ຊົມເຊີຍ! ປກສ ມອບເງິນປະກອບສ່ວນຕ້ານການລະບາດຂອງໄວຣັສສາຍພັນໃໝ່

81

ກະຊວງປ້ອງກັນຄວາມສະຫງົບ (ປກສ) ນຳເງິນ 300ລ້ານກີບ ມາມອບໃຫ້ອົງການປົກຄອງນະຄອນຫຼວງວຽງຈັນ (ນວ) ເພື່ອປະກອບສ່ວນໃນການປ້ອງກັນ ສະກັດກັ້ນ ແລະ ຕ້ານການລະບາດຂອງພະຍາດປອດອັກເສບສາຍພັນໃໝ່ ໄວຣັສໂຄໂຣນາ (Covid-19).

ພາບປະກອບຂ່າວເທົ່ານັ້ນ

ພິທີມອບຮັບເງິນດັ່ງກ່າວ ຈັດຂຶ້ນວັນທີ 20 ກຸມ­ພາ 2020 ຢູ່ຫ້ອງວ່າການປົກຄອງ ນວ ເຊິ່ງມອບໂດຍທ່ານພົນຕີ ສົມຫວັງ ທຳມະສິດ ຮອງລັດຖະມົນຕີກະຊວງ ປກສ ແລະ ຮັບໂດຍທ່ານ ສີຫຸນ ສິດທິລືໄຊ ຮອງເຈົ້າຄອງ ນວ ມີພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ພາບປະກອບຂ່າວເທົ່ານັ້ນ

ໂອ­ກາດນີ້ ທ່ານ ສີຫຸນ ສິດທິລືໄຊ ກໍໄດ້ສະແດງຄວາມຂອບໃຈກະຊວງ ປກສ ທີ່ເຫັນຄວາມສຳຄັນ ເປັນຫ່ວງເປັນໃຍ ແລະ ນຳເງິນມາມອບເພື່ອປະ­ກອບ­ສ່ວນສະ­ກັດກັ້ນ ແລະ ປ້ອງກັນການລະບາດຂອງພະຍາດດັ່ງກ່າວ ເຊິ່ງເງິນຈຳນວນນີ້ຈະນຳໄປມອບຕໍ່ໃຫ້ຄະນະກຳມະການລະດັບຊາດ ເພື່ອມອບຕໍ່­ໃຫ້ລັດຖະບານ ສປ ຈີນ.