ເຄື່ອງຈັກແຮງຕົກຍ້ອນສາເຫດຫຍັງ?

207

ເປັນບັນຫາເກີດຂຶ້ນກັບລົດທຸກຄັນ ເມື່ອໃຊ້ງານມາດົນພໍສົມຄວນ ຈຸດຫຼັກທີ່ເຮັດໃຫ້ເຄື່ອງຈັກແຮງຕົກ ສ່ວນໃຫຍ່ເກີດຈາກອາກາດ ( AIR ), ເຊື້ອໄຟ ( FUEL ), ກໍາລັງອັດ ( COMPRESSION ), ການຈູດລະເບີດ ( SPARK ), ການເສື່ອມຖອຍຂອງອົງປະກອບທີ່ກ່ຽວຂ້ອງກັບອົງປະກອບທັງ 4 ສົ່ງຜົນກະທົບ ໂດຍກົງກັບສະມັດທະນະຂອງເຄື່ອງຈັກຢ່າງຊັດເຈນບໍ່ທາງໃດກໍທາງໜຶ່ງ.

1 ອາກາດ ອົງປະກອບທີ່ກ່ຽວຂ້ອງກັບອາກາດ ມີ 2 ສ່ວນຄື: ໄອດີ INTAKE ແລະ ໄອເສຍ EXHAUST ຫາກຈຸດໃດຈຸດໜຶ່ງທີ່ກ່ຽວຂ້ອງກັບການນໍາໄອດີເຂົ້າໄອເສຍອອກມາມີການອັດຕັນ ຫຼື ຕິດຂັດບໍ່ລື່ນໄຫຼຢ່າງທີ່ຄວນ ຍ່ອມສົ່ງຜົນກະທົບໂດຍກົງຕໍ່ກໍາລັງຂອງເຄື່ອງຈັກຢ່າງຊັດເຈນ.

ເລີ່ມຈາກລະບົບນໍາອາກາດເຂົ້າ ຫຼື ໄອດີກັນກ່ອນ ເຊິ່ງດ່ານທໍາອິດຂອງລະບົບໄອດີ ກໍຄືໄສ້ກອງອາກາດ  AIR FILTER ຈຶ່ງບໍ່ໜ້າແປກໃຈໃນລົດແຂ່ງ ຈະນິຍົມຕິດໄສ້ກອງອາກາດ ເພາະຕ້ອງການໃຫ້ອາກາດໄຫຼເຂົ້າສູ່ຫ້ອງເຜົາໄໝ້ຢ່າງເຕັມເມັດເຕັມໜ່ວຍ.

ໄສ້ກອງອາກາດນັ້ນເມື່ອໃຊ້ມາໄດ້ໄລຍະໜຶ່ງສະມັດທະນະໃນການໃຫ້ອາກາດ ລວມເຖິງຝຸ່ນຜົງສິ່ງເປິເປື້ອນນາໆຊະນິດ. ດັ່ງນັ້ນ, ທຸກໆເດືອນຈຶ່ງຄວນນໍາອອກມາເປົ່າໄລ່ຝຸ່ນ ຫຼື ປ່ຽນໃໝ່ເລີຍ.

ອັນດັບຕໍ່ມາລະບົບໄອດີ ຄືກົນໄກທີ່ໃຊ້ຄວບຄຸມໃຫ້ອາກາດໄຫຼເຂົ້າສູ່ຫ້ອງເຜົາໄໝ້ໄດ້ແກ່: ສາຍຄັນເລັ່ງ THROTTLE CABLE ໃນລົດໃຫຍ່ ລຸ້ນໃໝ່ບໍ່ມີບັນຫາຈຸດນີ້ ແຕ່ໃນລົດລຸ້ນເກົ່າທີ່ໃຊ້ສາຍຄັນເລັ່ງຄວບຄຸມລີ້ນປີກແມງກະເບື້ອ ຖ້າບໍ່ໃຊ້ດົນໄປມັກຈະມີການຄາຍໂຕ ແລະ ຍານລົງ ເຮັດໃຫ້ເປີດລີ້ນປີກແມງກະເບື້ອບໍ່ສຸດຈົນບໍ່ສາມາດນໍາອາກາດເຂົ້າສູ່ຫ້ອງເຜົາໄໝ້ໄດ້ພຽງພໍ ສົ່ງຜົນໃຫ້ກໍາລັງເຄື່ອງຈັກຕົກລົງລົດໃຫຍ່ຂອງທ່ານຈຶ່ງຄວນໄດ້ຮັບການກວດເຊັກ ຄວາມຕຶງຂອງສາຍຄັນເລັ່ງໃຫ້ກົງຕາມມາດຕະຖານ.

ລະບົບໄອເສຍ ເມື່ອເຄື່ອງຈັກເຜົາໄໝ້ເຊື້ອໄຟ ແລະ ອາກາດສໍາເລັດແລ້ວ ໄອເສຍທີ່ເກີດຂຶ້ນຈະຖືກຜັກດັນໃຫ້ເຂົ້າສູ່ລະບົບໄອເສຍ ຖ້າໃນລະບົບໄອເສຍມີການອັດຕັນເສື່ອມສະພາບກໍຈະນໍາມາເຊິ່ງການເສື່ອມຖອຍສະມັດທະນະຂອງເຄື່ອງຈັກຢ່າງຊັດເຈນ ມີຢູ່ 2 ຈຸດ ໃນລະບົບໄອເສຍທີ່ມັກສ້າງບັນຫາ ຄື: ໂຕກອງມົນລະພິດ CATALYTIC CONVERTER ແລະ ໝໍ້ພັກໄອເສຍ MUFFLER.

ບັນຫາຂອງຕົວກອງມົນລະພິດແມ່ນການອັດຕັນທີ່ເກີດຈາກອົງປະກອບພາຍໃນຂອງໂຕກອງມົນລະພິດແຕກໂຕຫຼຸດອອກມາ ເຊິ່ງເປັນເລື່ອງທີ່ເກີດຂຶ້ນຖ້າໃຊ້ງານມາຫຼາຍປີ ອີກສ່ວນໜຶ່ງມາຈາກທີ່ອອກຊີເຈນເຊີທີ່ມີຢູ່ 2 ໂຕໃນລະບົບໄອເສຍ ( ໂຕໜຶ່ງຢູ່ກ່ອນເຂົ້າ ແລະ ອີກໂຕໜຶ່ງຢູ່ຫຼັງໂຕກອງມົນລະພິດ ) ເສື່ອມ ແລະ ສົ່ງສັນຍານຜິດ ເຮັດໃຫ້ອັດຕາສ່ວນເຊື້ອໄຟໜາ ແລະ ຜົນຂອງອັດຕາສ່ວນເຊື້ອໄຟທີ່ປະສົມກັບອາກາດມີຫຼາຍເກີນໄປ ເຮັດໃຫ້ມີເຊື້ອໄຟຫຼົງເຫຼືອຈາກການເຜົາໄໝ້ບໍ່ສົມບູນເຂົ້າໄປສ້າງຄວາມເສຍຫາຍໃຫ້ກັບໂຕກອງມົນລະພິດໄດ້ ຫາກກວດພົບວ່າໂຕກອງມົນລະພິດເສື່ອມປ່ຽນໃໝ່ຈະດີທີ່ສຸດ.

ອີກສ່ວນໜຶ່ງຂອງລະບົບໄອເສຍ ຄືໝໍ້ພັກໄອເສຍທີ່ໃຊ້ໄປດົນຈະມັກມີຂີ້ຂະເໝົ່າຕິດຈົນທາງເດີນໄອເສຍຕີບຕັນ ໄອເສຍໄຫຼບໍ່ສະດວກບັນຫານີ້ແກ້ໄຂພຽງແຕ່ປ່ຽນໝໍ້ພັກໄອເສຍ.

2 ນໍ້າມັນເຊື້ອໄຟ ມີ 2 ກໍລະນີ ຄື: ຫົວສີດເຊື້ອໄຟ ແລະ ປໍ້ານໍ້າມັນເຊື້ອໄຟ ສໍາລັບຫົວສີດເຊື້ອໄຟເປັນອົງປະກອບສໍາຄັນ ເພາະຕ້ອງມີຄວາມສາມາດໃນການສີດເຊື້ອໄຟໃນປະລິມານທີ່ແນ່ນອນ ຫາກເສື່ອມແລ້ວກໍຈະສົ່ງຜົນໃຫ້ເກີດການບໍລິໂພກເຊື້ອໄຟຫຼາຍຂຶ້ນກວ່າປົກກະຕິ ລວມເຖິງການຈູດລະເບີດຜິດພາດ. ດັ່ງນັ້ນ, ຫາກກວດພົບວ່າຫົວສີດນໍ້າມັນເຊື້ອໄຟເສື່ອມກໍຕ້ອງປ່ຽນສ່ວນປໍ້ານໍ້າມັນເຊື້ອໄຟ ສ່ວນໃຫຍ່ມັກຢູ່ໃນຖັງນໍ້າມັນ ເຊິ່ງຈະເສື່ອມປະສິດທິພາບໄປຕາມອາຍຸການໃຊ້ງານ.

3 ກໍາລັງອັດ ເຊິ່ງມີປະເດັນທີ່ໜ້າສົນໃຈ 2 ຈຸດໄດ້ແກ່: ຄວາມເສື່ອມຂອງແຫວນລູກສູບ PISTON RINGS ແລະ ຄາບຂະເໝົ່າວາວ VALVE DEPOSITS ເຊິ່ງລູກສູບເຄື່ອນທີ່ດ້ວຍອັດຕາເລັ່ງສູງ ແລະ ສິ່ງທີ່ສໍາຜັດແນບໄປກັບຜະໜັງກະບອກສູບຄືແຫວນລູກສູບທີ່ເຮັດໜ້າທີ່ປ້ອງກັນບໍ່ໃຫ້ແຮງອັດຈາກການຈູດລະເບີດລອດອອກມາໄດ້. ດັ່ງນັ້ນ, ຫາກແຫວນລູກສູບຫຼົມກໍາລັງອັດໃນກະບອກສູບບໍ່ເຕັມປະສິດທິພາບ. ສ່ວນຄາບຂະເໝົ່າວາວ ແລະ ກ້ານວາວ ປະເດັນນີ້ເກີດຈາກເຄື່ອງຈັກແອັດຊັງທີ່ໃຊ້ລະບົບຈ່າຍເຊື້ອໄຟແບບສີດກົງເຂົ້າສູ່ຫ້ອງເຜົາໄໝ້ DIRECT FUEL INJECTION ເມື່ອເກີດຄາບຂະເໝົ່າຕິດຕາມວາວແລ້ວກໍສົ່ງຜົນໃຫ້ວາວປິດບໍ່ແໜ້ນ ເກີດຄວາມດັນໃນຫ້ອງເຜົາໄໝ້ຕົກເຮັດໃຫ້ແຮງຈັກຕົກ.

4 ການຈູດລະເບີດກ່ຽວຂ້ອງກັບຫົວທຽນ SPARK PLUG: ເຊິ່ງເຄື່ອງຈັກກາຊວນບໍ່ມີຫົວທຽນເຮັດໜ້າທີ່ສ້າງປະກາຍໄຟຈາກກະແສໄຟຟ້າທີ່ໂດດຂ້າມຂົ້ວ ເມື່ອພົບກັບເຊື້ອໄຟ ແລະ ອາກາດໃນຫ້ອງເຜົາໄໝ້ໃນຈັງຫວະທີ່ຖືກຕ້ອງກໍຈະເກີດການຈູດລະເບີດເປັນພະລັງງານສົ່ງໃຫ້ອາກາດໃນຫ້ອງເຜົາໄໝ້ຂະຫຍາຍໂຕພັກໃຫ້ລູກສູບເຄື່ອນທີ່ ເຊິ່ງຫົວທຽນຖ້າໃຊ້ດົນກໍຈະເສື່ອມຈາກຄາບຂະເໝົ່າຄາບອນຕ້ອງໄດ້ປ່ຽນ.

( ຂໍ້ມູນ: ຫ້ອງຂາຍລົດມິດຊູບີຊິ )