ວິທີຕັ້ງຄ່າເມົ້າສຳລັບຄົນທີ່ຖະໜັດຊ້າຍ

92

ຄົນຖະໜັດຊ້າຍມີປະມານ 10% ຂອງປະຊາກອນໂລກທີ່ໃຊ້ຄອມເປັນ ທ່ານສາມາດຕັ້ງຄ່າເມົ້າໃຫ້ສາມາດໃຊ້ງານຄ່ອງຂຶ້ນກໍລະນີທ່ານຖະໜັດເບື້ອງຊ້າຍດ້ວຍວິທີການ ດັ່ງນີ້:

ວິທີທີ 1: ການສະຫຼັບປຸ່ມເມົ້າໃຊ້ໄດ້ກັບ Windows ລຸ້ນເກົ່າໄດ້ດ້ວຍການເຂົ້າໄປທີ່ start ແລ້ວພິມ Control Panel ໃນຫ້ອງ search ແລ້ວຄລິກທີ່ Control Panel, ຄລິກທີ່ Hardware and Sound, ຄລິກທີ່ Mouse ແລ້ວຄລິກທີ່ເຄື່ອງໝາຍຖືກຢູ່ບ່ອນ Button Configuration, ແລ້ວຄລິກ Apply ຫຼື OK ເທົ່ານີ້ກໍສຳເລັດແລ້ວ. ວິທີນີ້ໃຊ້ໄດ້ກັບ Windows ລຸ້ນເກົ່າລວມທັງ Windows 7 ຂຶ້ນໄປຈົນຮອດ Windows 10.

ວິທີທີ 2: ວິທີຕັ້ງຄ່າເມົ້າສຳລັບຄົນຖະໜັດຊ້າຍໃນ Windows 10 ໃຫ້ກົດປຸ່ມ Widnows + I ໃນຄີບອດ ແລ້ວເລືອກທີ່ Device, ຄລິກທີ່ Mouse ແລ້ວເລືອກທີ່ Right ເພື່ອໃຫ້ປຸ່ມຂວາເປັນປຸ່ມຄລິກຫຼັກສຳລັບຄົນຖະໜັດໃຊ້ເມົ້າເບື້ອງຊ້າຍ ເທົ່ານີ້ກໍໃຊ້ງານໄດ້ແລ້ວ ແລະ ທ່ານສາມາດໃຊ້ມືເບື້ອງຊ້າຍໃນການຄລິກໄດ້ຖະໜັດຫຼາຍຂຶ້ນ.

( ຂໍ້ມູນຈາກ: Howtogeek )