ພິທີມອບ-ຮັບໜ້າທີ່ຫົວໜ້າດ່ານສາກົນນ້ຳກັ່ນ

73

ທ້າຍອາທິດຜ່ານມາ ຢູ່ທີ່ດ່ານສາກົນນ້ຳກັ່ນ ເມືອງໜອງແຮດ ແຂວງຊຽງຂວາງ ໄດ້ມີພິທີມອບ – ຮັບໜ້າທີ່ຫົວໜ້າດ່ານສາກົນນ້ຳກັ່ນ ລະຫວ່າງຜູ້ເກົ່າ ແລະ ຜູ້ໃໝ່ ໂດຍການເປັນປະທານຂອງ ທ່ານ ພັນເອກ ບຸນລົດ ຄຳແພງພັນ ຄະນະປະຈຳພັກແຂວງ, ຫົວໜ້າກອງບັນຊາການຕຳຫຼວດແຂວງ; ມີຮອງຫົວໜ້າພະແນກການ, ອົງການ ແລະ ພະນັກງານທີ່ປະຈຳຢູ່ດ່ານເຂົ້າຮ່ວມ.

ໃນພິທີດັ່ງກ່າວ ທ່ານ ພັນໂທ ທອງເດືອງ ຈັນທະລາວົງ ຫົວໜ້າດ່ານສາກົນນ້ຳກັ່ນ ກໍໄດ້ຂຶ້ນລາຍງານການຊີ້ນຳ-ນຳພາການຈັດຕັ້ງປະຕິບັດເຄື່ອນໄຫວໜ້າທີ່ວຽກງານຂອງດ່ານສາກົນນ້ຳກັ່ນ ແຕ່ປີ 2012 ເຖິງ 2019 ໄດ້ຍົກໃຫ້ເຫັນມີຫຼາຍວຽກງານທີ່ພົ້ນເດັ່ນ ເປັນຕົ້ນແມ່ນພະນັກງານທີ່ມາຈາກພາກສ່ວນຕ່າງໆມາປະຈຳຢູ່ດ່ານມີຄວາມສາມັກຄີແໜ້ນແຟ້ນ, ອາຄານໄດ້ຮັບການປັບປຸງກໍ່ສ້າງ, ພະນັກງານມີຄວາມຫ້າວຫັນຕໍ່ໜ້າທີ່ວຽກງານ, ການກວດກາເຂັ້ມງວດ, ການຈັດເກັບລາຍຮັບເປັນລະບົບກອງປະຊຸມດັ່ງກ່າວ ຍັງໄດ້ເຊັນບົດບັນທຶກມອບ-ຮັບໜ້າທີ່ຫົວໜ້າດ່ານສາກົນນ້ຳກັ່ນ ລະຫວ່າງ ທ່ານ ພັນໂທ ທອງເດືອນ ຈັນທະລາວົງ ຫົວໜ້າດ່ານສາກົນນ້ຳກັ່ນ (ຜູ້ເກົ່າ) ກັບ ທ່ານ ພັນໂທ ແພງວັນ ເພັດວົງກົດ ຫົວໜ້າດ່ານສາກົນນ້ຳກັ່ນ (ຜູ້ໃໝ່).

ທ່ານ ພັນເອກ ບຸນລົດ ຄຳແພງພັນ ເນັ້ນໃຫ້ເພີ່ມທະວີປ້ອງກັນກວດກາພາຍໃນໃຫ້ມີຄວາມສະຫງົບ, ເອົາໃຈໃສ່ສ້າງດ່ານຊາຍແດນໃຫ້ສະອາດຈົບງາມ, ຍົກສູງຄຸນນະພາບໃນການຂະຫຍາຍພັກ, ເອົາໃຈໃສ່ຕໍ່ລະບົບສ່ອງແສງ, ເອົາໃຈໃສ່ຄຸ້ມຄອງສິນຄ້າ, ສິ່ງຂອງຕ່າງໆໃນການເຂົ້າ – ອອກດ່ານ, ຄົ້ນຄວ້າທ່າແຮງທີ່ບົ່ມຊ້ອນ ເພື່ອຍາດແຍ່ງທຶນມາພັດທະນາດ່ານ, ເອົາໃຈໃສ່ຈັດເກັບລາຍຮັບເຂົ້າງົບປະມານໃຫ້ໄດ້ຕາມຄາດໝາຍ.

( ຂ່າວ: ບຸນມີ ແສງທຸມມີ )