ຫົວພັນຕັ້ງເປົ້າ ປີນີ້ຈະເກັບລາຍຮັບເຂົ້າງົບປະມານໃຫ້ໄດ້ 128ຕື້ກວ່າກີບ

42

ປີຜ່ານມາແຂວງຫົວພັນສາມາດເກັບລາຍຮັບເຂົ້າງົບປະມານໄດ້ 139,60 ຕື້ກີບ ເທົ່າກັບ 121,74% ຂອງແຜນການ 114,6 ຕື້ກີບ ລື່ນຄາດໝາຍ 21,74%, ຂະນະດຽວກັນ ຕັ້ງເປົ້າປີ 2020 ໃກ້ການເກັບລາຍຮັບເຂົ້າງົບປະມານຢູ່ທີ່ 128,79ຕື້ກີບ ໃຫ້ເພີ່ມຂຶ້ນຈາກປີ 2019 12,32%.

ໃນກອງປະຊຸມສະຫຼຸບວຽກງານແຜນການ-ການເງິນປະຈໍາປີ 2019 ແລະ ວາງທິດທາງແຜນການປີ 2020 ທີ່ຈັດຂື້ນໃນວັນທີ 21 ກຸມພາ 2020 ທີ່ພະແນກແຜນການ ແລະ ການລົງທຶນແຂວງຫົວພັນ. ທ່ານ ວັນແສງ ຄຳມັງໄຊ ຫົວໜ້າພະແນກການເງິນແຂວງຫົວພັນໃຫ້ຮູ້ວ່າ: ເພື່ອເຮັດໃຫ້ການຈັດເກັບລາຍຮັບເຂົ້າງົບປະມານປີ 2020 ໄດ້ບັນລຸເປົ້າໝາຍທີ່ວາງໄວ້ ແຂວງຫົວພັນຈະໄດ້ເອົາໃຈໃສ່ບາງບັນຫາດັ່ງນີ້ ສຶບຕໍ່ສຶກສາອົບຮົມວຽກງານແນວຄິດການເມືອງໃຫ້ຄະນະພັກ, ສະມາຊິກພັກ, ພະນັກງານຫຼັກແຫຼ່ງ ທຸກຂັ້ນຂອງຂະແໜງການເງິນນັບທັງຂັ້ນເເຂວງລົງຮອດຂັ້ນເມືອງໃຫ້ມີຄວາມຮັບຜິດຊອບສູງຕໍ່ໜ້າທີ່ການເມືອງທີ່ໄດ້ມອບໝາຍສືບຕໍ່ສຳຫຼວດຖານລາຍຮັບງົບປະມານ ແຕ່ລະປະເພດໃຫ້ເປັນລະບົບຄົບຊຸດ

ພາບປະກອບຂ່າວເທົ່ານັ້ນ

ເພີ່ມທະວີຄຸ້ມຄອງການນໍາເຂົ້າ-ສົ່ງອອກສິນຄ້າຢູ່ບັນດາດ່ານຊາຍແດນທົ່ວແຂວງໃຫ້ເຂັ້ມງວດ; ເຮັດໃຫ້ການເກັບລາຍຮັບມອບເຂົ້າງົບປະມານໃນປີ 2020 ນີ້ໃຫ້ໄດ້ທັງໝົດ 128,79 ຕື້ກີບ, ທຽບໃສ່ແຜນປີ 2019 ໃຫ້ເພີ່ມຂຶ້ນ 12,32 %, ໃນນີ້ລາຍຮັບພູດສູນກາງປະຕິບັດໃຫ້ໄດ້ 26,49 ຕື້ກີບ, ທຽບໃສ່ແຜນປີ 2019 ໃຫ້ເພີີ່ມຂຶ້ນ 14,47% ແລະ ລາຍຮັບພູດຂອງແຂວງໃຫ້ໄດ້ 102,300 ຕື້ກີບ, ທຽບໃສ່ແຜນປີ 2019 ໃຫ້ເພີ່ມຂຶ້ນ 11,77%.

ພາບປະກອບຂ່າວເທົ່ານັ້ນ

ປີຜ່ານມາແຂວງຫົວພັນ ສາມາດເກັບລາຍຮັບມອບເຂົ້າງົບປະມານໄດ້ທັງໝົດ 139,60 ຕື້ກີບ, ເທົ່າກັບ 121,74% ຂອງແຜນການປີ, ລື່ນຄາດໝາຍ 21,74%, ໃນນັ້ນລາຍຮັບພູດສູນກາງປະຕິບັດໄດ້ 39,34 ຕື້ກີບ, ເທົ່າກັບ 169,97% ຂອງແຜນການປີ; ລາຍຮັບພາຍໃນແຂວງປະຕິບັດໄດ້ 100,26 ຕື້ກີບ, ເທົ່າກັບ 109,55% ຂອງແຜນການປີ, ຊຶ່ງລາຍຮັບດັ່ງກ່າວໄດ້ມາຈາກລາຍຮັບສ່ວຍສາອາກອນ, ລາຍຮັບພາສີ, ລາຍຮັບຄຸ້ມຄອງວິສາຫະກີດລັດລົງທຶນ, ລາຍຮັບປະກັນໄພ, ລາຍຮັບຄ່າທໍານຽມ, ລາຍຮັບທີ່ດິນ, ລາຍຮັບວິຊາການ, ລາຍຮັບຄຸ້ມຄອງຊັບສິນຂອງລັດ ແລະ ລາຍຮັບອື່ນໆ.

ຂໍ້ມູນຈາກ: ຂ່າວຫົວພັນ; ຂ່າວ: ນິດຖະໜອມ