ນາຍົກ ລົງຢ້ຽມຢາມ ບໍລິສັດ ໄຟຟ້າຫົງສາ

172

ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີພ້ອມດ້ວຍຄະນະ ເຂົ້າຢ້ຽມຊົມ ບໍລິສັດ ໄຟຟ້າຫົງສາ ຈໍາກັດ ໃນວັນທີ 3 ມີນາ ໂດຍມີ ທ່ານ ຄະທາຢຸດ ຊູພູນ ຜູ້ອໍານວຍການໃຫຍ່ ບໍລິສັດ ໄຟຟ້າ ຫົງສາ ຈໍາກັດ ພ້ອມດ້ວຍການນໍາແຂວງໄຊຍະບູລີ, ການນໍາເມືອງຫົງສາ, ຄະນະກໍາມະການບໍລິຫານ ບໍລິສັດ ໄຟຟ້າຫົງສາ ຈໍາກັດ ແລະ ປະຊາຊົນໃຫ້ການຕ້ອນຮັບຢ່າງອົບອຸ່ນ.

ໂດຍໄດ້ລົງພື້ນທີ່ຢ້ຽມຢາມຫ້ອງການພາກສະໜາມຝ່າຍພັດທະນາສັງຄົມ ແລະ ຮ້ານຄ້າສະຫະກອນສົ່ງເສີມກະສິກໍາເມືອງຫົງສາ ທີ່ບໍລິສັດ ໄຟຟ້າ ຫົງສາ ຈໍາກັດ ໄດ້ຈັດຕັ້ງຂຶ້ນ ເພື່ອສົ່ງເສີມດ້ານການຕະຫຼາດລວມໄປເຖິງການກະຈາຍສິນຄ້າຂອງທ້ອງຖິ່ນອອກສູ່ຕະຫຼາດຢ່າງເປັນລະບົບ ໂດຍມຸ່ງຫວັງໃຫ້ເປັນຕົ້ນແບບຂອງສະຫະກອນແຫ່ງທໍາອິດໃນພາກເໜືອຂອງ ສປປ ລາວ.

ຫຼັງຈາກນັ້ນໄດ້ເຂົ້າຊົມອາຄານ ຫົງຄໍາໄຊຍາຄານ ແລະ ຫ້ອງວາງສະແດງຂໍ້ມູນ ທີ່ເປັນອາຄານຈັດສະແດງໃຫ້ຄວາມຮູ້, ຄວາມເຂົ້າໃຈກ່ຽວກັບການດໍາເນີນງານຂອງບໍລິສັດ ແລະ ຂະບວນການຜະລິດກະແສໄຟຟ້າທີ່ເປັນມິດກັບສິ່ງແວດລ້ອມ, ການພັດທະນາຊຸມຊົນ ແລະ ສັງຄົມເພື່ອໃຫ້ເປັນພົນລະເມືອງດີ ໂດຍສະເພາະຕໍ່ກັບຊຸມຊົນເມືອງຫົງສາ, ເມືອງເງິນ ແຂວງໄຊຍະບູລີ ແລະ ໃນ ສປປ ລາວ ຈຶ່ງໄດ້ມີສ່ວນຮ່ວມໃນກິດຈະກໍາຕ່າງໆ ເຊັ່ນ: ດ້ານປະເພນີວັດທະນະທໍາ, ການສຶກສາ ແລະ ກີລາຢ່າງຕໍ່ເນື່ອງ ແລະ ການນໍາມາດຕະຖານການຈັດການດ້ານສິ່ງແວດລ້ອມຂອງທະນາຄານໂລກ ມາເປັນມາດຕະຖານໃນການດໍາເນີນງານ ຈົນໄດ້ຮັບການຮັບຮອງມາດຕະຖານດ້ານການຈັດການສິ່ງແວດລ້ອມໃນລະດັບສາກົນ ຫຼື ISO 14001 version 2015.

ສໍາລັບ ບໍລິສັດ ໄຟຟ້າຫົງສາ ຈໍາກັດ ຖືວ່າເປັນອີກພາກສ່ວນໜຶ່ງທີ່ມີບົດບາດສໍາຄັນ ໃນການຜະລິດພະລັງງານໄຟຟ້າທີ່ມີຄວາມສະຖຽນລະພາບໃຫ້ກັບ ສປປ ລາວ ແລະ ຣາຊະອານາຈັກໄທ ໂດຍໂຮງໄຟຟ້າພະລັງງານ ຄວາມຮ້ອນຫົງສາ ສາມາດຜະລິດກະແສໄຟຟ້າສົ່ງໃຫ້ກັບລັດວິສາຫະກິດໄຟຟ້າລາວ 100 ເມກາວັດ ເທົ່າກັບ 8% ຂອງ ຄວາມຕ້ອງການພະລັງງານໄຟຟ້າໃນ ສປປ ລາວ ແລະ ຜະລິດກະແສໄຟຟ້າສົ່ງໃຫ້ກັບ ການໄຟຟ້າຝ່າຍຜະລິດແຫ່ງປະເທດໄທ ຈໍານວນ 1.473 ເມກາວັດ ເທົ່າກັບ 6% ຂອງ ຄວາມຕ້ອງການພະລັງງານໄຟຟ້າໃນປະເທດໄທ.

ທ່ານ ຄະທາຢຸດ ຊູພູນ ຜູ້ອໍານວຍການໃຫຍ່ ບໍລິສັດ ໄຟຟ້າຫົງສາ ຈໍາກັດ ກ່າວວ່າ: ຕະຫຼອດໄລຍະ 5 ປີທີ່ຜ່ານມາ ການດໍາເນີນງານຂອງ ບໍລິສັດ ໄຟຟ້າຫົງສາ ຈໍາກັດ ໄດ້ໃຫ້ ຄວາມສໍາຄັນ ແລະ ປະຕິບັດຕົນໃຫ້ສອດຄ່ອງຕາມສັນຍາສໍາປະທານ ໂດຍໄດ້ສໍາເລັດຕາມຈຸດປະສົງ ແລະ ບັນລຸຕາມເປົ້າໝາຍທຸກປະການ, ເປັນສິ່ງຢັ້ງຢືນໄດ້ວ່າ ບໍລິສັດ ໄຟຟ້າ ຫົງສາ ຈໍາກັດ ມີຄວາມມຸ່ງໝັ້ນທີ່ຈະສະໜັບສະໜູນ ແລະ ພ້ອມທີ່ຈະດໍາເນີນງານຕາມແຜນພັດທະນາເສດຖະກິດ ແລະ ສັງຄົມແຫ່ງຊາດຂອງລັດຖະບານລາວ ກໍຄືການພັດທະນາປະເທດໃຫ້ເປັນແຫຼ່ງພະລັງງານຂອງພາກພື້ນອາຊີ ຫຼື “ Battery of ASIA ”

ປະກອບກັບໂຮງໄຟຟ້າພະລັງງານຄວາມຮ້ອນຫົງສາ ມີສັກກະຍະພາບໃນການດໍາເນີນງານທີ່ມີຄວາມພ້ອມຈ່າຍກະແສໄຟຟ້າໄດ້ດີຂຶ້ນຕາມລໍາດັບ ແລະ ຍືນຍົງຕໍ່ໄປ ພາຍໃຕ້ວິໄສທັດຂອງ ບໍລິສັດ ໄຟຟ້າຫົງສາ ຈໍາກັດ ຄື: ການເປັນໂຮງໄຟຟ້າປາກບໍ່ແຮ່ນໍາໜ້າໃນອາຊຽນ ໂດຍການເຮັດວຽກທີ່ເປັນເລີດ, ສ້າງຄວາມເຊື່ອໝັ້ນ ແລະ ຄວາມສຸກສູ່ສັງຄົມ ພ້ອມທີ່ຈະເປັນໂຮງໄຟຟ້າທີ່ສ້າງຄວາມໝັ້ນຄົງທາງດ້ານພະລັງງານໃຫ້ກັບ 2 ປະເທດສືບຕໍ່ໄປ.