ແຈ້ງການເປັນທາງການ!! ເລື່ອນຈັດມະຫະກໍາກິລາແຫ່ງຊາດ ຄັ້ງທີ 11 ແລະ ອີກ2 ງານໃຫຍ່ທີ່ແຂວງຊຽງຂວາງ

226

ໃນວັນທີ 3 ມີນາ 2020, ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ໄດ້ອອກແຈ້ງການເລກທີ 356 /ຫສນຍ ນະຄອນຫລວງວຽງຈັນ, ເຖິງ ບັນດາທ່ານ ລັດຖະມົນຕີກະຊວງ, ຫົວຫນ້າອົງການທຽບເທົ່າ,ທ່ານ ເຈົ້າຄອງນະຄອນຫຼວງວຽງຈັນ ແລະ ບັນດາທ່ານ ເຈົ້າແຂວງ. ເລື່ອງ : ການເລື່ອນຈັດງານມະຫາກໍາກິລາແຫ່ງຊາດ ຄັ້ງທີ XI, ການສະເຫຼີມສະຫຼອງທົ່ງໄຫຫີນ ຖືກຮັບຮອງເປັນມໍລະດົກໂລກ ແລະ ງານບຸນແຫ່ພະເຈົ້າອົງຫຼວງ ເຊິ່ງຈະຈັດຂຶ້ນໃນວັນທີ 22 ມີນາ2020 ທີ່ແຂວງຊຽງຂວາງ.

ອີງຕາມການຕົກລົງ ແລະ ຊີ້ນໍາຂອງລັດຖະບານໃນຄັ້ງວັນທີ 28 ກຸມພາ 2020, ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຂໍຖືເປັນກຽດແຈ້ງການຕົກລົງ ແລະ ຊີ້ນໍາ ຂອງລັດຖະບານ ມາຍັງທ່ານຊາບ ດັ່ງນີ້:


1.ໃຫ້ບັນດາກະຊວງ, ອົງການທຽບເທົ່າກະຊວງ, ນະຄອນຫຼວງວຽງຈັນ ແລະ ບັນດາແຂວງທົ່ວປະເທດ ເລື່ອນການຈັດງານມະຫາກໍາກິລາແຫ່ງຊາດ ຄັ້ງທີ XI, ການສະເຫຼີມສະຫຼອງທົ່ງໄຫຫີນ ຖືກຮັບຮອງເປັນມໍລະດົກໂລກ ແລະ ງານບຸນແຫ່ພະເຈົ້າອົງຫຼວງ ເຊິ່ງຈະຈັດຂຶ້ນໃນວັນທີ 22 ມີນາ 2020 ທີ່ແຂວງຊຽງຂວາງໄປກ່ອນ ຈົນກວ່າສະພາບການລະບາດຂອງພະຍາດ ເຊື້ອຈຸລະໂລກສາຍພັນໃຫມ່ (COVID-19) ຈະຖືກຄວບຄຸມ ເນື່ອງຈາກການລະບາດຂອງພະຍາດດັ່ງກ່າວ ໃນປະຈຸບັນມີຄວາມຮຸນແຮງ ແລະ ໄດ້ເກີດຄວາມເສຍຫາຍຢ່າງຫຼວງຫຼາຍໃນຫຼາຍປະເທດ. ພ້ອມນີ້ອົງການອະນາໄມໂລກ ກໍໄດ້ມີການແຈ້ງເຕືອນໄພອັນຕະລາຍຂອງພະຍາດດັ່ງກ່າວ, ທັງຮຽກຮ້ອງໃຫ້ມີການປ້ອງກັນໃຫ້ດີ ແລະ ຈໍາກັດການໂຮມຊຸມນຸມຂອງຄົນຈໍານວນຫຼາຍ ເພື່ອປ້ອງກັນການແຜ່ລະບາດຂອງພະຍາດ.


ສະເພາະໃນ ສປປ ລາວ ເຖິງວ່າປະຈຸບັນ ຍັງບໍ່ທັນມີກໍລະນີຕິດເຊື້ອພະຍາດ COVID-19 ແຕ່ຢູ່ ບັນດາປະເທດອ້ອມຂ້າງ ແມ່ນໄດ້ມີການລະບາດຂອງເຊື້ອພະຍາດດັ່ງກ່າວແລ້ວ, ຖ້າຫາກມີການໂຮມຊຸມນຸມໃຫຍ່ ຈະເຮັດໃຫ້ມີຄວາມສ່ຽງຕໍ່ການຕິດເຊື້ອພະຍາດດັ່ງກ່າວ, ຖ້າບໍ່ມີມາດຕະການປ້ອງກັນທີ່ດີ ແລະ ຖ້າຫາກມີການແຜ່ລະບາດໃນປະເທດເຮົາ ໃນສະພາບທີ່ພາຍໃນປະເທດ ຍັງມີຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ, ພື້ນຖານໂຄງລ່າງສາທາລະນະສຸກ, ອຸປະກອນການແພດ ແລະ ອື່ນໆ ຍັງບໍ່ທັນພຽງພໍ ຍິ່ງຈະມີຄວາມອັນຕະລາຍສູງຕໍ່ຊີວິດ ແລະ ຊັບສິນຂອງປະຊາຊົນ.


2.ໃຫ້ກະຊວງສຶກສາທິການ ແລະ ກິລາ ເປັນເຈົ້າການສົມທົບກັບພາກສ່ວນກ່ຽວຂ້ອງ ລົງໄປສົມທົບກັບແຂວງຊຽງຂວາງ ເພື່ອແຈ້ງການຊີ້ນໍາຂອງຂັ້ນເທິງ ແລະ ອະທິບາຍສາຍເຫດໃນການເລື່ອນການຈັດພິທີດັ່ງກ່າວ ໃຫ້ອໍານາດການປົກຄອງ ແລະ ປະຊາຊົນທ້ອງຖິ່ນເຂົ້າໃຈ ແລະ ເປັນເອກະພາບຕໍ່ກັບທິດຊີ້ນໍາ ກໍຄືຄວາມເປັນຫ່ວງເປັນໄຍຂອງລັດຖະບານ.


3.ໃຫ້ບັນດາກະຊວງ, ອົງການທຽບເທົ່າ, ນະຄອນຫຼວງວຽງຈັນ ແລະ ບັນດາແຂວງ ທົ່ວປະເທດ ແຈ້ງໃຫ້ ພະນັກງານຂອງຕົນ ຍົກສູງຄວາມລະມັດລະວັງ ໃນການເດີນທາງໄປປະຕິບັດຫນ້າທີ່ວຽກງານ, ໄປສຶກສາຮໍ່າຮຽນ ຫຼື ໄປວຽກສ່ວນຕົວ ຢູ່ປະເທດທີ່ມີການລະບາດຂອງພະຍາດ COVID-19 ເພາະຈະມີຄວາມສ່ຽງສູງໃນການຕິດເຊື້ອ ແລະ ນໍາມາແຜ່ລະບາດໃນປະເທດຂອງພວກເຮົາ. ຖ້າມີຄວາມຈໍາເປັນແທ້ ກໍຕ້ອງປະຕິບັດຕາມມາດຕະການເຝົ້າລະວັງ ແລະ ປ້ອງກັນການຕິດເຊື້ອ ຕາມການແນະນໍາຂອງປະເທດເຈົ້າພາບຢ່າງເຂັ້ມງວດ ໂດຍສະເພາະການປ້ອງກັນຕົນເອງ ບໍ່ໃຫ້ຕິດເຊື້ອ, ຖ້າບໍ່ຈໍາເປັນກໍໃຫ້ເລື່ອນໄປກ່ອນ.


ກໍລະນີພະນັກງານ ໄດ້ໄປເຄື່ອນໄຫວວຽກງານ ແລະ ກັບ ມາຈາກປະເທດ ທີ່ມີການລະບາດຂອງພະຍາດ COVID-19 ແມ່ນໃຫ້ປະຕິບັດ ຕາມຂໍ້ແນະນໍາຂອງກະຊວງສາທາ ລະນະສຸກ ໄດ້ວາງອອກຢ່າງເຂັ້ມງວດ.
4.ໃຫ້ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ສົມທົບກັບກະຊວງສາທາລະນະສຸກ ເພີ່ມທະວີ ການໂຄສະນາ ແລະ ເຜີຍແຜ່ຜ່ານສື່ຕ່າງໆ ໃຫ້ພະນັກງານ, ທະຫານ-ຕໍາຫຼວດ, ຜູ້ປະກອບການ ແລະ ປະຊາຊົນຮັບຮູ້ ແລະ ເຂົ້າໃຈຢ່າງທົ່ວເຖິງກ່ຽວກັບມາດຕະການກັນ, ຄວບຄຸມ ແລະ ໂຕ້ຕອບ ການລະບາດຂອງພະຍາດ COVID-19 ໂດຍສະເພາະແມ່ນມາດຕະການປ້ອງກັນ ດ້ວຍການຈໍາກັດການເດີນທາງໄປປະເທດທີ່ມີການແຜ່ລະບາດຂອງພະຍາດດັ່ງກ່າວ ແລະ ມາດຕະການໃນການຈໍາກັດ ການໂຮມຊຸມນຸມຂອງຄົນຈໍານວນຫຼາຍ.

ດັ່ງນັ້ນ, ຈຶ່ງແຈ້ງມາຍັງທ່ານ ເພື່ອຊາບ ແລະ ປະຕິບັດຕາມເນື້ອໃນແຈ້ງການສະບັບນີ້ດ້ວຍ.

.