ສະຖາບັນຂົງຈື ມຊ ຈະຮັບນັກສຶກສາໃໝ່ 800 ຄົນ

215

ສະຖາບັນຂົງຈື ມະຫາວິທະຍາໄລແຫ່ງຊາດ ( ມຊ ) ກຽມເປີດການຮຽນ – ການສອນ ຊຸດທີ 20 ໃນຕົ້ນເດືອນມີນານີ້ ຄາດວ່າຈະມີນັກຮຽນເກົ່າ ແລະ ໃໝ່ ທັງໝົດປະມານ 1.800 ຄົນ. ໃນນັ້ນ, ມີນັກສຶກສາໃໝ່ ປະມານ 800 ຄົນ ເພື່ອເຂົ້າສຶກສາພາສາຈີນໃນເທີມທໍາອິດ.

ທ່ານ ຄໍາຮຸ່ງ ຈັນທະວົງ ຮອງອຳນວຍການສະຖາບັນຂົງຈື ມຊ ໃຫ້ສຳພາດວ່າ: ສະຖາບັນຂົງຈື ມຊ ເປັນສະຖາບັນໜຶ່ງທີ່ຂຶ້ນກັບສະຖາບັນຂົງຈື ສຳນັກງານໃຫຍ່ປັກກິ່ງ ເຊິ່ງແຕ່ລະປີສະຖາບັນຂົງຈືສຳນັກງານໃຫຍ່ປັກກິ່ງ ຈະສົ່ງຄູ – ອາຈານ ມາສິດສອນຢູ່ສະຖາບັນຂົງຈື ມຊ ປະມານ 90% ຂອງອາຈານທັງໝົດ ເພື່ອມາສິດສອນນັກຮຽນ – ນັກສຶກສາລາວ. ປັດຈຸບັນນີ້ມີອາຈານຄົນຈີນ ຈຳນວນ 33 ທ່ານ, ອາຈານຄົນລາວທີ່ຈົບປະລິນຍາໂທ ຈາກຈີນ ສອນພາສາຈີນ 6 ທ່ານ.

ຫຼັກສູດການຮຽນ – ການສອນຂອງສະຖາບັນຂົງຈື ປະກອບມີ 3 ວິຊາ ຄື: ວິຊາອ່ານ, ວິຊາຂຽນ ແລະ ວິຊາຟັງ, ແບ່ງເປັນ 6 ເທີມ ປະກອບມີ 5 ພາກ ຄື: ພາກເຊົ້າວັນເສົາ – ອາທິດ ຮຽນ    8:00 – 12:00 ໂມງ, ພາກບ່າຍ ເສົາ – ອາທິດ ຮຽນ 13:30 – 17:00 ໂມງ, ພາກເຊົ້າ ຈັນ – ພະຫັດ ເລີ່ມຮຽນ       8:00 – 10:00 ໂມງ, ພາກບ່າຍ ວັນຈັນ – ພະຫັດ 14:00 – 16:00 ໂມງ ແລະ ພາກຄໍ່າ ວັນຈັນ – ພະຫັດ 18:00 – 20:00 ໂມງ.

ທ່ານ ຄຳຮຸ່ງ ຈັນທະວົງ ໃຫ້ຮູ້ອີກວ່າ: ສຳລັບນັກສຶກສາທີ່ຮຽນຈົບເທີມ 1 ຈະຂຶ້ນເທີມ 2 ແມ່ນຕ້ອງເສັງຜ່ານເທີມ ທັງ 3 ວິຊາ: ວິຊາອ່ານ, ຂຽນ ແລະ ຟັງ ຕາມມາດຕະຖານການສອບເສັງຂອງຈີນ ຄື: ແຕ່ລະວິຊາຕ້ອງເສັງຜ່ານ 60 ຄະແນນ, ສ່ວນຫຼາຍນັກຮຽນຢູ່ສະຖາບັນຂົງຈື ຖ້າຮຽນຮອດເທີມທີ 4 ເຂົາເຈົ້າຈະສາມາດເສັງທຽບລະດັບພາສາຈີນ ຫຼື HSK ເວລາຮຽນຈົບເທີມ 4 ກໍສາມາດໄປຍື່ນສະໝັກຮຽນຕໍ່ ຫຼື ຂໍທຶນຕ່າງໆຢູ່ ສປ ຈີນ ໄດ້.

ນອກຈາກນີ້, ສະຖາບັນຂົງຈື ຂໍຖືເປັນກຽດແຈ້ງມາຍັງນັກສຶກສາ ແລະ ຜູ້ທີ່ໄດ້ລົງທະບຽນສະໝັກສອບເສັງ HSK ທີ່ສະຖາບັນຂົງຈື ມຊ ຊາບທົ່ວເຖິງກັນວ່າ: ເນື່ອງຈາກວ່າການສອບເສັງ HSK ທີ່ສະຖາບັນຂົງຈື ມຊ ໃນວັນທີ 9 ກຸມພາ 2020 ໄດ້ມີການເລື່ອນອອກໄປໂດຍບໍ່ມີກໍານົດ ເຫດຜົນ: ເພື່ອປ້ອງກັນໂອກາດການແຜ່ເຊື້ອພະຍາດປອດອັກເສບຈາກເຊື້ອຈຸລະໂລກສາຍພັນໃໝ່ ( ໂຄວິດ – 19 ) ເຊິ່ງນັກສອບເສັງແມ່ນມີນັກສຶກສາລາວກັບມາແຕ່ຈີນເປັນຈໍານວນຫຼາຍ ກວມເອົາ 85% ຂອງນັກສອບເສັງທັງໝົດທີ່ມີຈໍານວນ 870 ຄົນ, ທາງສະຖາບັນຂົງຈື ຂໍແຈ້ງໃຫ້ນັກສອບເສັງດັ່ງກ່າວ ມາຖອນເອົາເງິນຄ່າສອບເສັງຄືນໄດ້ໃນວັນທີ 10 – 27 ມີນາ 2020 ທີ່ສະຖາບັນຂົງຈື.

[ ຂ່າວ: ແກ້ວ ຮູບ: ສຸກສະຫວັນ ]