ໂຄວິດ-19ຈະສ້າງຄວາມເສຍຫາຍແກ່ການທ່ອງທ່ຽວໂລກ80ຕື້ໂດລາ

52

ໜ່ວຍງານວິເຄາະຄາດຄະເນວ່າ:ໂຄວິດ-19ຈະເຮັດໃຫ້ການທ່ອງທ່ຽວໂລກເສຍຫາຍປະມານ80.000ລ້ານໂດລາ ແລະ ຕ້ອງໃຊ້ເວລາບໍ່ຕໍ່າກວ່າໜຶ່ງປີຈຶ່ງຈະຟື້ນ.

ອີໄອຢູໜ່ວຍງານວິເຄາະເສດຖະກິດຂອງວາລະສານດິໂຄໂນມິກໃນອັງກິດກ່າວວ່າ:ການທ່ອງທ່ຽວຕ່າງປະເທດຂອງຈີນຈະກັບໄປສູ່ລະດັບການລະບາດໂຄວິດ-19ຕ້ອງລໍຖ້າຈົນເຖິງໄຕມາດ2ຂອງປີໜ້າ,ກຸ່ມທີ່ໄດ້ຮັບຜົນກະທົບໜັກທີ່ສຸດຄືອາຊຽນເນື່ອງຈາກຢູ່ໃນ20ອັນດັບຈຸດໝາຍປາຍທາງທ່ອງທ່ຽວຍອດນິຍົມຂອງຄົນຈີນ.

ໂດຍອາຊຽນຈະເສຍລາຍຮັບປະມານ7.000ລ້ານໂດລາຫຼືເກືອບ1ໃນ10ຂອງການເສຍຫາຍທັງໂລກເນື່ອງຈາກນັກທ່ອງທ່ຽວຈີນຈະຫຼຸດລົງ30-40%,ຂະນະທີີ່ເອີຣົບ ແລະ ອາເມຣິກາໄດ້ຮັບຜົນກະທົບໜ້ອຍເນື່ອງຈາກຈີນຄອງອັດຕາສ່ວນນັກທ່ອງທ່ຽວພຽງ4%ເທົ່ານັ້ນ.

 

 

ນັບຈົນຮອວັນທີ26ເດືອນ ມັງກ່ອນທີ່ຜ່ານມາ,ຍອດຈອງຖ້ຽວບິນອອກຈາກຈີນໄປຕ່າງປະເທດໃນໄລຍະວັນທີ21ເດືອນ ມັງກອນ-ເດືອນ ກຸມພາຫຼຸດລົງ13,8%ເມື່ອປຽບທຽບກັບໄລຍະດຽວກັນຂອງປີກ່ອນຍອດຈອງເດືອນ ມີນາ-ເດືອນ ເມສາເສຍໄປກວ່າເຄິ່ງໂດຍປົກກະຕິແລ້ວຄົນເດີນທາງກັນຢ່າງຄືກຄັກໃນໄລຍະຫຼັງກຸດຈີນ,ແຕ່ຕອນນີ້ບໍ່ມີການວາງແຜນການເດີນທາງແຕ່ຢ່າງໃດ.