ສາລະວັນ ແຕ່ງຕັ້ງ ທ່ານ ສັກດາ ແກ້ວດວງສີ ເປັນຜູ້ຮັກສາການຫົວໜ້າ ພຊສ ຄົນໃໝ່

102

ໃນວັນທີ 21 ກຸມພາ 2020ນີ້ ພະແນກ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ(ພຊສ) ແຂວງສາລະວັນ ໄດ້ຈັດພິທີ ມອບ-ຮັບຫົວໜ້າພະແນກ ຜູ່ເກົ່າ ແລະ ຜູ່ໃໝ່ ຂຶ້ນຢ່າງເປັນທາງການ ຢູ່ທີ່ຫ້ອງປະຊຸມສະໂມສອນແຂວງ, ເປັນກຽດເຂົ້າຮ່ວມໂດຍ ທ່ານ ບຸນທຽມ ແກ້ວໄຊຍະວົງ ຮອງເລຂາພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ, ມີຫົວໜ້າ-ຮອງພະແນກການທີ່ກ່ຽວຂ້ອງ, ຫົວໜ້າຫ້ອງການ ພຊສ 8 ຕົວເມືອງ, ຫົວໜ້າ-ຮອງຂະແໜງ ແລະ ພະນັກງານວິຊາ ການຂອງພະແນກ ພຊສ ເຂົ້າຮ່ວມ.

ໂດຍປະຕິບັດຕາມຂໍ້ຕົກລົງ ຂອງກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ເລກທີ 0287/ກຊສ. ນະຄອນຫຼວງວຽງຈັນ, ວັນທີ 23 ມັງກອນ 2020 ວ່າດ້ວຍການອະນຸມັດໃຫ້ທ່ານ ອຸ່ນເຮືອນ ລືສີສະໝຸດ ເຊິ່ງສັງກັດຢູ່ ພະແນກ ພຊສ ແຂວງສາລະວັນ ອອກພັກການຮັບອຸດໜູນບໍານານ, ປະຕິບັດຕາມ ຂໍ້ຕົກລົງຂອງທ່ານ ເຈົ້າແຂວງສາລະວັນ ສະບັບເລກທີ 125/ຈຂ.ສວ, ລົງວັນທີ 11 ກຸມພາ 2020 ວ່າດ້ວຍການແຕ່ງຕັ້ງ ທ່ານ ສັກດາ ແກ້ວດວງສີ ເປັນຜູ້ຮັກສາການ ຫົວໜ້າພະແນກ ພຊສ ແຂວງສາລະວັນ ຜູ້ໃໝ່.

ຂະນະດຽວກັນ ທ່ານ ອຸ່ນເຮືອນ ລືສີສະໝຸດ ກໍ່ໄດ້ຂຶ້ນກ່າວມອບໜ້າທີ່ວຽກງານໃນແຕ່ລະດ້ານ ໃນໄລຍະຜ່ານມາທີ່ໄດ້ຊີ້ນໍາໆພາວຽກງານໃນໄລຍະທີ່ດໍາລົງຕໍາແໜ່ງເປັນຫົວໜ້າພະແນກ ມີທັງດ້ານດີຂໍ້ສະດວກທີ່ເອື້ອອໍານວຍ ແລະ ມີທັງຂໍ້ຫຍຸ້ງຍາກ ທີ່ເປັນສິ່ງທ້າທາຍທົດສອບຫຼາຍດ້ານ ພ້ອມດຽວກັນທ່ານ ສັກດາ ແກ້ວດວງສີ ກໍໄດ້ຂຶ້ນກ່າວຮັບໜ້າທີ່ຢ່າງເປັນທາງການ.

ຫຼັງຈາກນັ້ນກໍໄດ້ມີການເຊັນບົດບັນທຶກ ມອບ-ຮັບໜ້າທີ່ຢ່າງເປັນທາງການ ລະຫວ່າງ ທ່ານ ອຸ່ນເຮືອນ ລືສີສະໝຸດ ຫົວໜ້າພະແນກ ພຊສ ຜູ້ເກົ່າ ແລະ ທ່ານ ສັກດາ ແກ້ວດວງສີ ເປັນຜູ້ຮັກສາການຫົວໜ້າພະແນກ ພຊສ ຜູ້ໃໝ່, ຊ້ອງໜ້າໂດຍ ທ່ານ ບຸນທຽມ ແກ້ວໄຊຍະວົງ ຮອງເລຂາພັກແຂວງ ຫົວໜ້າຄະນະຈັດຕັ້ງ, ມີບັນດາການນໍາຈາກພະແນກການອ້ອມຂ້າງ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພິຍານ.

ພາບ-ຂ່າວ: ກິນດາວັນ