ເກີດເຫດແຜ່ນດິນໄຫວຢູ່ຫຼວງນໍ້າທາ ຄວາມແຮງ 4,5 ຣິກເຕີ

85

ກົມອຸຕຸນິຍົມ ແລະ ອຸທົກກະສາດໄດ້ລາຍງານການເກີດເຫດແຜ່ນດິນໄຫວຢູ່ບ້ານໂພນໄຊ ເມືອງຫຼວງນໍ້າທາ ແຂວງຫຼວງນໍ້າທາ ດ້ວຍຄວາມແຮງສັ່ນສະເທືອນ 4,5ຣິກເຕີ ຄວາມເລິກລົງພື້ນດິນ 17 ກິໂລແມັດ.

ພາບປະກອບຂ່າວເທົ່ານັ້ນ

ອີງຕາມບົດລາຍງານກ່ຽວກັບແຜ່ນດິນໄຫວ ຂອງກົມອຸຕຸນິຍົມ ແລະ ອຸທົກກະສາດ ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ໃຫ້ຮູ້ວ່າ: ຜ່ານການຕິດຕາມສະພາບການເກີດແຜ່ນດິນໄຫວໃນທົ່ວປະເທດຂອງ ສປປ ລາວ ອີງຕາມຂໍ້ມູນແຜ່ນດິນໄຫວຂອງ Website ຂອງສໍານັກງານແຜນດິນໄຫວປະເທດໄທ (https://earthquake.tmd.go.th/inside-info.html?earthquake=6541)

ພາບປະກອບຂ່າວເທົ່ານັ້ນ

ໄດ້ພົບສັນຍານການເກີດແຜ່ນດິນໄຫວພາຍໃນປະເທດລາວ ລາຍລະອຽດຄືດັ່ງລຸ່ມນີ້: ໃນວັນທີ 29 ກຸມພາ 2020 ເວລາຕາມທ້ອງຖິ່ນ 01:13:03ໂມງ, ຄວາມແຮງໃນການສັ່ນສະເທືອນ 4,5 ຣິກເຕີ ຄງວາມເລິກຫ່າງຈາກພື້ນດິນ 17 ກິໂລແມັດ ເສັ້ນຂະໜານທີ 20.57’10ﹾN ແລະ ເສັ້ນແວງ ທີ 101ﹾ17’49ﹾE, ເກີດຂຶ້ນທີ່ບ້ານໂພນໄຊ ເມືອງຫຼວງນໍ້າທາ ແຂວງຫຼວງນໍ້າທາ.