ເລັ່ງແກ້ບັນຫາແຫຼ່ງນໍ້າ ເພື່ອນໍາປະຊາຊົນຈຸດສຸມຕັງອາໄລພົ້ນທຸກ

118

ທ່ານ ເກຍ ນັກພັດທະນາດີເດັ່ນແຫ່ງຊາດ ໃຫ້ທັດສະນະວ່າ: ກ່ອນຈະມີການປູກ – ການລ້ຽງທີ່ເປັນລະບົບອັນດັບທໍາອິດຕ້ອງມີແຫຼ່ງນໍ້າທີ່ອຸດົມສົມບູນ. ສະນັ້ນ, ໃນໂຄງການສາຍໄຍໂລມາຄໍາ ທີ່ເມືອງນອງ ແຂວງສະຫວັນນະເຂດ ໜ້າວຽກທໍາອິດທີ່ທ່ານປະຕິບັດແມ່ນເຈາະນໍ້າບາດານໃຫ້ປະຊາຊົນໄດ້ຊົມໃຊ້ ພ້ອມສໍາຫຼວດຈຸດສ້າງຝາຍນໍ້າລົ້ນເພື່ອທົດນໍ້າໄວ້ ເພື່ອຜົນປະໂຫຍດທາງການປູກ – ການລ້ຽງສັດ.

ໃນໂອກາດທີ່ເຂົ້າຮ່ວມຮັບລາງວັນນັກທຸລະກິດຊັ້ນນໍາດີເດັ່ນ ປີ 2019 ທີ່ຫໍປະຊຸມແຫ່ງຊາດນະຄອນຫຼວງວຽງຈັນ, ທ່ານ ເກຍ ອູ໊ສິດທິເດດ ຜູ້ອຳນວຍການໂຮງງານນ້ຳດື່ມ ແລະ ນ້ຳກ້ອນໂລມາຄຳ ໃຫ້ສຳພາດກັບທີມຂ່າວເສດຖະກິດ – ການຄ້າ ວ່າ: ໄລຍະ 4 ປີຜ່ານມາ ໄດ້ຮ່ວມກັບພາກລັດຊ່ວຍປະຊາຊົນບ້ານຄໍາປ່າແໜ ແລະ ບ້ານປ່າກ້ວຍ ເມືອງຈໍາພອນ ແຂວງສະຫວັນນະເຂດ ປ່ຽນຄົນຂໍທານຫາກິນແບບເລື່ອນລອຍມາທໍາການຜະລິດໃນດິນຂອງຕົນເອງເພື່ອຫາກິນລ້ຽງຊີບ.

ພາຍຫຼັງສໍາເລັດໂຄງການຢູ່ເມືອງຈໍາພອນ ປັດຈຸບັນຂ້າພະເຈົ້າກໍໄດ້ຮ່ວມກັບເພື່ອນນັກທຸລະກິດພາຍໃນແຂວງສະຫວັນນະເຂດ ເພື່ອຊ່ວຍຊຸກຍູ້ສົ່ງເສີມເສດຖະກິດຄອບຄົວທຸກຍາກຢູ່ສາມບ້ານຈຸດສຸມຕັງອາໄລ – ລະແບງ ເມືອງນອງ ແຂວງສະຫວັນນະເຂດ.

ທ່ານກ່າວຕື່ມວ່າ: ໂຄງການດັ່ງກ່າວແມ່ນໄດ້ເຊັນບົດບັນທຶກກັບອໍານາດການປົກຄອງເມືອງນອງ ນັບແຕ່ເດືອນມັງກອນ 2020 ຜ່ານມາ ພວກເຮົາກໍລົງສໍາຫຼວດຄວາມຕ້ອງການຂອງປະຊາຊົນໃນຄອບຄົວເປົ້າໝາຍທີ່ມີພື້ນຖານແລ້ວອັນໃດທີ່ເຫັນວ່າເປັນໄປໄດ້ ພວກເຮົາກໍຊຸກຍູ້ສົ່ງເສີມໃຫ້ປະຊາຊົນເປັນຕົ້ນແມ່ນເຈາະນໍ້າບາດານ ເພື່ອໃຫ້ປະຊາຊົນໃຊ້ເຂົ້າໃນການໃຊ້ສອຍໃນຊີວິດປະຈໍາວັນ ແລະ ນໍາໄປຫົດຜົນຜະລິດໃນສວນຄົວ.

ນອກນັ້ນ, ກໍໄດ້ສໍາຫຼວດເບິ່ງຫ້ວຍນ້ອຍທີ່ໃກ້ຈະຂາດນໍ້າ ພວກເຮົາໄດ້ສ້າງຝາຍນໍ້າລົ້ນໃຫ້ເພື່ອເກັບຂັງນໍ້າໄວ້ໃນລະດູແລ້ງ ເພື່ອຊົມໃຊ້ເຂົ້າໃນສວນປູກ ແລະ ໃຫ້ສັດລ້ຽງໄດ້ກິນ, ສ່ວນເຂດຍອດນໍ້າທີ່ຂາດມີຄວາມຈໍາເປັນເຫັນປະຊາຊົນຂາດເຂີນກໍແກ້ 2 ອັນດ່ວນກ່ອນ ເຊິ່ງຈະໄດ້ເຮັດຝາຍນໍ້າລົ້ນຂະໜາດນ້ອຍໃຫ້ປະຊາຊົນບ້ານລະໜຶ່ງຫາສອງແຫ່ງ.

ປັດຈຸບັນພວກເຮົາກໍາລັງເພາະພັນເບ້ຍໄມ້ທີ່ຈະສົ່ງເສີມປະຊາຊົນປູກ ເຊິ່ງຄາດວ່າຈະໃຫ້ຄອບຄົວລະ 1 ຫາ 2 ເຮັກຕາ ເຊິ່ງຕ້ອງໄດ້ຮັບການອະນຸມັດຈາກອໍານາດການປົກຄອງເມືອງເປັນຜູ້ຈັດສັນໃຫ້ຄອບຄົວເປົ້າໝາຍ ເຊິ່ງໂຄງການເຮົາກໍຈະເອົາເບ້ຍພັນໄມ້ໃນສວນກ້າ 2 ແຫ່ງ ຄື: ຢູ່ຈຸດສຸມຕັງໄລ ແລະ ຈຸດສຸມໂຮງຮຽນບ້ານຕະຢົງ ເພື່ອສ້າງເປັນສວນອະນຸບານກ້າເບ້ຍພັນໄມ້ຕ່າງໆ.

ທ່ານ ເກຍ ກ່າວວ່າ: ຄິດວ່າຖ້າເຮົາຊຸກຍູ້ສົ່ງເສີມປະຊາຊົນປູກພືດຜົນຫຼາຍຢ່າງໃນສວນປູກ ຕ້ອງສາມາດແກ້ໄດ້ເລື່ອງອາຫານການກິນຂອງປະຊາຊົນ ເພາະມີພືດຫຼາຍຢ່າງ ເປັນຕົ້ນແມ່ນພືດໃຫ້ຜົນຜະລິດໄລຍະສັ້ນ, ພືດໃຫ້ຜົນຜະລິດໄລຍະກາງ ແລະ ໃຫ້ຜົນຜະລິດໄລຍະຍາວກ້າວໄປເຖິງວ່າອາດຈະເປັນແຫຼ່ງລາຍຮັບຂອງປະຊາຊົນກໍເປັນໄດ້ ເພື່ອໃຫ້ເຂົາເຈົ້າຄ່ອຍໆຖອຍຈາກການປູກເຂົ້າແບບເຮັດໄຮ່ຫັນມາປູກພືດຈະໄດ້ລາຍຮັບດີກວ່າ.

[ ຂ່າວ: ພຸດຕີ້; ຮູບ: ສອນໄຊ ]