖານການເມືອງ ແລະ ລຶບລ້າງຄວາມທຸກຍາກ ໄດ້ສຸມໃສ່ປະຕິບັດຢ່າງເປັນລະບົບຕໍ່ເນື່ອງ ໂດຍຖືເອົາເປັນບຸລິມະສິດອັນດັບໜຶ່ງ ເຮັດໃຫ້ອັດຕາຄວາມທຸກຍາກຫຼຸດລົງຈາກ 2,45% ໃນປີ 2014 ເຫຼືອພຽງ 1,3% ຂອງຄອບຄົວທັງໝົດ ໃນປີ 2019.